ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໖ ມິຖຸນາ ໒໐໒໕

ຜູ້ນຳກຸ່ມ Hamas ກ່າວວ່າ ຕົນໄດ້ບັນລຸ ຂໍ້ຕົກລົງ ກັບກຸ່ມ Fatah ແລ້ວ


ພວກພະນັກງານໂອ້ລົມທາງໂທລະສັບມືຖືຂອງລາວ ຢູ່ຂ້າງ
ປ້າຍ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ທີ່ແຂວນໄວ້ໃນຕຶກອາຄານ al-Zafer ໃນເຂດ Gaza City, 4 ຕຸລາ 2017.
ພວກພະນັກງານໂອ້ລົມທາງໂທລະສັບມືຖືຂອງລາວ ຢູ່ຂ້າງ ປ້າຍ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ທີ່ແຂວນໄວ້ໃນຕຶກອາຄານ al-Zafer ໃນເຂດ Gaza City, 4 ຕຸລາ 2017.

ກຸ່ມ Hamas ຂອງປາແລສໄຕນ໌ ກ່າວວ່າ ຕົນໄດ້ບັນລຸຂໍ້ຕົກລົງ ກັບກຸ່ມ Fatah
ທີ່ເປັນຄູ່ປໍລະປັກ ເພື່ອສ້າງຄວາມປອງດອງຊາດທາງດ້ານການເມືອງແລ້ວ.

ຜູ້ນຳຂອງກຸ່ມ Fatah ທ່ານ Ismail Haniyeh ໄດ້ອອກຖະແຫຼງການສະບັບນຶ່ງ
ໃນວັນພະຫັດມື້ນີ້ໂດຍກ່າວວ່າ ທັງສອງຝ່າຍ ໄດ້ບັນລຸການຕົກລົງກັນ ຫລັງຈາກ
ການເຈລະຈາເປັນເວລາ 2 ມື້ ທີ່ນະຄອນຫຼວງ Cairo, ພາຍໃຕ້ອັນທີ່ທ່ານເອີ້ນວ່າ ການໃຫ້ຄວາມອຸບປະຖຳ “ແບບມີນ້ຳໃຈ” ຂອງອີຈິບ. ທ່ານ Haniyeh ໄດ້ກ່າວວ່າ ລາຍລະອຽດຂອງຂໍ້ຕົກລົງນີ້ ຈະປະກາດໃຫ້ຊາບຕາມພາຍຫລັງ ໃນມື້ນີ້ ທີ່ນະຄອນຫຼວງຂອງອີຈິບ.

ໂຄສົກຂອງອົງການ Fatah ໃຫ້ການຢືນຢັນກ່ຽວກັບການປະກາດ ໃນການໃຫ້
ສຳພາດແກ່ອົງການຂາວຝຣັ່ງ.

ຂໍ້ຕົກລົງນີ້ ໄດ້ມີຂຶ້ນຫລັງຈາກການຕັດສິນໃຈໃນເດືອນແລ້ວ ໂດຍກຸ່ມຫົວຮຸນແຮງ
Hamas ທີ່ອະນຸຍາດໃຫ້ຂະບວນການ Fatah ຂອງປະທານາທິບໍດີປາແລສໄຕນ໌
ທ່ານ Mahmoud Abbas ເຂົ້າຄວມຄຸມເຂດ Gaza ຄືນອີກ. ກຸ່ມ Hamas ໄດ້ປົກຄອງ
ເຂດດັ່ງກ່າວທີ່ມີປະ ຊາກອນອາໄສຢູ່ 2 ລ້ານຄົນ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ
ເວລາກຸ່ມ Hamas ເຮັດສົງຄາມກາງເມືອງເປັນເວລາສັ້ນໆ ກັບກຸ່ມ Fatah. ທັງສອງ
ຝ່າຍໄດ້ຕົກລົງທີ່ຈະສ້າງຕັ້ງ ລັດຖະບານສາມັກຄີຊາດຂຶ້ນ ໃນປີ 2014, ແຕ່ວ່າກຸ່ມ
Fatah ສືບຕໍ່ຄວບຄຸມເຂດ Gaza ໃນດ້ານການປົກຄອງ.

Israel ໄດ້ປິດລ້ອມເຂດ Gaza ມາເປັນເວລານຶ່ງທົດສະວັດແລ້ວ, ແລະເຂດຊາຍແດນ
ທີ່ຕິດກັບອີຈິບ ສ່ວນໃຫຍ່ກໍຍັງຖືກປິດຢູ່ ໃນໄລຍະສອງສາມປີທີ່ຜ່ານມາ, ຊຶ່ງເຮັດໃຫ້
ເສດຖະ ກິດຂອງເຂດ Gaza ເປັນອຳມະພາດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG