ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Jimmy Dean - Stand Beside Me


ທາງລາຍການສຽງເພງຈາກແດນໄກ ຂໍສະເຫນີເພງ
ທີ່ກ່ຽວຂ້ອງກັບວັນພໍ່ ເພື່ອຕອບບຸນແທນຄຸນພໍ່ ເນື່ອງໃນ
ວັນສະຫຼອງວັນພໍ່ໃນສະຫະຣັດ ແລະສະດຸດີໃຫ້ກັບສິນລະ
ປິນອະວຸ​ໂສ Jimmy-Dean ຊຶ່ງ​ເປັນ​ເພງ​ທີ່ຜູ້ກ່ຽວ​ຮ້ອງ​ໄວ້
ທີ່​ມີ​ຊື່ວ່າ Stand Beside Me ຈັດ​ມອບ​ໃຫ້​ແກ່​ບັນດາ​ພໍ່​ທັງຫຼາຍ
ຜູ້ທີ່​ມີ​ບຸນຄຸນ​ລົ້ນ​ເຫຼືອ​ ທີ່​ຄອຍດູ​ແລ​ແລະ​ສອນ​ສັ່ງ​ໃຫ້​ພວກ​ລູກໆ
ໃຫ້​ເປັນ​ຄົນ​ດີ​ຂອງ​ຄອບຄົວແລະສັງຄົມ.

ເພງ​ທີ່​ສອງ​ນີ້​ແມ່ນ​ເພງ​ຂອງ Paul Simon ຊື່ວ່າ Father and Daughter ຫຼື​
ພໍ່ແລະ​ລູກ​ສາວ​ແລະ​ເພງສຸດ​ທ້າຍ​ນີ້ເປັນ​ເພງ Daddy’s Hand ຂອງ Holly Dunn.
ຢ່າ​ລືມ​ກັບ​ມາພົບ​ກັບ​ສຽງ​ເພງ​ມວ່ນໆໄດ້​ອີກ​ໃຫມ່ ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​
ໃນ​ທຸກໆ​ຄ່ຳ​ຄືນ​ວັນ​ອາທິດ

ກ່ຽວຂ້ອງກັນ

XS
SM
MD
LG