ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Fashion Week ຫລື ສັບປະດາແຫ່ງແຟຊັ່ນ ຄັ້ງ​ປະຖົມມະ​ເລີກ ທີ່ນະຄອນຫຼວງວຽງຈັນ (ວີ​ດີ​ໂອ)


ອັນ​ດັບ​ຕໍ່​ໄປ​ນີ້ ທ່ານຈະໄດ້ຮັບຟັງການສຳພາດກັບ Pany
Signavong
ເຈົ້າ​ຂອງ​ແລະ ຜູ້ລິ​ເລີ່ມໂຄງການສັບປະດາ
ແຫ່ງແຟຊັ່ນ ຫລື Fashion Week ຊຶ່ງວັນນະສອນ​ໄດ້​ໂອ້​
ລົມ​ແລະສຳພາດຜູ້ກ່ຽວ ຜ່ານ​ທາງ​ໂທລະສັບ ​ຈາກ​ນະຄອນ
ຫຼວງ​ວຽງ​ຈັນ ແລະມີລາຍລະອຽດ​ມາສະເໜີທ່ານ.
ລິງໂດຍກົງ

ສະບາຍດີທ່ານ​ຜູ້​ຟັງ​ທີ່​ຄອຍ​ຕິດຕາມ​ລາຍການ​ຊີວິດ​ຊາວ​ລາວ​
ໃນ​ຕ່າງ​ແດນ​ຂອງVOAສະ​ເໝີ​ມາ ວັນນະ​ສອນ​ເຂົ້າ​ໃຈ​ວ່າ ​ຄົນ​ລາວທຸກໆຄົນ ທີ່​ມີ​ເຊື້ອ
ສາຍ​ລາວ​ ບໍ່​ວ່າ​ຈະ​ຢູ່​ແຫ່ງ​ຫົນ​ໃດໃນ​ໂລກ ກໍ​ຢາກຈະ​ໄດ້​ຮຽນ​ຮູ້ ສຶກ​ສາ​ ເລື່ອງ​ລາວ​ຕ່າງ​ໆ​ນາໆຂອງ​ຄົນ​ລາວ​ດ້ວຍ​ກັນ ​ແມ່ນ​ກະທັ້ງ​ໃນ ​ສປປ ລາວ​ເອງ,​ ມື້​ນີ້​ ພິ​ເສດແດ່ກໍເພາະວ່າ
ໃນ​ລາຍການ​ດັ່ງກ່າວ​ນີ້ ​ເຮົາ​ຈະ​ສະ​ເໜີເລື້ອງ​ວົງ​ການ Fashion ​ໃນ​ ສປປ ລາວ ຊຶ່ງ​ໄດ້​ຈັດສັບປະດາແຫ່ງແຟຊັ່ນຂຶ້ນ ເປັນຄັ້ງ​ທຳອິດ ​ໃນ​ທ້າຍ​ເດືອນ​ມີນາ ທີ່​ຜ່ານ​ມາ​ນີ້.
Fashion Week ​ໃນ​ນະຄອນຫຼວງ​ວຽງ​ຈັນ
Fashion Week ​ໃນ​ນະຄອນຫຼວງ​ວຽງ​ຈັນ

Fashion Week ຄື​ຫຍັງ ​ແລະ​ມີ​ຄວາມ​ເປັນ​ມາ​ຢ່າງ​ໃດ?
Fashion Week ກໍ​ຄື​ງານ​ຈັດສະ​ແດງ fashion ​ເສື້ອ​ຜ້າອາ
ພອນ ທີ່​ໄດ້​ເປີດ​ໂອກາດ​ໃຫ້ ນັກ​ອອກ​ແບບ​ທັງຫຼາຍແລະ​ຫ້າງ​
ຮ້ານ​ຕ່າງໆ ທີ່​ນຳເອົາພວກ​ເສື້ອ​ຜ້າ​ອອກ​ຈຳໜ່າຍ​ແລະ​ສ່ວນ
​ບຸກຄົນຕ່າງໆ​ທີ່​ກ່ຽວຂ້ອງ ຮວມທັງ​ດາ​ຣາ​ຄົນ​ດັງ​ໆໃນ​ສັງຄົມ​
ຕ່າງໆ​ນຳ ໄດ້ເຂົ້າ​ຊົມ​ແລະ​ຈັບ​ຕາ​ເບິ່ງ ​ແນວ​ໂນ້ມຂອງ style
ຂອງ​ເສື້ອ​ຜ້າ ສີສັນຕ່າງໆ ວ່າ ອັນ​ໃດ​ມາ​ແຮງ​ເຂົ້າ​ຍຸກ​ເຂົ້າສະ
ໄໝ ​ໃນ​ປະຈຸ​ບັນ​ແລະ​ອັນ​ໃດ ຫຼ້າ​ສະ​ໄໝ​ໄປ​ແລ້ວ ຕາມ​ລະດູ​
ການ ຊຶ່ງແມ່ນ​ຈະຈັດ​ສະ​ແດງ​ໃຫ້​ເບິ່ງ​ ໃຫ້​ຊົມ​ ຕະຫຼອດທັງ​ອາ
ທິດ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຄຳ​ວ່າ Fashion Week.

New York Fashion Week ​ໃນ​ສະຫະລັດ ​ໄດ້​ເລີ້ມ​ຈັດ​ຂຶ້ນ​ມາ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1943 ​
ໃນ​ຈຸດປະສົງ​ທີ່​ຢາກ​ແຍກ​ຕົວ​ອອກ​ມາ​ຈາກ​ວົງ​ການ Fashion ຂອງຝຣັ່ງ ​ໃນ​ປາງ​ສົງ​ຄາມ​
ໂລກຄັ້ງ​ທີ 2 ຊຶ່ງ ນະຄອນຫຼວງ Paris ຖື​ວ່າ​ເປັນ​ຜູ້​ຄອບ​ງຳ​ວົງ​ການແຟຊັ່ນ ໃນ​ທົ່ວ​ໂລກ​ກໍ​ວ່າ​ໄດ້ ​ໃນ​ສະ​ໄໝ​ນັ້ນ. Fashion Week ​ຈະ​ຈັດໃຫ້ມີ​ຂຶ້ນ​ໃນ​ແວດ​ວົງ​ສັງຄົມ​ຊັ້ນ​ສູງ
ດາຣາ
ຄົນ​ດັງ​ຕ່າງໆ​ໃຫ້​ເຂົ້າ​ເຖິງ Fashion ທີ່​ຕິດ​ອັນ​ດັບ​ໂລກ ຈັບ​ຈ່າຍ​ຊື້​ຂາຍ​ໄດ້…ໄດ້​ຈັດ​ໃຫ້​ມີຢູ່​ໃນ​ຫົວ​ເມືອງ​ໃຫຍ່​ຕ່າງໆ​ທົ່ວ​ໂລກ ​ເຊັ່ນ: Paris, New York, Milan, London,
Tokyo ​ເປັນ​ຕົ້ນ…
Ministry of Silk
Ministry of Silk

ມື້​ນີ້ ທາງ​ເຮົາ​ໄດ້​ຖືໂອກາດ​ສຳພາດ​ກັບ ​ປານີ ​ໄຊ​ຍະ​ວົງ ສາວຜູ້​ມີ
​ຄວາມ​ໝັ້ນ​ໃຈ ມີຄວາມສາມາດ​ ສາວນັກຮຽນ​ນອກ ຄົນ​ເກັ່ງ​ໃນ​
ວົງ​ການ fashion ​ແລະແວດວົງ​ສັງຄົມ​ຊັ້ນ​ສູງໃນ​ລາວ ຜູ້​ຊຶ່ງ​ເປັນ
​ເຈົ້າ​ຂອງ​ທຸລະ​ກິດ, ບັນນາທິການວາລະສານ​ຫຼາຍ​ສະບັບ ຮວມ
ທັງ: ​ໄຊ​ໂຍ ​ແລະ Society Lifestyle ຊຶ່ງ​ມື້​ນີ້ ປາ​ນີ ​ໄດ້​ໃຫ້
​VOA ສຳພາດ ​ແລະ​ອະທິບາຍ​ເຖິງໜ້າ​ທີ່​ບົ​ດບາດ ​ໃນການ​ເປັນ
​ຜູ້​ລິ​ເລີ່​ມ​ໂຄງການ Fashion Week ​ໃນ​ລາວ ດັ່ງ​ບົດ​ສຳພາດ
​ຕໍ່​ໄປ​ນີ້:
Interview Pany Signavong_01…

ຜູ້​ຄົນ​ສ່ວນ​ໃຫຍ່ ພໍ​ເວົ້າ​ເຖິງ​ວົງ​ການ​ແຕ່ງ​ຕົວ​ຂອງ​ສາວ​ລາວທັງໃນສປປ ​ລາວ​ ​ແລະ​ໃນ​ຕ່າງ
ປະ​ເທດແລ້ວ ​ເກືອບ​ວ່າ ທຸກໆຄົນ ຍັງວາດ​ພາບເປັນ​ທຳນອງ​ແບບ​ດຽວ​ກັນ​ທີ່​ວ່າ ສາວລາວ
ຕ້ອງເກົ້າຜົມ ​ໃສ່​ເສື້ອ​ປ້າຍ ສວມ​ໃສ່​ສິ້ນ​ໄໝ ອອກ​ງານ​ທີ່​ສຳຄັນ​ຕ່າງໆ ຊຶ່ງ​ວ່າ ສິ້ນ​ໄໝທີ່​
ວ່າ​ນີ້ ແມ່ນເປັນ​ສັນຍາ​ລັກ​ຂອງ​ແມ່ຍິງ​ລາວ​ທີ່ໂດດ​ເດັ່ນ​ ທີ່​ໄດ້​ສະ​ແດງ​ອອກ​ເຖິງ​ພູມປັນຍາ​
ຊາວບ້ານ ຊາວ​ລາວ ທີ່​ໄດ້​ສືບທອດ​ງານ​ຝີ​ມື ລົງ​ໃນ​ຜືນ​ສິ້ນ ​ແຜ່ນ​ແພ ຈາກ​ຊົ່ວ​ເຊັ່ນຄົນນຶ່ງ​
ເຖິງ​ອີກ​ຊົ່ວ​ເຊັ່ນ​ຄົນນຶ່ງ ມາ​ຈົນ​ເທົ່າເຖິງປະຈຸ​ບັນ​ນີ້ ​ສິ້ນ​ລາວທີ່​ວ່າ​ນີ້ຂຶ້ນ​ຊື່​ລືຊາ ​ໃນ​ການ​ອອກ​
ແບບ ວິຈິດ​ບັນຈົງ ມີລວດລາຍ​ ສີສັນ ທີ່​ບົງ​ບອກ​ເຖິງ​ວັດທະນະທຳ ວິຖີ​ຊີວິດ​ຈາກ​ທຸກ​ພາກພື້ນ​ແລະ​ທີ່​ມາ​ຂອງເຜົ່າ​ຊົນຕ່າງ​ໆຂອງ​ແຕ່ລະ​ເຂດ​ ບໍ່​ວ່າ​ຈະ​ເປັນ​ສິ້ນ​ຕີນ​ຈົກຈາກຫົວ
ພັນ ສູ່ຝີມື​ການ​ປັກ​ດິ້ນ​ຫຼວງ​ພະ​ບາງ ໄປ​ຈົນ​ເຖິງມັດ​ໝີ່​ທາງ​ໃຕ້ຂອງ​ລາວ ຊຶ່ງແນ່ນອນ
ການ​ມີ Fashion Week ​ໃນ​ລາວນີ້ ຄົງ​ຈະ​ພາ​ໃຫ້​ຫຼາຍໆ​ຄົນ ພາກັນ​ຄິດ​ວ່າ ວົງ​ການ
Fashion ຈະ​ປ່ຽນ​ແປງ​ມຸມມອງ​ຂອງຫຼາຍໆ​ຄົນ​ກ່ຽວ​ກັບສາວ​ລາວແລະ​ສັງຄົມ​ການ
​ຍອມຮັບ​ຂອງ​ຜູ້​ຫຼັກ​ຜູ້​ໃຫຍ່​ ຫົວ​ໂບຮານທີ່​ໄດ້ວາງ​ຂອບ​ປະ​ເພນີ​ຕ່າງໆ​ນາ​ໆ ໃຫ້​ສາວ​
ລາວ​ຢູ່​ກັບ​ສິ້ນ​ໄໝລາວ​ຕະຫຼອດ​ໄປ ຊຶ່ງ​ປານີໄດ້​ອະທິບາຍ​ເຖິງ​ການ​ຍອມຮັບ​ແລະ​ປ່ຽນ​
ແປງ​ຂອງ​ວົງ​ການ Fashion ລາວ ໃນບົດ​ສຳພາດຕອນ​ຕໍ່​ໄປນີ້​ວ່າ:

ນອກຈາກ​ນີ້​ແລ້ວ​ ປານີ ຍັງ​ອະທິບາຍ​ໃຫ້​ຟັງ​ຕື່ມ​ວ່າ ການຈັດ​ສະ​ແດງ Fashion Week ຄັ້ງ​ນີ້​ເປັນພຽງ​ເວ​ທີ​ສ່ວນນຶ່ງ​ເທົ່າ​ນັ້ນ ທີ່​ຖື​ວ່າ​ເປັນ​ເວທີ​ສຳຄັນ​ທີ່​ໄດ້​ເປີດ​ໂອກາດ​ໃຫ້ພວກ​ນັກ​ອອກ​ແບບຮຸ່​ນໃໝ່ ​ໄດ້ສະ​ແດ​ງອອ​ກ​ເຖິງ​ຄວາມ​ສາມາດ ​ການ​ມີ​ແນວ​ຄິດ​ສ້າງ​ສັນ ທີ່​ຈະ​ໄດ້​ຄອຍ​ພັດ​ທະ​ນາ ​ແລະ​ນຳວົງ​ການ Fashion ລາວ​ ໃຫ້​ກ້າວ​ໄກ​ໄປ ໜ້າ​ ​ໃຫ້​ຢູ່​ໃນ​ລະດັບ​ສາກົນ​ໃຫ້​ໄດ້ ​ຢ່າງ​ບໍ່​ໄດ້​ເກີ້​ເຂີນ​ ເພາະວ່າຄວາມ​ຈິງ​ແລ້​ວການ Fashion ນີ້ ກໍ​ຄືການ​ປ່ຽນ​ແປງ​ຂອງ ​ເສື້ອ​ຜ້າ ວັດ​ສະດຸ​ແຜ່ນ​ແພ ສີສັນ style ຕາມ​ກາລະ​ເທ​ສະ ​ໃຫ້​ເຂົ້າ​ກັບ ສະພາບ​ການ ​ແລະ​ລະດູ​ການ​ຂອງແຕ່ລະ​ປີ ​ແຕ່​ລະ​ຍຸກ ຕາມ​ການ​ເວລາ ຊຶ່ງ​ການ​ອະນຸລັກ​ໃນ​ຄວາມ​ເປັນ​ລາວ ນັ້ນ​ບໍ່​ໄດ້​ປ່ຽນ​ແປງ​ໄປ​ຕາມ ​ເສື້ອ​ຜ້າ​ທີ່​ສວມ​ໃສ່ ​ແຕ່ຢ່າງ​ໃດ ​ມັນ​ແມ່ນ​ຢູ່ໃນ​ຕົວ​ຕົນ​ຂອງ​ຄົນ​ຊາດ​ພັນ​ນີ້ຢູ່​ແລ້ວ​ແລະ ​ໃນ​ສາຍ​ເລືອດຂ​ອງ​ຄົນ​ເຮົາ​ຕ່າງ​ຫາກ ແລະອາທິດໜ້າທາງເຮົາຈະໄດ້ນຳການສຳພາດພາກທີ 2 ພ້ອມ​ທັງ​ໂຄງການ Lao Young Designer Project ​ແລະການ​ສຳພາດກັບ​ທ່ານ Michel ສົມ​ສະນຸກ ມີ​ໄຊ ມາສະເໜີທ່ານ ໃນໂອກາດຕໍ່ໄປ.
XS
SM
MD
LG