ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມລັດອິສລາມ ຍັງມີນັກລົບ ຫຼາຍສິບພັນຄົນ ໃນອີຣັກ ແລະຊີເຣຍ


ສະມາຊິກຄົນນຶ່ງ ຂອງກອງກຳລັງອີຣັກ ຍ່າງຜ່ານປ້າຍຂອງກຸ່ມລັດ
ອິສລາມ ໃນອຸໂມງ ທີ່ີໃຊ້ສຳລັບການຝຶກຊ້ອມ ຂອງກຸ່ມຈີຮາດ, ມີນາ 2017, ຂ້າງນອກເມືອງ ໂມລຊູລ
ສະມາຊິກຄົນນຶ່ງ ຂອງກອງກຳລັງອີຣັກ ຍ່າງຜ່ານປ້າຍຂອງກຸ່ມລັດ ອິສລາມ ໃນອຸໂມງ ທີ່ີໃຊ້ສຳລັບການຝຶກຊ້ອມ ຂອງກຸ່ມຈີຮາດ, ມີນາ 2017, ຂ້າງນອກເມືອງ ໂມລຊູລ

ພວກ​ກໍ່​ການ​ຮ້າຍກຸ່ມ​ລັດ​ອິສລາມ ອາ​ດຈະ​ເປັນ​ພວກ​ທີ່​ທົນ​ທານ​, ​ເຂັ້ມ​ແຂງ​ ​ແລະເປັນ ອັນຕະລາຍຮ້າຍແຮງກວ່າທີ່​ເຈົ້າ​ໜ້າ​ທີ່​ສະຫະລັດ​ເຕັມໃຈທີ່ຈະປ່ອຍໄວ້, ໂດຍກ່າວວ່າ
ກຳລັງສູ້​ລົບໃນ​ອີຣັກ ​ແລະ​ຊີ​ເຣຍ ​ແມ່ນ​ມີ​ຈຳນວນໃກ້ໆກັບ​ອັນ​ທີ່​ເອີ້ນ​ວ່າ ຈຸດ​ສູງ​ທີ່​ສຸດ
​ຂອງ​ພວກ​ເຂົາແລ້ວ.

ຫຼັງ​ຈາກ​ໂຈມຕີຖິ້ມລະ​ເບີ​ດ ມາ​ເປັນ​ເວລາ 4 ປີ​ແລ້ວ ການ​ກຳຈັດ​ພວກ​ຜຸູ້ນຳທີ່ສຳຄັນໆ
​ຂອງ​ກຸ່ມ​ລັດອິສລາມ ​ແລະການໂຈມ​ຕີ​ອື່ນໆ ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ​
ແລະ​ກຸ່ມແນວໂຮມ, ມັນ​ຍັງ​ມີ​ພວກ​ນັກ​ລົບຂອງ​ກຸ່ມ​ລັດອິສລາມປະມານ 28,600 ຫາ
31,600 ຄົນ ​ໃນ​ອີຣັກ​ແລະ​ຊີ​ເຣຍ ອີງ​ຕາມ​ຂໍ້​ມູນ​ທີ່ທາງ​ກະຊວງ​ປ້ອງ​ກັນ​ປະ​ເທດ
ໃຫ້​ແກ່​ຜູ້​ກວດກາທົ່ວໄປ ​ຂອງການ​ປະຕິບັດ​ງານ ​Inherent Resolve ​ແລະ​ການ
ປະຕິບັດ​ງານ ​ປາຊິ​ຟິກ ​ອິ​ໂກລ ໃນຟິລິບ​ປິນ (OIR ​ແລະ OPEP).

​ໃນ​ຄວາມ​ແຂງ​ແກ່ນໃນລະດັບສູງສຸດ​ຂອງ​ກຸ່ມ​ໃນ​ປີ 2015 ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ສະຫະລັດ
ກະ​ວ່າ ກຸ່ມ​ກໍ່​ການ​ຮ້າຍນີ້ ​ແມ່ນມີນັກລົບຢູ່​ປະມານ 33,000 ຄົນ ໃນ​ອີຣັກ​ແລະ​ຊີ​ເຣຍ ​
ໃນ​ເວລາ​ນັ້ນ, ດ້ວຍການເສີມກຳລັງ ​ໃນ​ການ​ເກັບເກນ​ ເອົາ​ພວກນັກ​ລົບຕ່າງປະເທດ​
ເຂົ້າ​ໄປ​ໃນ​ກຸ່ມ ​ໃນ​ແຕ່ລະ​ເດືອນນັ້ນ.

ນັກຮຽນຊາວອີຣັກ ຜູ້ນຶ່ງ ຢ່າງຜ່ານຜະໜັງຮົ້ວໂຮງຮຽນ ທີ່ມີຮູບແຕ້ມທີ່ສະແດງອອກ ຂອງພວກກໍ່ການຮ້າຍ ກຸ່ມລັດອິສລາມ ທີ່ຈໍ່ປືນຍິງພວກນັກໂທດ, ເມືອງໂມລໂຊລ, ອີຣັກ, 30 ເມສາ 2018.
ນັກຮຽນຊາວອີຣັກ ຜູ້ນຶ່ງ ຢ່າງຜ່ານຜະໜັງຮົ້ວໂຮງຮຽນ ທີ່ມີຮູບແຕ້ມທີ່ສະແດງອອກ ຂອງພວກກໍ່ການຮ້າຍ ກຸ່ມລັດອິສລາມ ທີ່ຈໍ່ປືນຍິງພວກນັກໂທດ, ເມືອງໂມລໂຊລ, ອີຣັກ, 30 ເມສາ 2018.

ໃນການ​ຄາດ​ຄະ​ເນໃໝ່​ ຫຼັງ​ຈາກ​ທີ່​ໄດ້​ໃຊ້​ເງິນຈຳນວນ 14 ລ້ານ 3 ​ແສນ​ໂດ​ລາເຂົ້າ​ໃສ່
​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຫຼາຍ​ກວ່າ 24,000 ຄັ້ງ, ແນວໂຮມ​ທີ່​ນຳພາ​ໂດຍ​ສະຫະລັດ
ແມ່ນ​ປະສົບ​ຜົນສຳ​ເລັດ​ແຕ່ພຽງບາງ​ສ່ວນເທົ່ານັ້ນ. ​ໃນ​ຂະນະ​ທີ່​ກຸ່ມ​ລັດອິສລາມ ​ໄດ້​ປະກາດຕົນເອງ ​ສ້າງຕັ້ງລັດອິສລາມ ຊຶ່ງໄດ້​ຂະຫຍາຍ​ອິດ​ທິພົນກວມ​ເຂົ້າ​ໄປ ​ໃນບາງ
ພາກສ່ວນຂອງ​ອີຣັກ​ ແລະ​ຊີ​ເຣຍ ແຕ່ບໍ່ໄດ້ກາຍນັ້ນໄປ, ຄວາມ​ພະຍາຍາມ ​ທີ່ນຳພາ
ໂດຍສະຫະລັດນັ້ນ ​ແມ່ນ​ເຮັດ​ໄດ້ ​ແຕ່​ພຽງ​ໜ້ອຍ​ດຽວ ທີ່​ຈະ​ກຳຈັດການດຳເນີນຄວາມ
ພະຍາຍາມຂອງ​ກຸ່ມ​ລັດ​ອິສລາມ​ໂດຍ​ລວມ.

​ແທນ​ທີ່ ​ລາຍ​ງານ​ຂອງ​ຜູ້ກວດກາທົ່ວໄປທີ່ອອກໃນທຸກໆ​ 3 ​ເດືອນ ໄດ້ອ້າງຕົວເລກ
ຂອງກະຊວງ​ປ້ອງ​ກັນ​ປະ​ເທດທີ່ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ລັດ​ອິສລາມ ​ອາດສາມາດ​
ນຳ​ເອົາ​ພວກ​ນັກ​ລົບ ຫຼາຍ​ກວ່າ 17,000 ຄົນ ​ເຂົ້າໄປໃນ​ອີຣັກ.

ສ່ວນພວກນັກລົບອີກ 13,100 ຄົນ ຫາ 14,500 ຄົນ ​ແມ່ນ​ມີໜ້າຢູ່ໃນ​ຊີ​ເຣຍ, ຊຶ່ງ​ລາຍ​
ງານ​ໄດ້​ລະບຸ​ໄວ້ ​ມີ​ພຽງ​ແຕ່ 4,000 ຄົນ ຫາ 6,000 ຄົນເທົ່ານັ້ນ “ຍັງ​ຢູ່​ໃນ​ເຂດ​ປະຕິ
ບັດ​ງານ​ທາງທະຫານ​ຂອງ​ສະຫະລັດ ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ.”
ສ່ວນ​ທີ່ເຫຼືອ​ນັ້ນ ​
ແມ່ນ​ປະຕິບັດ​ງານ ​ຢູ່ໃນ​ເຂດ​ທີ່​ຄວບ​ຄຸມໂດຍລະ​ບອບ​ການ​ປົກຄອງຂອງ​ຊີ​ເຣຍ ​ແລະ
ພັນທະ​ມິດ​ເຊັ່ນ ຣັດ​ເຊຍ ​ແລະ​ອີຣ່ານ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG