ທ່ານ ເຈຣ໌ ໂບລໂຊນາໂຣ (Jair Bolsonaro) ສະມາຊິກລັດຖະສະພາທີ່ອຽງຂວາສຸດ
ໄດ້ຮັບໄຊຊະນະການເລືອກຕັ້ງປະທານາທິບໍດີຂອງບຣາຊິນ, ຊຶ່ງເຮັດໃຫ້ມີຄວາມຢ້ານ
ກົວເພີ້ມຂຶ້ນວ່າ ຈະມີສະພາບທົດຖອຍໃນເລື້ອງສິດທິມະນຸດ ແລະເສລີພາບໃນການ
ປາກເວົ້າ.
ໃນຂະນະທີ່ການນັບບັດຄະແນນສຽງເກືອບໝົດແລ້ວນັ້ນ ທ່ານ ໂບລໂຊນາໂຣ ຂອງພັກ
ສັງຄົມເສລີ ໄດ້ຮັບຄະແນນສຽງ 56 ເປີເຊັນຂອງບັດລົງຄະແນນສຽງ ໃນການເລືອກຕັ້ງ
ຮອບຕັດສິນຊີ້ຂາດ ໃນວັນອາທິດວານນີ້. ຄູ່ແຂ່ງຂອງທ່ານ ທີ່ອຽງຊ້າຍ, ທ່ານ ເຟີແນນ
ໂດ ແຮດແດດ (Fernando Haddad) ຈາກພັກກຳມະກອນ ໄດ້ຮັບຄະແນນສຽງ 44
ເປີເຊັນ.
ທ່ານ ໂບລໂຊນາໂຣ ເປັນອະດີດຮ້ອຍເອກ ໃນກອງທັບທີ່ມີຖ້ອຍຄຳ ແລະ ການໃຫ້ສັນ
ຍາ ພ້ອມທັງບຸກຄະລິກອັນຄ່ອງແຄ້ວ ເຮັດໃຫ້ທ່ານໄດ້ຮັບຊື່ນ້ອຍວ່າ “ທ່ານທຣຳ ໃນ
ເຂດອາກາດຮ້ອນ” ຫລື "Tropical Trump."
ຄ້າຍຄືກັນກັບປະທານາທິບໍດີສະຫະລັດ, ທ່ານມັກຈະເຮັດໃຫ້ຄົນມອງເບິ່ງຕົນເອງວ່າ
ເປັນຄົນຢູ່ວົງນອກ ທີ່ຕໍ່ຕ້ານພວກທີ່ມີພື້ນຖານທາງການເມືອງອັນແໜ້ນແກ່ນ. ແຕ່ວ່າ
ທ່ານ ໂບລໂຊນາໂຣ ກໍໄດ້ຮັບໃຊ້ຢູ່ໃນລັດຖະສະພາຂອງບຣາຊິນມາເປັນເວລາ 27 ປີ
ແລ້ວ.
ໄຊຊະນະຂອງທ່ານ ຄືການປະຕິເສດຂອງພວກປ່ອນບັດ ບໍ່ໃຫ້ຄະນະລັດຖະບານ ທີ່ເປັນພັກຝ່າຍຊ້າຍປົກຄອງບຣາຊິນມາເປັນເວລາ 15 ປີແລ້ວນັ້ນ ປົກຄອງຕໍ່ໄປ. ປະເທດທີ່ມີເສດຖະກິດທີ່ໃຫຍ່ສຸດໃນຂົງເຂດອາເມຣິກາລາຕິນ ໄດ້ຖືກກະທົບໂດຍສະພາບເສດຖະກິດຕົກຕ່ຳ ນັບແຕ່ປີ 2014 ເປັນຕົ້ນມາ. ພື້ນຖານທາງການເມືອງອັນແໜ້ນແກ່ນ ໄດ້ຖືກສັ່ນຄອນ ຍ້ອນການສໍ້ລາດບັງຫລວງໃນລະດັບສູງທີ່ເປັນຂ່າວນອງນັນ ແລະການກໍ່ອາດຊະຍາກໍາ ຊຶ່ງອັດຕາການຄາດຕະກຳໄດ້ຖີບຕົວສູງຂຶ້ນ.
ທ່ານ ໂບລໂຊນາໂຣ ໄດ້ໂຄສະນາຫາສຽງຊັກຊວນໃຫ້ມີການປ່ຽນແປງ ຊຶ່ງໄດ້ເວົ້າເຖິງຕົນ
ເອງວ່າ ເປັນຜູ້ສະໝັກເລືອກຕັ້ງທີ່ສົ່ງເສີມກົດໝາຍ ແລະລະບຽບການ ທີ່ຈະໃຫ້ສິດເສລີ
ພາບແກ່ຕຳຫລວດຫລາຍຂຶ້ນ ເພື່ອທັບມ້າງ ການກໍ່ອາດຊະຍາກຳ.
ແຕ່ວ່າຊາວບຣາຊິນຫລາຍຄົນ ບໍ່ມັກການທີ່ເພິ່ນຮັບສາລະພາບວ່າ ທ່ານຍົກຍ້ອງການໃຊ້ຜະເດັດການທາງທະຫານໃນຊ່ວງປີ 1964-1985 ແລະຄຳເວົ້າແບບເປັນການໂຈມຕີ ພວກຮັກຮ່ວມເພດ, ຄົນຜີວດຳ ແລະແມ່ຍິງ.
ພວກເຂົາເຈົ້າຢ້ານວ່າ ລັດຖະບານຂອງທ່ານ ໂບລໂຊນາໂຣ ຈະຢຽບຢ່ຳສິດທິມະນຸດ, ເສລີພາບຂອງພົນລະເມືອງ ແລະເສລີພາບໃນການປາກເວົ້າ
ໂດຍສະເພາະແມ່ນພວກຢູ່ໃນພັກຝ່າຍຊ້າຍ.