ພັກການເມືອງຂວາຈັດ ທີ່ຕໍ່ຕ້ານຄົນເຂົ້າເມືອງ ແລະ ຕໍ່ຕ້ານອຳນາດຂອງ ສະຫະພາບ
ຢູໂຣບ ໄດ້ຊະນະບ່ອນນັ່ງໃນສະຖາບັນນິຕິບັນຍັດເປັນຄັ້ງທຳອິດ ໃນປະເທດ ສເປນ.
ດ້ວຍຄະແນນສຽງຫຼາຍກວ່າ 96 ເປີເຊັນທີ່ໄດ້ນັບແລ້ວ ໃນການເລືອກຕັ້ງໃນພາກພື້ນ
ອັນດາລູເຊຍ ເມື່ອວັນອາທິດວານນີ້ນັ້ນ, ພັກ ວັອກສ ໄດ້ຮັບ 12 ບ່ອນນັ່ງ, ເຮັດໃຫ້
ຝ່າຍອະນຸລັກນິຍົມ ມີຄະແນນສຽງສ່ວນຫຼາຍ.
ການລົງຄະແນນສຽງ ໄດ້ຖືກພິຈາລະນາວ່າ ເປັນການທົດສອບການເລືອກຕັ້ງຄັ້ງທຳ
ອິດ ສຳລັບພັກສັງຄົມນິຍົມຂອງນາຍົກລັດຖະມົນຕີ ເປໂດຣ ຊານເຊັສ ນັບຕັ້ງແຕ່ທ່ານ
ໄດ້ເຂົ້າກຳອຳນາດ ໃນເດືອນມິຖຸນາເປັນຕົ້ນມາ.
ພັກສັງຄົມນິຍົມໄດ້ຊະນະ 33 ບ່ອນນັ່ງ ໃນນິຕິບັນຍັດ ອັນດາລູເຊຍ, ທຽບໃສ່ ກັບ 47
ບ່ອນນັ່ງ ໃນປີ 2015. ພັກການເມືອງນິຍົມແນວທາງກາງອຽງຊ້າຍ ອາດສູນເສຍການ
ຄວບຄຸມພາກພື້ນທີ່ມີປະຊາກອນໜາແໜ້ນທີ່ສຸດຂອງ ສເປນ ເປັນຄັ້ງທຳອິດໃນຮອບ
37 ປີ ຖ້າພັກການເມືອງຝ່າຍຂວາຕ່າງໆ ສາມາດຕົກລົງທີ່ຈະກໍ່ຕັ້ງລັດຖະບານໄດ້.
ມັນເປັນການສະແດງທີ່ຂີ້ຮ້າຍທີ່ສຸດ ໃນປະຫວັດສາດຂອງພັກກຳມະກອນສັງຄົມນິຍົມ,
ເຊິ່ງໄດ້ປົກຄອງພາກພື້ນ ອັນດາລູເຊຍ ໃນ 36 ປີທີ່ຜ່ານມາ.
ປັດຈຸບັນນີ້ ສເປນ ໄດ້ຫຼີກລ່ຽງການເຕີບໂຕຂຶ້ນຂອງຝ່າຍຂວາຈັດ ທີ່ໄດ້ເຂົ້າຄວບຄຸມ
ການເມືອງໃນທົ່ວທະວີບ ຢູໂຣບ. ແຕ່ຕອນນີ້ ພັກ ວັອກສ ປາກົດວ່າຈະມີຄວາມໄດ້ປຽບ
ກ່ຽວກັບ ຄວາມເຫັນການຕໍ່ຕ້ານຄົນເຂົ້າເມືອງໃນທົ່ວ ຢູໂຣບ ໃນຂະນະທີ່ພວກຍົກຍ້າຍ
ຖິ່ນຖານ ແລະ ຜູ້ຂໍລີ້ໄພ ໄດ້ຫຼັ່ງໄຫຼເຂົ້າໃນ ຢູໂຣບ ຈາກ ອາຟຣິກາເໜືອ.