ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກະສິກຳ ເປັນແນວລົບ​ຕໍ່ໄປ ໃນສົງຄາມຂອງຣັດເຊຍ ​ຕໍ່ຢູເຄຣນ


ປ້າຍໂຄສະນາ ຊີ້ນຳໃຫ້ຊາວຢູເຄຣນ "ແນລະເບີດຂວດຂອງເຈົ້າໃສ່ໜີ້" ໂດຍມີລູກສອນຊີ້ໃສ່ຈຸດອ່ອນຂອງພວກລົດຖັງຣັດເຊຍ, ວັນທີ 27 ເມສາ 2022 ໃນເມືອງ ຊາໂປຣີສເຊຍ ຂອງຢູເຄຣນ. (Yan Boechat/VOA)
ປ້າຍໂຄສະນາ ຊີ້ນຳໃຫ້ຊາວຢູເຄຣນ "ແນລະເບີດຂວດຂອງເຈົ້າໃສ່ໜີ້" ໂດຍມີລູກສອນຊີ້ໃສ່ຈຸດອ່ອນຂອງພວກລົດຖັງຣັດເຊຍ, ວັນທີ 27 ເມສາ 2022 ໃນເມືອງ ຊາໂປຣີສເຊຍ ຂອງຢູເຄຣນ. (Yan Boechat/VOA)

ປ້າຍໂຄສະນາຢູ່ເລາະຕາມທາງຫຼວງໃນເມືອງຊາໂປຣີສເຊຍ ກ່າວວ່າ “ກຳປັ່ນລົບຂອງຣັດເຊຍ ໄປຕາຍສະ!” ແລະ “ແນລະເບີດຂວດຂອງເຈົ້າໃສ່ໜີ້” ໂດຍມີຮູບພາບຂອງລູກສອນສີແດງ ທີ່ຊີ້ໃສ່ບ່ອນທີ່ເປັນຈຸດອ່ອນ ຂອງພວກລົດຖັງຣັດເຊຍ.

ໃນເຂດຊານເມືອງຂອງຊາໂປຣີສເຊຍ ທົ່ງເຂົ້າເບລແມ່ນປະປົນຢູ່ໃນເຂດແນວໜ້າ ແລະພວກກະສິກອນ ພາກັນໃສ່ເສື້ອກັນລູກປືນ ທີ່ໄດ້ແຈກຢາຍໂດຍກອງ ທັບຂອງຢູເຄຣນ ໃນຂະນະທີ່ພວກເຂົາເຈົ້າກຳລັງເຮັດວຽກ. ພວກກະສິກອນກ່າວວ່າ ຊາກຄວາມເສຍຫາຍຂອງລູກສອນໄຟ ໄດ້ພົບເຫັນຢູ່ເລື້ອຍໆໃນສວນເຫຼົ່ານີ້ ໂດຍມີການໂຈມຕີເມື່ອມໍ່ໆມານີ້ ທີ່ຢູ່ໃກ້ຄຽງທີ່ສຸດ.

ທ່ານວິທາລີ ລູປີໂນສ (Vitaliy Lupynos) ເຈົ້າຂອງສວນໃນທ້ອງຖິນ ທີ່ມີເນື້ອທີ່ປະມານ 20 ກິໂລແມັດມົນທົນ ຊຶ່ງເປັນບ່ອນປູກ ໝາກຖົ່ວເບີ ເຂົ້າເບລ ຕົ້ນເຣບ ແລະເຂົ້າວີດ ກ່າວວ່າ “ຖ້າພວກທະຫານ ຢູ່ແນວໜ້າຂອງສົງຄາມນີ້ ພວກຊາວກະສິກອນ ກໍຢູ່ແນວໜ້າແຖວສອງ.” ທ່ານກ່າວຕໍ່ໄປວ່າ “ພວກເຮົາລ້ຽງດູປະເທດຊາດແລະກອງທັບ.”

ທ່ານໂຣມານ ອູມາຣອບ ອາຍຸ 30 ປີ ໃສ່ເສື້ອກັນລູກປືນ ໃນຂະນະທີ່ລາວເຮັດວຽກ ຢູ່ສວນໃນເມືອງຊາໂປຣິສເຊຍ ຂອງຢູເຄຣນ, ເມື່ອວັນທີ 26 ເມສາ 2022. (Yan Boechat/VOA)
ທ່ານໂຣມານ ອູມາຣອບ ອາຍຸ 30 ປີ ໃສ່ເສື້ອກັນລູກປືນ ໃນຂະນະທີ່ລາວເຮັດວຽກ ຢູ່ສວນໃນເມືອງຊາໂປຣິສເຊຍ ຂອງຢູເຄຣນ, ເມື່ອວັນທີ 26 ເມສາ 2022. (Yan Boechat/VOA)

ສົງຄາມໄດ້ຍືດເຍື້ອມາໄດ້ຫຼາຍກວ່າແປດອາທິດແລ້ວ ທ່ານລູປີໂນສ ກ່າວວ່າ ເຖິງແມ່ນພືດຜົນຫລຸດລົງຢ່າງຫຼວງຫຼາຍ ກໍບໍ່ເປັນທີ່ແນ່ນອນ ໂດຍມີພຽງຕ່ຳກວ່າສອງເດືອນສຳລັບການເກັບກ່ຽວ. ໃນພື້ນທີ່ ຊາໂປຣີສເຊຍ ໂອບລາສຕ໌ 85 ເປີເຊັນຂອງດິນສວນ ດຽວນີ້ໄດ້ຖືກຄຸ້ມຄອງໂດຍຣັດເຊຍ ແລະພວກຊາວກະສິກອນຫຼາຍຄົນ ທີ່ຍັງຄົງຢູ່ໃນດິນແດນທີ່ຄວບຄຸມໂດຍຢູເຄຣນນັ້ນ ກໍໄດ້ພາກັນປະຖິ້ມສວນ ເພື່ອເຂົ້າຮ່ວມກອງທັບ.

ຂົງເຂດດັ່ງກ່າວ ເປັນນຶ່ງໃນເຂດຜະລິດອາຫານທີ່ສຳຄັນ ໂດຍທົ່ວໄປແລ້ວ ຜະ ລິດເຂົ້າວີດໄດ້ປະມານ 2 ລ້ານ 7 ແສນໂຕນ. ໃນປີນີ້ ພວກກະສິກອນ ຄາດວ່າ ຈະຜະລິດໄດ້ປະມານ 260,000 ໂຕນ ຖ້າບໍ່ມີບັນຫາຫຍັງເກີດຂຶ້ນ.

ແຕ່ການໂຈມຕີໃນເມືອງຊາໂປຣີສເຊຍ ໄດ້ເກີດຂຶ້ນຢູ່ເລື້ອຍໆ ນັບຕັ້ງແຕ່ ຣັດເຊຍ ໄດ້ປະກາດວ່າ ຕົນຈະສຸມໃສ່ຄວາມພະຍາຍາມຂອງຕົນ ຢູ່ໃນເຂດພາກຕາເວັນອອກຂອງຢູເຄຣນ ຫຼັງຈາກທີ່ໄດ້ລົ້ມແຫຼວໃນການເຂົ້າຢຶດນະຄອນຫຼວງກີຢິບ. ພວກກະສິກອນ ກ່າວວ່າ ພວກເຂົາຢ້ານວ່າ ເຂົາເຈົ້າອາດຈະສູນເສຍເຂດໂອບລາສຕ໌ ທັງໝົດ ໃນບໍ່ເທົ່າໃດວັນຂ້າງໜ້ານີ້.

ທ່ານລູປີໂນສ ເວົ້າວ່າ “ພວກເຮົາບໍ່ສາມາດບອກໄດ້ວ່າ ແມ່ນຫຍັງຈະເກີດຂຶ້ນໃນມື້ອື່ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG