ໂຣກຫວາດລະແວງ ໄດ້ກາຍມາເປັນບາງສິ່ງໃນຊີວິດ ຂອງທ່ານຊາຣາດາ ແທັງ (Sarada Taing), ນັບຕັ້ງແຕ່ນັກຂ່າວຄົນນີ້ໄດ້ຮັບການຂົ່ມຂູ່ຢ່າງຮຸນແຮງຈາກນັກສື່ສັງຄົມອອນລາຍ ທີ່ສະຫນັບສະຫນຸນລັດຖະບານ ໃນກໍາປູເຈຍເມື່ອເດືອນມິຖຸນາຜ່ານມາ.
ໃນຂໍ້ຄວາມເປັນສຽງຄັ້ງທີນຶ່ງ ທີ່ສົ່ງມາຜ່ານທາງເຟສ໌ບຸກ ເມື່ອວັນທີ 19 ມິຖຸນານີ້, ທ່ານເພັງ ວັນນາກ ອະດີດເຈົ້າໜ້າທີ່ຕຳຫຼວດກ່າວວ່າ ລາວ “ຢາກຕັດຫົວຂອງຂ້ອຍ ຖ້າຫາກຂ້ອຍມາກຳປູເຈຍ,” ທ່ານ ແທັງ, ເຊິ່ງປັດຈຸບັນອາໄສຢູ່ວໍຊິງຕັນ ກ່າວ.
ໃນຂໍ້ຄວາມສຽງຄັ້ງທີສອງ, ຜູ້ໂທຫາກ່າວວ່າ ລາວຮູ້ຈັກຄົນຢູ່ໃນ ສະຫະລັດ ທີ່ຍັງກຽດຊັງ ທ່ານ ແທັງ. ອີກບໍ່ເທົ່າໃດມື້ຕໍ່ມາ ໃນວັນທີ 22 ມິຖຸນາ, ທ່ານວັນ ນາກ ໄດ້ຈັດການສົນທະນາຜ່ານທາງເຟສ໌ບຸກໄລຟ໌ ໃນລະຫວ່າງນັ້ນ ລາວກ່າວວ່າ ລາວຈະບໍ່ຄິດເປັນຄັ້ງທີສອງ ທີ່ຈະສັງຫານ ທ່ານແທັງ.
ຂໍ້ຄວາມທັງສອງສະບັບ ໄດ້ຮັບການທົບທວນ ແລະແປໂດຍ VOA, ເຊິ່ງເປັນການເວົ້າທີ່ບໍ່ສຸພາບ ໃສ່ຮ້າຍປ້າຍສີ ໂດຍລວມມີການຂົ່ມຂູ່ທີ່ຮຸນແຮງທາງເພດຕໍ່ຄອບຄົວຂອງນັກຂ່າວຄົນນີ້.
ທ່ານແທັງ ກ່າວວ່າ “ຂ້ອຍຮູ້ສຶກຕົກໃຈແທ້ໆ, ແລະຂ້ອຍກໍຢ້ານຫຼາຍ. ຄອບຄົວຂອງຂ້ອຍພາກັນຢ້ານກົວຫລາຍ, ຂ້ອຍບໍ່ມີກົນໄກໃດໆ ທີ່ຈະປົກປ້ອງຕົນເອງເລີຍ."
ທ່ານແທັງ ກ່າວວ່າ ທ່ານວັນນາກ ຮາວີລາວ ມາເປັນເວລາຫຼາຍປີ, ແຕ່ເຫດ ການຫລ້າສຸດປາກົດວ່າ ມີຂຶ້ນຫຼັງຈາກອົງການຂ່າວຂອງ ທ່ານແທັງ ດໍາເນີນການອອກອາກາດລາຍງານກ່ຽວກັບນັກທຸລະກິດກຳປູເຈຍ ທີ່ຖືກກ່າວຫາວ່າທໍາການສໍ້ລາດບັງຫຼວງ.
ທ່ານວັນນາກ ຜູ້ທີ່ດໍາເນີນລາຍການອອກຂ່າວໃນຫນ້າເຟສ໌ບຸກ ທີ່ມີຄົນຕິດຕາມເກືອບ 685,000 ຄົນ, ບໍ່ໄດ້ຕອບຄໍາຖາມໃດໆ ທີ່ຮ້ອງຂໍຈາກ VOA.