ໃນລາຍງານກ່ຽວກັບພາບພົດໃນອານາຄົດຂອງອາຫານ ສະບັບຫລ້າສຸດຂອງຕົນນັ້ນ, ອົງ
ການອາຫານ ແລະ ການກະເສດ ຫລື FAO ໄດ້ອອກຄຳເຕືອນແກ່ປະຊາຄົມສາກົນໃຫ້
ກຽມຕົວຮັບມືກັບສະພາບການໃນພາຍໜ້າ ທີ່ຈະຫຍຸ້ງຍາກກວ່າເກົ່າ ເວັ້ນເສຍແຕ່ວ່າຈະມີ
ການຜະຫລິດ ອາຫານຈາກຜົນລະປູກຫລັກຕ່າງໆ ເພີ້ມຂຶ້ນຢ່າງຫລວງຫລາຍສົມຄວນ
ໃນປີ 2011.
ອົງການ FAO ທໍານາຍວ່າ ມູນຄ່າການນຳເຂົ້າອາຫານ
ສຳລັບພວກ ປະເທດທີ່ທຸກຈົນທີ່ສຸດ ຈະເພີ້ມຂຶ້ນ 11%
ໃນປີນີ້ ແລະ ເພີ້ມຂຶ້ນຮອດ 20% ສໍາລັບປະເທດທີ່ມີ
ລາຍໄດ້ຕໍ່າ ທີ່ຜະຫລິດອາຫານບໍ່ພຽງພໍກັບຄວາມຕ້ອງ
ການ.
ລາຍງານຂອງອົງການ FAO ເວົ້າວ່າ ໃນຈໍານວນທີ່ສູງເກີນ
1 ພັນລ້ານໂດລານັ້ນ ມູນຄ່າການນຳເຂົ້າຂອງອາຫານໃນ
ໂລກ ແມ່ນຈະເພີ້ມ ຂຶ້ນເຖິງລະດັບທີ່ບໍ່ເຄີຍມີມາກ່ອນ ນັບ
ຕັ້ງແຕ່ລາຄາອາຫານໄດ້ຖີບຕົວສູງຂຶ້ນຢ່າງເປັນປະວັດການ
ໃນປີ 2008 ເປັນຕົ້ນມາ. ທ່ານ Abdolreza Abbassian
ຊຶ່ງເປັນນັກເສດຖະສາດປະຈຳອົງການ FAO ກ່າວວ່າ:
ທ່ານ Abbassian ເວົ້າວ່າ “ລາຄາຂອງພືດຜົນທີ່ເປັນ
ອາຫານເກືອບທຸກປະເພດໄດ້ຖີບຕົວສູງຂຶ້ນຂ້ອນຂ້າງວ່ອງໄວ ໃນໄລຍະບໍ່ເທົ່າ
ໃດເດືອນທີ່ຜ່ານມາ. ລາຄາສິນຄ້າອາຫານບາງປະເພດ ໄດ້ຖີບຂຶ້ນສູງເກືອບ
ເທົ່າກັບລະດັບຂອງປີ 2008 ຊຶ່ງເປັນປີທີ່ພວກເຮົາມີວິກິດການທາງອາຫານນັ້ນ.”
ລາຍງານຂອງອົງການ FAO ກ່າວອີກວ່າ ດ້ວຍເຫດວ່າມີການກົດດັນຕໍ່ລາຄາສິນຄ້າໃນໂລກເກືອບທຸກປະເພດ ທີ່ບໍ່ສາມາດລະງັບໃຫ້ຫລຸດລົງໄດ້ນັ້ນ ປະຊາຄົມໂລກຈະຕ້ອງເຝົ້າລະວັງເບິ່ງຜົນກະທົບຢ່າງແຮງ ຈາກການຂາດແຄນອາຫານໃນຕະຫລາດໂລກ ໃນປີ 2011 ແລະ ກໍກຽມຕົວຮັບມືກັບມັນ. ທ່ານ Abbassian ເວົ້າວ່າ ໃນໂລກນີ້ ມີຫລາຍກວ່າ 80 ປະເທດ ທີ່ຖືກຈັດເຂົ້າໃນລາຍຊື່ປະເທດ ທີ່ມີລາຍຮັບຕໍ່າ ແລະ ບໍ່ຜະລິດອາຫານໄດ້ພຽງພໍ ກັບຄວາມຕ້ອງການບໍລິໂພກຂອງປະເທດ. ທ່ານກ່າວຕໍ່ໄປວ່າ:
ທ່ານ Abbassian ເວົ້າວ່າ “ລາຄາອາຫານຕ່າງໆ ທີ່ພວກເຮົາເວົ້າເຖິງໃນທຸກມື້ນີ້ ແມ່ນ 40 ຫາ 60% ສູງກວ່າລາຄາອາຫານໃນປີກາຍນີ້. ສະນັ້ນ ເລື້ອງນີ້ ຈຶ່ງເປັນພາລະທີ່ໃຫຍ່ຫລາຍ ສຳລັບພວກປະເທດທີ່ທຸກຈົນກວ່າ ໃນ
ຈຳນວນ 80 ປະເທດທີ່ວ່ານັ້ນ ຊຶ່ງຢ່າງໜ້ອຍກໍມີຮອດ 30 ປະເທດພຸ້ນແຫລະ
ທີ່ຕ້ອງແບກຫາບບັນຫາໃນການສືບຕໍ່ຊື້ອາຫານຈາກຕະຫລາດໂລກ ໃນລາຄາ
ທີ່ແພງຫລາຍຢູ່ໃນປັດຈຸບັນນີ້.”
ອົງການດັ່ງກ່າວ ໄດ້ປັບການຄາດຄະເນຂອງຕົນ ກ່ຽວກັບການຜະລິດພືດປະເພດເມັດຂອງໂລກລົງ ໂດຍກ່າວວ່າ ມັນຈະຫລຸດລົງ 2%. ອົງການ FAO ຊຶ່ງກ່ອນໜ້ານີ້ ໄດ້ທຳນາຍວ່າ ການຜະລິດອາຫານປະເພດນີ້ ຈະມີເພີ້ມຂຶ້ນຢູ່ 1.2% ເວົ້າວ່າ ການຫລຸດໜ້ອຍລົງໃນສະບຽງອາຫານປະເພດເມັດນັ້ນ ແມ່ນເປັນຍ້ອນດິນຟ້າອາກາດທີ່ບໍ່ດີ.
ອົງການອາຫານ ແລະການກະເສດ ຫລື FAO ຍັງເວົ້າອີກວ່າ ປະລິ ມານອາຫານປະເພດເມັດສ່ວນໃຫຍ່ ທີ່ມີສະສົມໄວ້ນັ້ນ ກໍຄາດວ່າຈະຫລຸດລົງຢ່າງຫລວງຫລາຍ ແລະ ການຜະຫລິດອາຫານປະເພດນີ້ ຄວນຈະເພີ້ມຂຶ້ນ ເພື່ອໃຫ້ຕອບສະໜອງກັບຄວາມຕ້ອງການໃນການບໍລິໂພກໄດ້. ລາຍງານນີ້ຍັງເວົ້າຕື່ມອີກວ່າ ມີແຕ່ປະລິມານເຂົ້າທີ່ເກັບ ສຳຮອງໄວ້ເທົ່ານັ້ນ ທີ່ຄາດວ່າຈະເພີ້ມຂຶ້ນ. ລາຍງານເວົ້າວ່າ ສ່ວນ ການຜະລິດເຂົ້າເບລ, ສາລີ ແລະ ຖົ່ວເຫລືອງນັ້ນ ກໍຄວນຈະມີເພີ້ມຂຶ້ນ.