ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

'Beatlemania' ຄົບຮອບ 50 ປີ ຢູ່ໃນສະຫະລັດ (ວີດີໂອ)


ວັນ​ອາທິດ​ມື້​ນີ້ ​ເປັນ​ວັນ​ຄົບຮອບ 50 ປີ ຂອງ​ການ​ບຸກລຸກ​ສະຫະ
ລັດ​ໂດຍ​ອັງກິດບັ້ນນຶ່ງ ​ເວລາວົງ​ດົນຕີ​ ຣ໊ອກ The Beatles ​ໄດ້
ມາ​ອອກລາຍການໂທລະພາບຂອງ​ອາ​ເມ​ຣິກາ ​ເປັນ​ເທື່ອ​ທໍາ​ອິດ ​
ໃນ​ລາຍ​ການ Ed Sullivan Show ອັນ​ເປັນ​ຈຸດ​ເລີ່​ມຕົ້ນຂອງ​
ອັນ​ທີ່​ກາຍ​ມາເປັນ​ອັນ​ທີ່​ເອີ້ນ​ກັນວ່າ Beatlemania ຫລື​ຄວາມ
​ຫຼົງ​ໄຫຼ​ໃນ​ຄະນະ The Beatles ນັ້ນ.

ລາຍການ​ທີ​ວີ​ປະ​ຈໍາ​ອາທິດ​ຂອງ Ed Sullivan ​ເປັນ​ທີ່​ຮັບ​ຮູ້ກັນ​
ວ່າ​ເປັນ​ລາຍການສະ​ແດງ​ທີ່​ຮ້ອນ​ແຮງ​ທີ່​ສຸດ ​ໃນ​ວົງ​ການ​ທຸລະ
​ກິດ​ການສະ​ແດງ. ຜູ້​ຈັດ​ລາຍການ Ed Sullivan ​ໄດ້​ເຫັນ​ວົງ​
the Beatles ​ຖືກ​ຫ້ອມ​ລ້ອມໂດຍ​ແຟນ​ເພງ​ຊາວ​ອັງ​ກິດ ຢູ່​ທີ່​
ສະໜາມ​ບິນ​ໃນ​ກຸງ​ລອນດອນ ​ແລະ​ໃນ​ທັນທີນັ້ນ ກໍ​ໄດ້​ຕົກລົງ​ເຊັນ​ສັນຍາໃຫ້​ຄະນະດັ່ງກ່າວ
ມາສະ​ແດງ​ໃນ​ລາຍການ​ຂອງ​ຕົນສາມ​ຄັ້ງລຽນ​ຕິດ​ ເຖິງ​ແມ່ນວ່າ​ໃນ​ເວລາ​ນັ້ນ ​ຄະນະ​ The
Beatles ຍັງ​ບໍ່​ທັນ​ໂດ່​ງດັງ​ຢູ່​ໃນ​ສະຫະລັດ ກໍຕາມ​.

ພວກ​ສະຖານີວິທະຍຸ ​ເພງ Rock and roll ທັງຫຼາຍ​ໃນທົ່ວ​ສະຫະລັດ ​ໄດ້​ເຮັດ​ໃຫ້​ຄວາມ​
ຫຼົງ​ໄຫຼວົງ The Beatles ​ເພີ້​ມທະວີ​ຂຶ້ນ ​ໂດ​ຍການ ເຜີຍ​ແຜ່ເພງຂອງ​ເຂົາ​ເຈົ້າ​ແບບ​ບໍ່​ຢຸດ.
ບັນດາ​ແຟນໆ ​ໄດ້ໄປອັ່ງ​ອໍ​ປີ້​ເຂົ້າ​ ຊົມລາຍການ​ຂອງ​ Sullivan Show ເຖິງ​ 50,000 ປີ້
ຢູ່​ທີ່​ໂຮງ​ມະຫໍລະສົບ​ແຫ່ງ​ນຶ່ງ​ໃນນະຄອນນີວຢ໊ອກ ຊຶ່ງ​ມີບ່ອ​ນນັ່ງພຽງ 700 ບ່ອນ.

ພວກຜູ້​ຊົມ​ຢູ່​ທາງ​ບ້ານ 70 ລ້ານ​ຄົນ ​ເປີດ​ທີ​ວີ​ເບິ່ງ​ເວລາ 8 ​ໂມງ ​ແລະໄດ້ເຫັນ​ນັກ​ດົນຕີ
ຄະນະ the Beatles ຄື John Paul George ​ແລະ​Ringo ຮ້ອງເພງສາມ​ເພງ ​ໃນ​ຫ້ອງ studio ທີ່ອັ່ງ​ອໍ​ດ້ວຍ​ພວກຜູ້​ສາວ​ໄວ​ລຸ້ນ ທີ່​ພາກັນ​ສົ່ງ​ສຽງ​ຮ້ອງ​ໂຮ​ເຊຍ ຢ່າງ​ຄຶກຄື້ນ.

ມື້​ນີ້ ຊາວ​ອາ​ເມ​ຣິກັນ ພາກັນປະກອບ​ພິທີເປັນຂີດ​ໝາຍ​ວັນ​ຄົບຮອບ 50 ປີ ຂອ​ງການສະ​ແດງ​ດົນຕີ​ຮອບ​ທໍາ​ອິດ​ຂອງວົງ​ດົນຕີ the Beatles ຢູ່ທົ່ວ​ປະ​ເທດ ຈາກ​ຕັ້ງ​ແຕ່ຕຶກ Capitol
Records Tower ທີ່​ Los Angeles ​ໄປ​ຈົນ​ເຖິງ​ສະໜາມ​ບິນ JFK ທີ່ ນີວຢ໊ອກ ບ່ອນ​ທີ່
​ວົງດົນຕີ the Beatles ​ໄດ້​ກ້າວ​ລົງ​ຢຽບ​ດິນ​ແດນ​ອາ​ເມ​ຣິກາ​ ເທື່ອ​ທໍາ​ອິດ​ນັ້ນ.
XS
SM
MD
LG