ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ວາງຂໍ້ຈຳກັດໃນ ຍີ່ປຸ່ນ ລຸນຫຼັງ ເກີດອຸບັດຕິເຫດ ເຖິງແກ່ຊີວິດ


ພວກປະທ້ວງຕໍ່ຕ້ານຖານທັບ ສະຫະລັດ ຖືປ້າຍດ້ວຍຄຳຂວັນ
ອ່ານວ່າ "ບໍ່ຢາກໄດ້ຖານທັບ ເຮໂນໂກະ ໃໝ່" ໃນລະຫວ່າງ
ການຊຸມນຸມໃນນະຄອນຫຼວງ ໂຕກຽວ. 29 ພະຈິກ, 2015.
ພວກປະທ້ວງຕໍ່ຕ້ານຖານທັບ ສະຫະລັດ ຖືປ້າຍດ້ວຍຄຳຂວັນ ອ່ານວ່າ "ບໍ່ຢາກໄດ້ຖານທັບ ເຮໂນໂກະ ໃໝ່" ໃນລະຫວ່າງ ການຊຸມນຸມໃນນະຄອນຫຼວງ ໂຕກຽວ. 29 ພະຈິກ, 2015.

ຫຼັງຈາກອຸບັດຕິເຫດເຖິງແກ່ຊີວິດທາງຖະໜົນໃນເກາະ ໂອກິນາວາແລ້ວ, ກອງທັບ
ສະຫະລັດ ໃນ ຍີ່ປຸ່ນ ກໍໄດ້ວາງຂໍ້ຈຳກັດ ຕໍ່ສະມະຊິກກອງທັບ ສະຫະລັດ ທຸກຄົນໃນ
ເກາະ ໂອກິນາວາ ຈາກຖານທັບ ແລະ ບ້ານພັກອາໄສຂອງເຂົາເຈົ້າ.

ນອກຈາກນັ້ນ, ກອງທັບ ສະຫະລັດ ຍັງໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນຈັນ
ມື້ນີ້ວ່າ ສະມະຊິກກອງທັບໃນເກາະ ໂອກິນາວາ ແລະ ແຜ່ນດິນໃຫຍ່ ຍີ່ປຸ່ນ ໄດ້ຖືກ
ຫ້າມຈາກການ “ຊື້ ຫຼື ດື່ມເຫຼົ້າ, ຢູ່ໃນ ແລະ ນອກຖານທັບ.”

ຕຳຫຼວດໃນເກາະ ໂອກິນາວາ ໄດ້ຈັບທ້າວ ນິກໂຄລັສ ເຈມສ໌ ແມັກລີນ ທະຫານນາວິ
ກະໂຍທິນອາຍຸ 21 ປີໃນວັນອາທິດວານນີ້ ໃນຂໍ້ສົງໄສ ກ່ຽວກັບ ການຂັບຂີ່ດ້ວຍ
ຄວາມປະໝາດ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດ.

ທ່ານ ຄະຊຶຮິໂກະ ມິຢາກິ ຈາກກົມຕຳຫຼວດເກາະ ໂອກິນາວາ ໄດ້ຢືນຢັນ ໃນວັນອາ
ທິດວານນີ້ວ່າ ການທົດສອບລົມຫາຍໃຈຂອງທະຫານນາວິກະໂຍທິນຄົນດັ່ງກ່າວ ໄດ້
ລະບຸໃຫ້ເຫັນລະດັບເຫຼົ້າທີ່ສູງກວ່າ ກົດໝາຍກຳນົດໄວ້ 3 ເທົ່າ.

ກອງທັບ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ເຫຼົ້າອາດເປັນສາເຫດ”
ໃນອຸບັດຕິເຫດນັ້ນ.

ທ້າວ ຮິເດມະສະ ໄທຣະ ອາຍຸ 61 ປີໄດ້ເສຍຊີວິດເມື່ອລົດຂອງລາວ ກັບ ລົດກະບະ
ຂອງທະຫານໄດ້ຕຳກັນ.

ກອງທັບນາວິກະໂຍທິນໄດ້ສະແດງ “ຄວາມເສົ້າສະຫຼົດໃຈ” ຂອງເຂົາເຈົ້າ ຕໍ່ຄອບຄົວ
ຂອງຜູ້ຖືກເຄາະຮ້າຍ ແລະ ໄດ້ສັນຍາວ່າຈະຮ່ວມມືໃນການສືບສວນສອບສວນ.

ສະຫະລັດ ມີຖານທັບຫຼາຍແຫ່ງໃນປະເທດ ຍີ່ປຸ່ນ ພ້ອມດ້ວຍກອງກຳລັງ ສະຫະລັດ
ຫຼາຍພັນຄົນ. ທະຫານຫຼາຍຄົນແມ່ນປະຈຳການຢູ່ເກາະ ໂອກິນາວາ, ບ່ອນທີ່ມີການ
ຄັດຄ້ານຕໍ່ການມີໜ້າຂອງເຂົາເຈົ້າມາດົນນານແລ້ວ.

ອີງຕາມຖະແຫຼງການຂອງກອງທັບ, ສະມາຊິກກອງທັບ ແລະ ພົນລະເຮືອນລັດຖະ
ບານ ສະຫະລັດ ໃນ ຍີ່ປຸ່ນ ຈະຖືກຮຽກຮ້ອງໃຫ້ເຂົ້າຮ່ວມ “ໃນການຝຶກອົບຮົບທີ່ເປັນ
ຂໍ້ບັງຄັບ ເພື່ອແກ້ໄຂຄວາມຮັບຜິດຊອບໃນການດື່ມເຫຼົ້າ, ການຈັດການກັບຄວາມສ່ຽງ
ແລະ ການປະພຶດທີ່ພໍຮັບໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG