ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊະ​ຕາ​ກຳ​ ຂອງ​ຂໍ້​ຕົກ​ລົງ​ທາງ​ທະ​ຫານ ລະ​ຫວ່າງ 2 ເກົາ​ຫຼີ ຍັງ​ບໍ່​ແນ່ນອນ 5 ປີ ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ນາມ


ແຟ້ມ - ​ສະ​ມາ​ຊິກ​ຂອງສື່ມວນ​ຊົນ ເບິ່ງ​ໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ ເປີດ​ເອກ​ກະ​ສານ ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ນາມ​ກັນ ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 19 ເມ​ສາ 2018.
ແຟ້ມ - ​ສະ​ມາ​ຊິກ​ຂອງສື່ມວນ​ຊົນ ເບິ່ງ​ໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ ເປີດ​ເອກ​ກະ​ສານ ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ນາມ​ກັນ ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 19 ເມ​ສາ 2018.

ອະ​ນາ​ຄົດ​ຂອງ​ຂໍ້​ຕົກ​ລົງ​ທີ່​ສຳ​ຄັນ ລະ​ຫວ່າງ​ເກົາ​ຫຼີ​ໃຕ້​ແລະ​ເກົາ​ຫຼີ​ເໜືອ ທີ່​ໄດ້​ມີ​ການ​ລົງ​ນາມ​ກັນ​ເມື່ອ 5 ປີ​ກ່ອນເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ທະ​ຫານ ເວ​ລານີ້​ ພວມ​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ບໍ່​ແນ່ນອນ ຫຼັງ​ຈາກ​ໃນ​ອັນ​ທີ່​ໂຊ​ລ​ພິ​ຈາ​ລະ​ນາ​ວ່າ ​ເປັນການ​ລ່ວງ​ລະ​ເມີດ ແລະ​ການ​ທ້າ​ທາຍ​ທາງ​ທະ​ຫານ ​ທີ່​ມີ​ມາ​ເປັນ​ລຳ​ດັບ
ຂອງ​ພຽງ​ຢາງ.

ຂໍ້​ຕົກ​ລົງ​ຮອບ​ດ້ານ​ທາງ​ທະ​ຫານ ທີ່​ໄດ້​ມີ​ການ​ເຊັນ​ລົງ​ນາມ​ໂດຍ​ສອງ​ເກົາ​ຫຼີ​ເມື່ອ​ວັນ​ທີ 19 ກັນ​ຍາ ປີ 2018 ທີ່​ເອີ້ນ​ຫຍໍ້​ວ່າ CMA ໄດ້​ເວົ້າ​ເຖິງ​ບາດ​ກ້າວ​ຕ່າງໆ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ຫານ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເຫດ​ການ​ທີ່​ບໍ່​ໄດ້​ຕັ້ງ​ໃຈ​ເກີດ​ຂຶ້ນ.

ການ​ລົງ​ນາມດັ່ງ​ກ່າວ ມີ​ຂຶ້ນ​ໃນໄລ​ຍະທີ່​ພວມມີ​ການ​ປະ​ນີ​ປະ​ນອມລະ​ຫວ່າງ​ໂຊ​ລ​ແລະ​ພຽງ​ຢາງ ແຕ່​ຄວາມ​ສຳ​ພັນ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ​ບໍ່​ໄດ້​ລາບ​ລື່ນ​ປານ​ໃດ​ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້.

ເກົ​ຫຼີ​ເໜືອ​ໄດ້​ເພີ້​ມ​ທະ​ວີ​ໂຄງ​ການ​ພັດ​ທະ​ນາ​ອາ​ວຸດ​ຂອງ​ຕົນ ໂດຍ​ທຳ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຫຼາຍໆ​ຄັ້ງ ຮວມ​ທັງ​ ການ​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດຮ​ວາ​ຊອງ-18 ທີ່ໃຊ້​ເຊື້ອ​ໄຟ​ແທ່ງ ເມື່ອ​ເດືອນ​ເມ​ສາແລະ​ກໍ​ລະ​ກົດ​ທີ່​ຜ່ານ​ມາ. ນອກນັ້ນ ພຽງ​ຢາງ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ສົ່ງ​ດາວ​ທຽມ​ທະ​ຫານ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ພາຍ​ໃນ​ປີນີ້.

ໃນ​ວັນ​ອັງ​ຄານ​ວານນີ້ ​ເຈົ້າ​ໜ້າ​ທີ່ເກົາ​ຫຼີ​ໃຕ້​ໄດ້​ກ່າວ​ຢ້ຳ​ເຖິງ​ການ​ຂໍ​ສະ​ຫງວນ​ທ່​າ​ທີ​ຂອງ​ຕົນ ກ່ຽວ​ກັບ​ການ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ເກົາ​ຫຼີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG