ເວລາອົງການສະຫະປະຊາຊາດ ຕໍ່ສູ້ກັບບັນຫາຄວາມອຶດ ຢາກ ຢູ່ໃນປະເທດນຶ່ງໆນັ້ນ ຕາມປົກກະຕິແລ້ວ ທາງອົງ ການນີ້ ກໍຈະພະຍາຍາມປັບປຸງ ລະບົບການກະເສດ ການປະຕິບັດກ່ຽວກັບເລື່ອງປ່າໄມ້ ແລະການປະມົງຂອງ ປະເທດດັ່ງກ່າວ ແຕ່ຢູ່ ສປປ ລາວ ຊຶ່ງເປັນປະເທດນຶ່ງ ທີ່ມີ ອັດຕາການຂາດແຄນອາຫານຂອງເດັກ ໃນລະດັບສູງ ໃນເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ນາງ LARISSA BRUNN ຈາກອົງການອາຫານ ແລະກະເສດຂອງສະຫະ ປະຊາຊາດ ກ່າວວ່າ ການຕໍ່ສູ້ທີ່ວ່ານີ້ ໄດ້ກ້າວ ເຂົ້າໄປສູ່ຂົງເຂດວຽກງານ ທີ່ບໍ່ຄ່ອຍໄດ້ຍິນມາກ່ອນ.
“ພວກເຮົາໄດ້ທຳການສຳຫຼວດ ໃນທົ່ວປະເທດ ຢູ່ລາວ ແລະພົບວ່າ 95% ຂອງພົນລະ ເມືອງລາວ ກິນແມງໄມ້ ຊຶ່ງນີ້ສະແດງໃຫ້ເຫັນວ່າ ແມງໄມ້ ໄດ້ເປັນພາກສ່ວນນຶ່ງຂອງ ອາຫານ ແລະວັດທະນະທຳລາວ ແບບໃດ? ມັນຄືສ່ວນນຶ່ງ ຂອງໂພຊະນາການ ສຳລັບ ພວກເຂົາເຈົ້າ. ດັ່ງນັ້ນ ມັນຈຶ່ງບໍ່ແມ່ນວ່າ ພວກເຮົາໄດ້ນຳສະເໜີສິ່ງໃໝ່ໆ ແຕ່ໃນທາງ ກົງກັນຂ້າມແລ້ວ ພວກເຮົາກຳລັງດຳເນີນງານ ກ່ຽວກັບພື້ນຖານ ທາງອາຫານ ທີ່ມີຢູ່ແລ້ວ ໃນລາວນັ້ນ.”
ພວກນັກຄົ້ນຄວ້າ ກະປະມານວ່າ ຢູ່ໃນທົ່ວໂລກ ມີແມງໄມ້ຫຼາຍກວ່າ 1,700 ຊະນິດ ທີ່ ກິນໄດ້. ຢູ່ລາວ ຕັກແຕນ ແລະຈິນາຍ ແມ່ນຮວມຢູ່ໃນຈຳພວກແມງໄມ້ ທີ່ໄດ້ຮັບຄວາມ ນິຍົມສູງ ແຕ່ພວກຜູ້ຄົນ ຢູ່ຕາມເຂດທ້ອງຖິ່ນ ຍັງພາກັນກິນແມງໄມ້ ຈຳພວກປີກແຂງ ປະເພດຈຸດຈີ່ ດ້ວງ ຫລືໄຂ່ຂອງແມງ ແລະມົດຕ່າງໆ. ແມງໄມ້ເຫຼົ່ານີ້ ມີທາດໂປຣຕີນ ແລະໄຂມັນສູງ ຕະຫຼອດທັງວິຕາມິນ ທີ່ຈຳເປັນຕ່າງໆ ເຊັ່ນ ທາດເຫຼັກ ແລະ ແຄລຊຽມ. ແມງໄມ້ບາງຈຳພວກ ແມ່ນສາມາດນຳມາກິນໄດ້ເລີຍ ແຕ່ນາງ BRUNN ເວົ້າວ່າ ມັນມີ ລົດຊາດທີ່ໂອຊາແລະປອດໄພກວ່າ ຖ້າພວກເຮົານຳເອົາແມງໄມ້ເຫຼົ່ານີ້ ມາປຸງແຕ່ງເສຍກ່ອນ.
“ຄືກັນກັບຊີ້ນ ຊະນິດຕ່າງໆ ຕາມປົກກະຕິແລ້ວ ພວກແມງໄມ້ເຫລົ່ານັ້ນ ຄວນນຳມາປຸງ ແຕ່ງກ່ອນ. ແນ່ນອນ ຂ້ອຍແນ່ໃຈວ່າ ມີບາງຊະນິດທີ່ເຮົາສາມາດກິນໄດ້ໂລດ ແຕ່ຢູ່ທີ່ລາວນີ້ ຕາມທຳນຽມແລ້ວ ແມ່ນນຳມາປຸງແຕ່ງກ່ອນ. ວິທີປຸງແຕ່ງຕາມປົກະຕິແບບງ່າຍໆ ກໍຄືຈືນ ແຕ່ຂ້ອຍກໍເຄີຍກິນມາແລ້ວ ວິທີປຸງແຕ່ງ ທີ່ແຊບໆແບບອື່ນ ທີ່ເອົາປາແລະຊີ້ນຕ່າງໆໄປ ປຸງແຕ່ງ ແລ້ວກໍຕື່ມແມງໄມ້ໃສ່ເຂົ້າໄປ. ແມງໄມ້ເຫຼົ່ານີ້ ສາມາດປຸງແຕ່ງ ໃຫ້ມີລົດຊາດແຊບນົວໄດ້ ແມ່ນກະທັງກັບເນີຍແຂງ. ດັ່ງນັ້ນ ຈຶ່ງມີຫຼາຍໆວິທີ ທີ່ເຮົາສາມາດນຳເອົາແມງໄມ້ ມາກິນເປັນອາຫານ.”
ໃນຂະນະທີ່ການກິນແມງໄມ້ ແມ່ນໄດ້ຮັບຄວາມນິຍົມມາເປັນເວລາຫຼາຍໆຮ້ອຍປີແລ້ວ ຢູ່ໃນຂົງເຂດ ທາງອົງການອາຫານແລະກະເສດ ຂອງສະຫະປະຊາຊາດ ຫຼື FAO ກໍພວມ ດຳເນີນງານ ເພື່ອເສີມຂະຫຍາຍລາຍໄດ້ຂອງພວກເກັບແມງໄມ້ ໃນເຂດທ້ອງຖິ່ນ ແລະ ພ້ອມດຽວກັນ ກໍຊ່ວຍພວກທີ່ລ້ຽງແມງໄມ້ຂາຍນັ້ນ ເພິ່ມທະວີຜະລິດຕະຜົນຂອງເຂົາ ເຈົ້າ ໃຫ້ໄດ້ຫຼາຍຂຶ້ນ ເພື່ອວ່າຜູ້ຄົນ ໃນຈຳນວນເພີ້ມຂຶ້ນ ຈະໄດ້ກາງຕໍ່ແມງໄມ້ເຫຼົ່ານີ້ ໃນການ ບໍລິໂພກເປັນອາຫານປະຈຳວັນ ທີ່ມີໂພຊະນາການສູງ.
ນາງ BRUNN ກ່າວວ່າ ອົງການ FAO ພວມດຳເນີນງານ ຮ່ວມກັບລັດຖະບານລາວ ແລະພວກທີ່ມັກກິນແມງໄມ້ ແລະລ້ຽງແມງໄມ້ ເພື່ອປັບປຸງໃຫ້ແມງໄມ້ເຫຼົ່ານີ້ ອອກແມ່ ແຜ່ລູກ ແລະມີຢູ່ຕໍ່ໄປ ແບບຍືນຍົງ.
“ໃນຮອບປີຜ່ານມາ ພວກເຮົາໄດ້ມີໂຄງການ ທົດລອງນ້ອຍໆ ໂຄງການນຶ່ງ ບ່ອນທີ່ພວກເຮົາ ໄດ້ດຳເນີນງານ ຮ່ວມກັບຊາວໄຮ່ຊາວສວນຈຳນວນນຶ່ງ ໃນເຂດນະຄອນຫຼວງວຽງຈັນ ເພື່ອ ທົດລອງ ເຮັດຟາມລ້ຽງແມງໄມ້ ແລະໃນເດືອນພຶດສະພາ ຜ່ານມານີ້ ພວກເຮົາກໍໄດ້ຮັບອະນຸມັດ ໂຄງການໃຫຍ່ໂຄງການນຶ່ງ ເປັນເວລາສອງປີ ຊຶ່ງໃນໂຄງການນີ້ ພວກເຮົາຈະໄດ້ເຮັດວຽກ ຮ່ວມກັບພວກຊາວໄຮ່ຊາວສວນ ກຸ່ມໃຫຍ່ກວ່າເກົ່າ ແລະຈຸດປະສົງທີ່ສຳຄັນ ກໍແມ່ນກ່ຽວກັບເລື່ອງໂພຊະນາການ. ມັນເປັນໂອກາດ ທີ່ສາມາດສ້າງລາຍຮັບ ແລະນອກນັ້ນ ກໍຍັງເປັນໂຄງການນຶ່ງ ທີ່ແຕກຕ່າງໄປຈາກເກົ່າ.”
ສຳລັບຜູ້ຄົນທີ່ບໍ່ມັກກິນຕັກແຕນ ຫຼືຂົ້ວແມງເໝົ້າແລ້ວ ນາງ BRUNN ກ່າວວ່າ ເລື່ອງ ລົດຊາດ ບໍ່ແມ່ນບັນຫາໃຫຍ່ ແຕ່ປະການໃດ.
“ຢູ່ປະເທດຕາເວັນຕົກ ຂ້ອຍຮູ້ດີ ຢູ່ອະເມຣິກາເໜືອແລະຢູໂຣບ ແມງໄມ້ ບໍ່ເຄີຍຖືກນຳ ມາກິນເປັນອາຫານ ຄືກັນກັບໃນເຂດເອເຊຍ ຕາເວັນອອກສຽງໃຕ້ ອາຟຣິກາ ແລະ ອາເມຣິກາລາຕິນ ດັ່ງນັ້ນ ສຳລັບພວກເຮົາ ຊຶ່ງຂ້ອຍເອງ ກໍເປັນຄົນຢູໂຣບ ມັນອາດ ເປັນປະສົບພະການ ທີ່ຮັບເອົາໄດ້ຍາກ ເວລາເຮົາລອງກິນເປັນເທື່ອທຳອິດ ແຕ່ມີ ບາງຄົນ ບອກຂ້ອຍວ່າ ເວລາເຈົ້າກິນງົວ ເຈົ້າກໍບໍ່ໄດ້ນຳເອົາງົວໝົດໂຕ ມາວາງໃສ່ ເທິງໂຕະ. ດັ່ງນັ້ນ ພວກເຮົາຈຶ່ງດັດແປງ ໂຕຢ່າງວ່າ ຈິນາຍ ໃຫ້ກາຍມາເປັນແຮມເບີເກີ ຈິນາຍ. ເຈົ້າອາດ ມັກລົດຊາດຂອງມັນ ແລະເຫັນວ່າ ມັນແຊບຫຼາຍ ກໍເປັນໄດ້.”
ນາງ BRUNN ກ່າວວ່າ ສ່ວນນຶ່ງໃນການປຸກລະດົມ ກ່ຽວກັບການກິນແມງໄມ້ ຂອງອົງການ FAO ຢູ່ລາວ ແມ່ນຊຸກຍູ້ສົ່ງເສີມ ປະເພນີ ໃນການມັກກິນແມງໄມ້ ແລະໃຫ້ຄວາມໝັ້ນໃຈ ແກ່ຜູ້ຄົນວ່າ ການກິນດັກແດ້ນັ້ນ ບໍ່ເປັນເລື່ອງ ທີ່ໜ້າລະອາຍຫຍັງເລີຍ. ນາງເວົ້າວ່າ ແມງໄມ້ ເປັນພາກສ່ວນ ອັນສຳຄັນອັນນຶ່ງ ຂອງວັດທະນະທຳ ແລະອາດສາມາດເປັນພາກສ່ວນທີ່ ສຳຄັນຂອງໂພຊະນາການ ຫລືອາຫານການກິນ ທີ່ປະກອບດ້ວຍເຄື່ອງກິນຫຼາກ ຫຼາຍຊະນິດ ແລະເປັນປະໂຫຍດຕໍ່ສຸຂະພາບ.