ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ດຣ. ຟາວຈີ ກ່າວວ່າ ຊາວອາເມຣິກັນ ທີ່ໄດ້ສັກຢາວັກຊີນ ກັນໄວຣັສໂຄໂຣນາໄປແລ້ວ ອາດຈະຕ້ອງໄດ້ສັກຢາວັກຊີນເພີ້ມອີກ


ດຣ. ແອນໂທນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານ ດ້ານພະຍາດຕິດແປດ ຂອງສະຫະລັດ.
ດຣ. ແອນໂທນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານ ດ້ານພະຍາດຕິດແປດ ຂອງສະຫະລັດ.

ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ ກ່າວໃນວັນອາທິດ ວານນີ້ວ່າ
ທ່ານເຊື່ອວ່າ ຊາວອາເມຣິກັນຫຼາຍລ້ານຄົນຜູ້ທີ່ໄດ້ສັກຢາວັກຊີນ ຕ້ານໄວຣັສໂຄໂຣນາ
ຢ່າງເຕັມທີ່ໄປແລ້ວນັ້ນ ໃນທີ່ສຸດກໍຈະຕ້ອງການສັກຢາ ວັກຊີນເພີ້ມ ອີກເຂັມນຶ່ງ ເພື່ອຮັກ
ສາພູມຄຸ້ມກັນໃຫ້ເປັນທີ່ພຽງພໍ.

ດຣ. ແອນໂທນີ ຟາວຈີ (Anthony Fauci) ຫົວໜ້າທີ່ປຶກສາດ້ານການແພດ ສູງສຸດ
ຂອງປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຕໍ່ໂທລະພາບ NBC ໃນລາຍ ການ “Meet
the Press” ວ່າ ໃນທີ່ສຸດ ການປິ່ນປົວທີ່ເໝາະສົມຢ່າງແທ້ຈິງ ນັ້ນ ຈະກາຍມາເປັນ
ການສັກຢາສອງເຂັມດັ່ງທີ່ໄດ້ເຮັດມາ ຮວມທັງການສັກຢາ ວັກຊີນເພີ້ມ” ເຂັມທີສາມ
ຂອງຟາຍເຊີຣໄບໂອແອນເທັກ (Pfizer BioNtech) ຫຼືຢາວັກຊີນໂມເດີຣນາ
(Moderna) ຫຼືສັກເຂັມທີສອງ ສໍາລັບຢາວັກຊີນເຂັມດຽວ ຈອນສັນ ແລະຈອນສັນ.

ໃນວັນສຸກອາທິດແລ້ວນີ້ ຄະນະກຳມະການຊ່ຽວຊານດ້ານການແພດສະຫະລັດ ໄດ້
ປະຕິເສດຕໍ່ການສັກຢາວັກຊີນຟາຍເຊີຣ ເຂມທີສາມສຳລັບຊາວອາເມຣິກັນ ທັງໝົດ
ແຕ່ໄດ້ສະເໜີແນະໃຫ້ຜູ້ທີ່ມີອາຍຸ 65 ປີ ແລະຜູ້ທີ່ມີອາຍຸສູງກວ່ານັ້ນ ທີ່ມີບັນຫາດ້ານ
ສຸຂະພາບທີ່ຮ້າຍແຮງ. ຄະນະກຳມະການໄດ້ໂຈະການຕັດສິນ ໃຈທີ່ຈະໃຫ້ສັກຢາວັກ
ຊີນເພີ້ມ ສຳລັບຜູ້ທີ່ໄດ້ສັກຢາວັກຊີນ ໂມເດີຣນາ ຫຼື ຈອນສັນ ແລະ ຈອນສັນ ມາແລ້ວ.

ດຣ. ຟາວຈີ ກ່າວວ່າ ການຕັດສິນໃຈສັກຢາເພີ້ມອີກນຶ່ງເຂັມ ສຳລັບຜູ້ທີ່ໄດ້ສັກ ຢາໂມ
ເດີຣນາ ແລະຈອນສັນ ແລະຈອນສັນ ນັ້ນ “ຖ້າຈະເວົ້າແລ້ວແມ່ນຍັງອີກສອງສາມອາ
ທິດຂ້າງໜ້າ. ພວກເຮົາກຳລັງເຮັດວຽກດັ່ງກ່າວໃນປັດຈຸບັນ ເພື່ອ ນໍາເອົາຂໍ້ມູນສະເໜີ
ໃຫ້ແກ່ອົງການອາຫານແລະຢາ ເພື່ອໃຫ້ເຂົາເຈົ້າສາມາດພິ ຈາລະນາເບິ່ງ ແລະເຮັດ
ການຕັດສິນໃຈກ່ຽວກັບການສັກຢາວັກຊີນເພີ້ມແກ່ຄົນພວກນັ້ນ. ເຂົາເຈົ້າບໍ່ໄດ້ຖືກ
ປະປ່ອຍໄວ້ເບື້ອງຫຼັງແຕ່ຢ່າງໃດເລີຍ.

ທັງໝົດແລ້ວ ສູນກາງປ້ອງກັນ ແລະຄວບຄຸມພະຍາດຂອງສະຫະລັດ ກ່າວວ່າ ຊາວອາ
ເມຣິກັນ 181 ລ້ານຄົນ ໄດ້ສັກຢາວັກຊີນ ຢ່າງເຕັມທີ່ ແຕ່ສ່ວນອື່ນໆ ຄາດວ່າປະມານ 70
ລ້ານຄົນ ອາຍຸ 12 ປີ ແລະອາຍຸສູງກວ່ານັ້ນ ຍັງບໍ່ທັນ ໄດ້ສັກຢາວັກຊີນ ກໍເພາະວ່າ ເຂົາ
ເຈົ້າບໍ່ເຫັນພ້ອມກັບການສັກຢາວັກຊີນຫຼືລັ່ງເລໃຈຕໍ່ການສັກຢາ ເຂົາເຈົ້າຄິດວ່າ ຈະບໍ່ຕິດ
ເຊື້ອໄວຣັສ ຍັງສົງໄສກັບການເຕືອນຂອງລັດຖະບານ ທີ່ບອກໃຫ້ໄປສັກຢາ ຫຼືມີເຫດຜົນ
ອື່ນໆອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG