ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ FARC ກ່າວຫາລັດຖະບານ ໂຄລົມເບຍວ່າ ລະເມີດ ຂໍ້ຕົກລົງສັນຕິພາບ


ອາວຸດຂອງພວກກະບົດ ກອງກຳລັງປະຕິວັດຕິດອາວຸດ ຫຼື FARC ຖືກເກັບມ້ຽນໄວ້ຢູ່ຄ້າຍກະບົດ La Carmelita ໃກ້ໆກັບເມືອງ Puerto Asis ໃນລັດ Putumayo ທີ່ຕັ້ງ
ຢູ່ພາກຕາເວັນຕົກສຽງໃຕ້ຂອງ ໂຄລົມເບຍ. 28 ກຸມພາ, 2017
ອາວຸດຂອງພວກກະບົດ ກອງກຳລັງປະຕິວັດຕິດອາວຸດ ຫຼື FARC ຖືກເກັບມ້ຽນໄວ້ຢູ່ຄ້າຍກະບົດ La Carmelita ໃກ້ໆກັບເມືອງ Puerto Asis ໃນລັດ Putumayo ທີ່ຕັ້ງ ຢູ່ພາກຕາເວັນຕົກສຽງໃຕ້ຂອງ ໂຄລົມເບຍ. 28 ກຸມພາ, 2017

ກອງທັບປະກອບອາວຸດປະຕິວັດ ໂຄລົມເບຍ ຫຼື ຟາກ ກ່າວຫາລັດຖະບານ ໂຄລົມເບຍ ໃນວັນອາທິດວານນີ້ວ່າ “ທັບມ້າງເປັນປະຈຳ” ເງື່ອນໄຂຕ່າງໆ ຂອງຂໍ້ຕົກລົງສັນຕິພາບ
ແລະ ຂົ່ມຂູ່ວ່າຈະເຮັດໃຫ້ຊັກຊ້າ ການປົດອາວຸດຂອງກຳລັງກະບົດມາກຊິສ.

ຜູ້ນຳພວກກະບົດ ທ່ານ ໂຣດຣິໂກ ລົນໂດໂຍ ຊຶ່ງຮູ້ກັນອີກຊື່ນຶ່ງວ່າ Timochenko ໄດ້ ອອກຄຳເຕືອນ ໃນ Twitter ວ່າ “ໃນທ່າມກາງການບໍ່ປະຕິບັດເປັນປະຈຳ ຂໍ້ຕົກລົງ
ສັນຕິພາບນັ້ນກຳລັງ FARC ຈະໄດ້ຊອກຫາຊ່ອງທາງ ໃຫ້ນາໆຊາດຕິດຕາມເບິ່ງ."

ຖະແຫຼງການດັ່ງກ່າວ ບໍ່ໄດ້ເວົ້າເປັນທີ່ແຈ້ງຂາວວ່າ ລົນໂດໂຍ ໝາຍເຖິງການໃຫ້ນາໆ
ຊາດ ສັງເກດເບິ່ງທົ່ວໄປບໍ ຊຶ່ງເປັນພາກສ່ວນນຶ່ງຢູ່ແລ້ວ ຂອງການດຳເນີນງານສັນຕິ
ພາບຂອງອົວການ ສະຫະປະຊາຊາດ ແມ່ນແຕ່ຈະລຸນຫຼັງການຍຸບກອງທັບ FARC
ກໍຕາມ.

ກ່ອນໜ້ານັ້ນ Timochenko ເວົ້າວ່າ ຜູ້ກ່ຽວພວມພິຈາລະນາວ່າ ຈະເລື່ອນການຍຸບກອງ
ທັບດັ່ງກ່າວ.

ກ່ອນໜ້ານັ້ນ ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ກໍໄດ້ເວົ້າວ່າ ລັດຖະບານ ຈະຍຶດໝັ້ນຕາມປະຕິທິນ “ນັ້ນຄືພັນທະຂອງພວກເຮົາ ເຮົາຈະປະຕິບັດ
ຕາມ.”
ທ່ານເອີ້ນການດຳເນີນງານເພື່ອສັນຕິພາບວ່າ “ເປັນອັນຕ່າວປີ້ນບໍ່ໄດ້.”

ທັງລັດຖະບານ ແລະ ກຳລັງ FARC ຕ່າງກໍໄດ້ບັນລຸຂໍ້ຕົກລົງດັ່ງກ່າວ ລຸນຫຼັງການເຈ
ລະຈາກັນມາໄດ້ສີ່ປີ ທີ່ນະຄອນຫຼວງຂອງ ຄິວບາ ເມື່ອເດືອນພະຈິກຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG