ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຫົວຮຸນແຮງ ຂວາຈັດ ພວມສວຍໃຊ້ ໂຣກລະບາດ ເພື່ອຜົນປະໂຫຍດຂອງຕົນ


ພວກປະທ້ວງຕໍ່ຕ້ານການກັກບໍລິເວນ ເຕົ້າໂຮມກັນຢູ່ນອກຫໍລັດຖະສະພາຂອງລັດ ໂອໄຮໂອ, ນະຄອນ ໂຄລຳບັສ, 20 ເມສາ, 2020.
ພວກປະທ້ວງຕໍ່ຕ້ານການກັກບໍລິເວນ ເຕົ້າໂຮມກັນຢູ່ນອກຫໍລັດຖະສະພາຂອງລັດ ໂອໄຮໂອ, ນະຄອນ ໂຄລຳບັສ, 20 ເມສາ, 2020.

ພວກຫົວຮຸນແຮງຂວາຈັດ ແມ່ນເຊື່ອມໂຍງກັບແຜນການວາງລະເບີດຕ່າງໆທີ່ກ່ຽວຂ້ອງກັບໂຣກລະບາດໄວຣັສໂຄໂຣນາ, ໄດ້ຖືກພົບເຫັນຢູ່ການປະທ້ວງນອກ ຫໍລັດຖະສະພາຂອງລັດ, ດ້ວຍການຖືປ້າຍຕໍ່ຕ້ານຊາວຢິວ ແລະ ການລັກລອບສົ່ງຂໍ້ມູນໃນທຸກຮູບແບບ ກ່ຽວກັບ ທິດສະດີຊວນເຊື່ອຂອງໄວຣັສນັ້ນຢູ່ສື່ສັງຄົມ ທີ່ຄົນບໍ່ຮູ້ຈັກດີຕ່າງໆ.

ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາສືບຕໍ່ທຳລາຍຊີວິດຂອງຫຼາຍລ້ານຄົນ ແລະ ເຮັດໃຫ້ເສດຖະກິດເປັນອຳມະພາດ, ພວກນັກເຄື່ອນໄຫວຝ່າຍຂວາໃນ ສະຫະລັດ ທີ່ວ່ານີ້ແມ່ນກຳລັງຍຶດທຸກໆໂອກາດ ເພື່ອພະຍາຍາຊັກຈູງຄົນທີ່ອາດເປັນຜູ້ຕິດຕາມຂອງພວກເຂົາເຈົ້າຫຼາຍພັນຄົນ ແລະ ຂະຫຍາຍກຸ່ມຂອງພວກເຂົາ.

ຍົກຕົວຢ່າງການລັກເຈາະຂໍ້ມູນອີເມລ ແລະ ລະຫັດລັບເກືອບ 25,000 ບັນຊີ ຂອງອົງການອະນາໄມໂລກ, ສະຖາບັນສຸຂະພາບແຫ່ງຊາດ ສະຫະລັດ ແລະ ອົງການອື່ນໆທີ່ກຳລັງຕໍ່ສູ້ກັບໂຣກລະ ບາດເມື່ອບໍ່ດົນມານີ້.

ໃນຂະນະທີ່ພວກລັກເຈາະຂໍ້ມູນເປີດເຜີຍຂໍ້ມູນໃນອາທິດນີ້, ພວກນັກເຄື່ອນໄຫວ ທາງອອນໄລນ໌ກໍໄດ້ອອກມາດຳເນີນການ. ໃນ Telegram, ເຊິ່ງແມ່ນແອັບພລີ ເຄຊັ້ນ ສົ່ງຂໍ້ຄວາມທີ່ມີຊື່ສຽງນັ້ນ, ມີສິ່ງທີ່ເອີ້ນວ່າຂໍ້ຄວາມເພື່ອຈຸດປະສົງບໍ່ດີຢ່າງໜ້ອຍສິບກວ່າອັນໄດ້ສ້າງການເຊື່ອມຕໍ່ຕ່າງໆໃສ່ຂໍ້ມູນທີ່ຮົ່ວໄຫຼອອກມາໃນວັນພຸດແລ້ວນີ້, ສົ່ງເສີມໃຫ້ເຈົ້າຂອງບັນຊີ ອ່ານອີເມລ ເພື່ອສະໜັບສະ ໜູນທິດ ສະດີຊວນເຊື່ອ ກ່ຽວກັບ ການເຊື່ອມໂຍງຂອງ ຈີນ ແລະ ອິສຣາແອລ ໃສ່ກັບ ໄວຣັສດັ່ງກ່າວ.

ຜູ້ລົງຂໍ້ຄວາມຄົນນຶ່ງໄດ້ຂຽນວ່າ “ປະຊາຊົນກຳລັງກວດອີເມລຂອງເຂົາເຈົ້າແລະ ພົບເຫັນສິ່ງຕ່າງໆທີ່ກ່ຽວຂ້ອງກັບເຊື້ອ HIV ຖືກຮວມເຂົ້າກັບ COVID-19. ນີ້ ແມ່ນເລື່ອງທີ່ໃຫຍ່.”

ທ່ານນາງ ເມແກນ ສກວາຍ (Megan Squire), ອາຈານສອນວິທະຍາສາດ ຄອມພິວເຕີຢູ່ມະຫາວິທະຍາໄລ ອີລອນ (Elon University) ໃນລັດຄາໂຣໄລນາເໜືອ ຜູ້ທີ່ຄົ້ນຄວ້າ ກ່ຽວກັບ ລັດທິຫົວຮຸນແຮງອອນໄລນ໌, ໄດ້ກ່າວວ່າ ພວກຂວາຈັດແມ່ນກຳລັງສວຍໃຊ້ໂຣກລະບາດ ເພື່ອການໂຄສະນາຊວນເຊື່ອຂອງພວກເຂົາເຈົ້າ.

ທ່ານນາງໄດ້ກ່າວວ່າ “ຄວາມຄິດເຫັນຕ່າງໆແມ່ນກຳລັງໄຫຼວຽນຂ້ອນຂ້າງຈະເປັນອິດສະຫຼະ. ພວກເຂົາເຈົ້າແມ່ນກຳລັງເຮັດວຽກໃນທຸກມູມຢ່າງແນ່ນອນ, ຈາກເລື່ອງໄວຣັສ ຈີນ ຕ່າງໆຫາການວາງແຜນຂອງຊາວ ຢິວ ເພື່ອຄວບຄຸມ ໂລກ ແລະ ທຸກສິ່ງແນວນັ້ນ.”

ໂຣກລະບາດທີ່ວ່ານີ້ໄດ້ເຮັດໃຫ້ມີສະຖານະການຄວາມຢ້ານກົວ, ໂມໂຫ, ແລະ ຄວາມບໍ່ແນ່ນອນ ຈາກຜູ້ທີ່ໄດ້ສູນເສຍວຽກງານ 26 ລ້ານຄົນ ແລະ ການກັກ ບໍລິເວນທີ່ເບິ່ງຄືວ່າບໍ່ມີວັນສິ້ນສຸດ ຍ້ອນໄວຣັສທີ່ຮ້າຍແຮງທີ່ໄດ້ສັງຫານປະຊາຊົນ ອາເມຣິກັນ ຫຼາຍກວ່າ 47,000 ​ຄົນແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG