ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຂອງໂຕປະກັນໄວໜຸ່ມຊາວອາເມຣິກັນ ທີ່ໄດ້ຖືກປ່ອຍໂຕໂດຍກຸ່ມຮາມາສ ກ່າວວ່າ ນາງ 'ສະບາຍດີຫຼາຍ'

ນາງຈູດິດ ຣານານ ແລະລູກສາວ,​ ນາງນາຕາລີ ຣານານ, ຊາວອາເມຣິກັນທີ່ກຸ່ມຮາມາສຈັບເປັນໂຕປະກັນ, ຍ່າງມາກັບ ອະດີດນາຍພົນຈັດຕະວາ ກັລ ເຮິຊ໌ (Gal Hirsch), ຜູ້ປະສານງານອິສຣາແອລ ເພື່ອຜູ້ຖືກຈັບໂຕ ແລະ ຜູ້ສູນຫາຍ ຫຼັງຈາກໄດ້ຮັບການປ່ອຍໂຕ,​ໃນຮູບພາບຂອງເອກະສານແຈກຢາຍນີ້, ວັນທີ 20 ຕຸລາ 2023.

ພໍ່​ຂອງນາຕາລີ ຣານານ (Natalie Raanan), ​ຕົວ​ປະກັນ​ໄວ​ໜຸ່ມຊາວ ອາເມຣິກັນ ​ທີ່​ຖືກ​ປ່ອຍ​ຕົວ ກ່າວ​ວ່າ ນາງ​ສະບາຍ​ດີ​ ຫລັງ​ຈາກທີ່ນາງໄດ້ຖືກປ່ອຍຕົວໂດຍກຸ່ມຮາມາສ ​ໃນ​ວັນ​ສຸກທີ່​ຜ່ານ​ມາ​. ທ່ານ ຢູຣິ ຣານານ (Uri Raanan) ຈາກລັດອິລລີນອຍ ກ່າວຕໍ່ອົງການຂ່າວເອພີ ວ່າ ລາວໄດ້ລົມກັບລູກສາວຂອງລາວທາງໂທລະສັບ. ລາວເວົ້າວ່າ: "ນາງສະບາຍດີ. ນາງສະບາຍດີຫຼາຍ." "ຂ້ອຍນໍ້າຕາໄຫຼ, ແລະຂ້ອຍຮູ້ສຶກດີຫຼາຍ." ຊາຍອາຍຸ 71 ປີຄົນ​ນັ້ນ ກ່າວວ່າ ລາວໄດ້ເຫັນຂ່າວໃນວັນສຸກວ່າແມ່ ແລະລູກສາວ ຊາວອາເມຣິກັນ ຈະຖືກປ່ອຍຕົວໂດຍກຸ່ມຮາມາສ, ແລະລາວໃຊ້ເວລາໝົດມື້ ຫວັງວ່າພວກເຂົາ ຈະຫມາຍເຖິງລູກສາວຂອງລາວ ແລະແມ່ຂອງນາງ, ນາງຈູດິດ ຣານານ (Judith Raanan). ລາວກ່າວ​ວ່າ ລາວ​ຫວັງ​ວ່າ​ທັງ​ສອງ​ຈະ​ກັບ​ຄືນ​ມາ​ໃນ​ສະຫະລັດ​ໃນ​ອາທິດ​ໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG