ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຂວາຈັດ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງຂອງ ສະຫະພາບຢູໂຣບ


ຫຼາຍຮ້ອຍຄົນ ເດີນຂະບວນ ໃນນະຄອນຫຼວງ ປາຣີ ເພື່ອຄັດຄ້ານ ໄຊຊະນະຂອງພັກຝ່າຍຂວາຈັດຂອງຝຣັ່ງ Rassemblement National ໃນການເລືອກຕັ້ງຂອງຢູໂຣບ ໃນວັນທີ 9 ມິຖຸນາ 2024.
ຫຼາຍຮ້ອຍຄົນ ເດີນຂະບວນ ໃນນະຄອນຫຼວງ ປາຣີ ເພື່ອຄັດຄ້ານ ໄຊຊະນະຂອງພັກຝ່າຍຂວາຈັດຂອງຝຣັ່ງ Rassemblement National ໃນການເລືອກຕັ້ງຂອງຢູໂຣບ ໃນວັນທີ 9 ມິຖຸນາ 2024.

ພັກຝ່າຍຂວາຈັດ ໄດ້ຮັບໄຊຊະນະໃນການເລືອກຕັ້ງລັດຖະສະພາຢູໂຣບ ຫຼື EU ໃນວັນອາທິດວານນີ້, ເຊິ່ງເພີ່ມຄວາມບໍ່ແນ່ນອນໃຫ້ກັບທິດທາງດ້ານການ ເມືອງໃນອະນາຄົດຂອງ EU.

​ການ​ຢັ່ງ​ຫາງ​ສຽງ Exit polls ​ຄາດ​ຄະ​ເນ​ວ່າ ພັກ​ເປັນກາງ, ພັກເສລີ​ນິຍົມ ​ແລະ​ພັກ​ສັງຄົມ​ນິຍົມ ຈະ​ໄດ້ຮັບ​ຄະ​ແນນ​ສຽງ​ສ່ວນ​ຫລາຍ​ໃນ​ສະພາ​ທີ່​ມີ 720 ບ່ອນ​ນັ່ງ ​ແຕ່​ຈະ​ສູນ​ເສຍບ່ອນ​ນັ່ງ​ປະມານ 28 ບ່ອນ.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູເອລ ມາກຣົງ (Emmanuel Macron) ​ໄດ້​ຖືກພັກ​ຝ່າຍ​ຂວາຈັດ​ຂອງ​ທ່ານນາງ ມາຣີນ ເລີເພັນ (Marine Le Pen) ຕຳ​ໜິ.

ທ່ານ ມາກຣົງ (Macron) ກ່າວ​ວ່າ ຜົນໄດ້ຮັບ​ຂອງ​ສະຫະພາບ​ຢູ​ໂຣບ​ແມ່ນ​ເປັນສິ່ງທີ່ໂຫດຮ້າຍ​ສຳລັບ​ລັດຖະບານ​ຂອງ​ທ່ານ, ​ແລະ​ເປັນສິ່ງ​ທີ່​ທ່ານ​ບໍ່​ສາມາດ​ເມີນ​ເສີຍໄດ້, ​ເຮັດ​ໃຫ້​ທ່ານຕ້ອງໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງລະດັບ​ຊາດ ຢ່າງຮີບດ່ວນ.

ຖ້າ​ພັກ​ການ​ໂຮມຊາດ ຫຼື Rally party ​ຂອງ​ທ່ານນາງ ເລີເພັນ (Le Pen) ​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫລາຍ​ໃນ​ລັດຖະສະພາ, ທ່ານ ມາກຣົງ (Macron) ​ຈະ​ມີ​ອິດທິພົນພຽງເລັກນ້ອຍ​ຕໍ່​ວຽກງານ​ພາຍ​ໃນ​ປະ​ເທດ.

ນາຍົກລັດຖະມົນຕີເຢຍລະມັນ ທ່ານໂອລາຟ ໂຊລສ໌ (Olaf Scholz) ກໍທົນ ທໍລະມານໃນຄໍ່າຄືນທີ່ເຈັບປວດນີ້ເຊັ່ນກັນ.

ພັກປະຊາທິປະໄຕສັງຄົມ ຫຼື Social Democrats ຂອງທ່ານ ເຮັດຜົນງານ ໄດ້ບໍ່ດີທີ່ສຸດເທົ່າທີ່ເຄີຍມີມາ, ໂດຍໄດ້ຮັບຜົນກະທົບຈາກຝີມືຂອງພັກອະນຸລັກ ນິຍົມຫຼັກ ແລະພັກທາງເລືອກຂວາຈັດສໍາລັບເຢຍລະມັນ.

ໃນ​ຂະ​ນະ​ດຽວ​ກັນ, ການ​ຢັ່ງ​ຫາງ​ສຽງ Exit polls ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ທ່ານນາງ ຈໍເຈຍ ເມໂລນີ (Giorgia Meloni) ມີສະ ຖານະທີ່ແຂ່ງແກ່ນຂຶ້ນ​, ໂດຍທີ່​ມີ​ກຸ່ມອ້າຍນ້ອງຫົວອະນຸລັກນິຍົມຂອງອີຕາລີ ຫຼື Brothers of Italy ຢູ່ໃນອັນດັບຕົ້ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG