ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນຝຣັ່ງ ປ່ອນບັດ ເລືອກຕັ້ງເອົາ ສະພາທ້ອງຖິ່ນ


ທ່ານນາງ Marine Le Pen ຫົວໜ້າພັກນິຍົມຂວາຈັດ ຂອງຝຣັ່ງ ກຳລັງຈະປ່ອນບັດ ທີ່ເມືອງ Henin-Beaumont ໃນພາກເໜືອ
ຂອງຝຣັ່ງ, ວັນທີ 22 ມີນາ 2015
ທ່ານນາງ Marine Le Pen ຫົວໜ້າພັກນິຍົມຂວາຈັດ ຂອງຝຣັ່ງ ກຳລັງຈະປ່ອນບັດ ທີ່ເມືອງ Henin-Beaumont ໃນພາກເໜືອ ຂອງຝຣັ່ງ, ວັນທີ 22 ມີນາ 2015

ທີ່​ປະ​ເທດ​ຝຣັ່ງ ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ ​ອອກ​ໄປ​ປ່ອນ​ບັດ​ເລືອກ​
ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ເລືອກ​ເອົາ​ສະມາຊິກ​ສະພາທ້ອງ​ຖິ່ນ.
ມີ​ການ​ເບິ່ງ​ກັນ​ຢ່າງ​ກວ້າງຂວາງ​ວ່າ ການ​ເລືອກ​ຕັ້ງ​ມື້​ນີ້ ​ເປັນ​ໂອ
ກາດ​ໜຶ່ງ​ສຳຫລັບ​ໃຫ້​ທ່ານ​ນາງ Marine Le Pen ​ແລ​ະພັກ
​ແນວ​ໂຮມ​ແຫ່ງ​ຊາດ ຫຼື FN ທີ່​ນິຍົມຂວາ​ຈັດຂອງ​ທ່ານ​ນາງ
​ສ້າງ​ພື້ນ​ຖານໄວ້ສຳ​ຫລັບ ສະ​ໝັກ​ລົງແຂ່ງ​ເລືອກ​ຕັ້ງເປັນ​ປະ
ທານາທິບໍດີ​ໃນ​ປີ 2017 ດັ່ງ​ທີ່ມີ​ການ​ຄາດ​ໝາຍກັນ​ໄວ້ນັ້ນ.

ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ
​ແນວ​ໂຮມ​ຂອງທ່ານ​ນາງ Le Pen ກຳລັງ​ໄດ້​ຮັບ​ສຽງ​ສະໜັບ
ສະໜຸນ​ ສູ​ສີ​ກັນ​ກັບພັກ​ສັງຄົມ​ນິຍົມ​ຂອງ​ປະທານາທິບໍດີ
Francois Hollande ທີ່​ ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ແລະ​ພັກ UMP ນິຍົມ​ແນວ
ທາງ​ເດີມ ພາຍ​ໃຕ້​ການ​ນຳພາ​ຂອງ​ອະດີດ​ປະທານາທິບໍດີ Nicolas Sarkozy.

ຜ່ານ​ມາ ພັກ FN ​ໄດ້​ຮັບ​ຄະ​ແນນ​ນິຍົມ​ຫຼາຍຂຶ້ນ ຈາກ​ການ​ສະ​ໜັບສະ​ໜຸນ​ຈຸດ​ຢືນ​ຂອງ​
ພັກ ​ໃນເລື້ອງຕ່າງໆ​ທີ່​ເປັນ​ບັນຫາຂັດ​ແຍ້​ງ​ທາງ​ການ​ເມືອງ​ ​ເຊັ່ນເລື້ອງ​ຄົນ​ເຂົ້າ​ເມືອງ ​ເລື້ອງ​ການຮວມເອົາສາສະໜາອິສລາມ ​ເຂົ້າ​ໃນສັງຄົມ​ຝຣັ່ງ ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ພັກ
ທີ່​ຢາກ​ອອກ​ຈາກ​ການ​ໃຊ້​ເງິນ​ຢູ​ໂຣ ​ແລະ​ຫັນ​ກັບ​ມາ​ໃຊ້​ເງິນ​ຝຣັ່ງ​ເກົ່າ​ຄືນ​ນັ້ນ.

XS
SM
MD
LG