ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຟນບານເຕະ ໄດ້ຮັບບາດເຈັບ ໃນການ ປະທະກັນ ຢູ່ໃນການແຂ່ງຂັນ Euro 2016


ຕຳຫຼວດ ໃຊ້ແກັສນຳ້ຕາ ໃສ່ພວກຄົນທີ່ຫລົງເຫຼືອຢູ່ເມືອງ
ທ່າເກົ່າແກ່ ຂອງ Marseille ເພື່ອກະຈາຍ ພວກເຂົາເຈົ້າ ອອກໄປ ຫຼັງຈາກ ການແຂ່ງຂັນບານເຕະ ລະຫວ່າງ ອັງກິດ ກັບ ຣັດເຊຍ ໃນສາຍກຸ່ມ B.
ຕຳຫຼວດ ໃຊ້ແກັສນຳ້ຕາ ໃສ່ພວກຄົນທີ່ຫລົງເຫຼືອຢູ່ເມືອງ ທ່າເກົ່າແກ່ ຂອງ Marseille ເພື່ອກະຈາຍ ພວກເຂົາເຈົ້າ ອອກໄປ ຫຼັງຈາກ ການແຂ່ງຂັນບານເຕະ ລະຫວ່າງ ອັງກິດ ກັບ ຣັດເຊຍ ໃນສາຍກຸ່ມ B.

ມີການປະທະກັນຢ່າງຮຸນແຮງ ເກີດຂຶ້ນ ລະຫວ່າງ ແຟນບານເຕະຂອງຄູ່ແຂ່ງ ຂັນຢູ່ໃນສອງເມືອງ ຂອງຝຣັ່ງ ໃນວັນເສົາວານນີ້ ຊຶ່ງເປັນການທຳລາຍພາບພົດ ການແຂ່ງຂັນລະດັບສາກົນ ແລະ ມີຄຳຖາມເຖິງການປັບປຸງຄືນໃໝ່ ຂອງຄວາມ ປອດໄພຢູ່ໃນເຫດການດັ່ງກ່າວ.

ຫຼາຍກວ່າ 35 ຄົນ ໄດ້ຮັບບາດເຈັບ ຢູ່ໃນນະຄອນ Marseille ຫຼັງຈາກ ພວກ ແຟນບານເຕະຈາກອັງກິດ ແລະ ພວກແຟນບານເຕະຈາກຣັດເຊຍ ໄດ້ແກວ່ງ ແກ້ວເບຍແລະ ຕັ່ງນັ່ງ ໃສ່ກັນແລະກັນ ແລະຕຳຫຼວດຢັບຢັ້ງເພື່ອທີ່ຈະຄວບຄຸມ ການຕ່ອຍຕີກັນຢ່າງຮ້າຍແຮງຫຼາຍຄູ່ ທີ່ໄດ້ເກີດຂຶ້ນ ຢູ່ໃນເສັ້ນທາງແຄບໆຫຼາຍ ສາຍຢູ່ອ້ອມຮອບ Stade Velodrome.

ຫຼັງຈາກເກມ ທີມບານເຕະທັງສອງ ກໍເສັດສິ້ນລົງດ້ວຍການສະເໝີກັນ 1 ຕໍ່ 1 ພວກສະໜັບສະໜູນຣັດເຊຍ ໄດ້ແລ່ນເຂົ້າໄປຟາກເບື້ອງຂອງອັງກິດ ຊຶ່ງກົດ ດັນໃຫ້ແຟນບານເຕະ ພາກັນຟ້າວຫາທາງອອກໄປ ແລະ ປິນຮົ້ວ ໃນຄວາມ ພະຍາຍາມຫລົບໜີ ເອົາຕົວລອດ ຢ່າງຮີບດ່ວນ.

ສ່ວນເຫດການອີກແຫ່ງໜຶ່ງ ຢູ່ທີ່ປະເທດແຄມຝັ່ງເມດີເຕີເຣນຽນໃນນະຄອນ Nice ມີຫຼາຍຄົນກວ່າ ໃນເຫດການກ່ອນນີ້ ໄດ້ຮັບບາດເຈັບໃນລະຫວ່າງ ຄວາມຮຸນແຮງເກີດຂຶ້ນ ລະຫວ່າງ ແຟນບານເຕະຈາກໄອແລນເໜືອ ກັບ ພົນລະເມືອງຢູ່ໃນທ້ອງຖິ່ນ.

ສະຫະພັນກິລາບານເຕະ ຂອງຢູໂຣບ ຫຼື UEFA ໄດ້ປະນາມຄວາມຮຸນແຮງທີ່ ເກີດຂຶ້ນໂດຍກ່າວວ່າ “ພວກຄົນທີ່ກະທຳຄວາມຮຸນແຮງ ເຊັ່ນນັ້ນ ບໍ່ຄວນໃຫ້ມີ ຢູ່ໃນກິລາບານເຕະ.”

ປັດຈຸບັນນີ້ ທີມບານເຕະຣັດເຊຍ ກຳລັງລໍຄອຍການເປັນໄປໄດ້ວ່າ ຈະຖືກ ລົງໂທດຫຼັງຈາກການກະທຳຕ່າງໆ ຂອງແຟນບານເຕະຂອງຕົນ. ເມື່ອສີ່ປີກ່ອນ ຢູ່ໃນປະເທດໂປແລນ ຫຼັງຈາກແຟນບານເຕະຂອງຣັດເຊຍ ໄດ້ກໍ່ຄວາມຮຸນແຮງ ທີ່ຄ້າຍຄືກັນນີ້ ຢູ່ໃນການແຂ່ງຂັນ Euro 2012 ທີມບານເຕະຣັດເຊຍ ໄດ້ຖືກລົງ ໂທດຕັດຄະແນນອອກ 6 ແຕ້ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG