ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແຟນ​ເພງ ເລືອກປະ​ເທດ ໂຮນ​ລັງ ເປັນ​ຜູ້​ຊະ​ນະ​ ການ​ແຂ່ງ​ຂັນ​ ຮ້ອງ​ເພງ ລາຍ​ການ Eurovision


ທ້າວ ດັງ​ແຄັນ ລໍ​ເຣັ​ນ​ສ໌ ຈາກ​ປະ​ເທດ ໂຮນ​ລັງ ສະຫຼອງ​ໄຊ​ຊະ​ນະ ການ​ແຂ່ງ​ຂັນ​ຮ້ອງ​ເພງ​ Eurovision 2019, ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, ປະ​ເທດ ອິ​ສ​ຣາ​ແອ​ລ. 18 ພຶດ​ສະ​ພາ, 2019.
ທ້າວ ດັງ​ແຄັນ ລໍ​ເຣັ​ນ​ສ໌ ຈາກ​ປະ​ເທດ ໂຮນ​ລັງ ສະຫຼອງ​ໄຊ​ຊະ​ນະ ການ​ແຂ່ງ​ຂັນ​ຮ້ອງ​ເພງ​ Eurovision 2019, ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, ປະ​ເທດ ອິ​ສ​ຣາ​ແອ​ລ. 18 ພຶດ​ສະ​ພາ, 2019.

ປະ​ເທດ ໂຮ​ນ​ລັງ ໄດ້​ຊະ​ນະ​ການ​ແຂ່ງ​ຂັນ​ຮ້ອງ​ເພງ Eurovision ປີ 2019 ທີ່​ນະ​ຄອນ
ຫຼວງ ແທລ ອາວີຟ ໃນວັນເສົາວານນີ້, ດ້ວຍເພງເປຍໂນແນວເສົ້າຂອງທ້າວ ດັງແຄັນ
ລໍເຣັນສ໌ ແຂ່ງກັບ ແຊັ້ມຄົນປັດຈຸບັນຂອງລາຍການແຂ່ງຂັນຮ້ອງເພງທີ່ໜ້າຕື່ນຕາຂອງ
ຢູໂຣບ.

ທ້າວ ດັງ​ແຄັນ ອາ​ຍຸ 25 ປີ ໄດ້​ມີ​ຄະ​ແນນ​ນຳ​ໜ້າ​ໃນ​ຕອນ​ຕົ້ນ​ໆ​ກ່ອນ​ຮອ​ບ​ຊິງ​ຊະ​ນະ​ເລີດ
ແຕ່ໄດ້ຮັບພຽງອັນດັບທີສາມ ຫຼັງຈາກການລົງຄະແນນສຽງຂອງຄະນະກຳມະການມື
ອາຊີບຈາກ 41 ປະເທດທີ່ເຂົ້າຮ່ວມ, ຕາມຫຼັງປະເທດ ສວີເດັນ ແລະ ມາເຊໂດເນຍເໜືອ.
ລາວໄດ້ມີຄະແນນນຳໜ້າຍ້ອນການລົງຄະແນນສຽງຂອງພວກແຟນເພງ, ເຮັດໃຫ້ປະ
ເທດ ໂຮນລັງ ໄດ້ຊະນະເປັນຄັ້ງທີຫ້າຂອງເຂົາເຈົ້າໃນການແຂ່ງຂັນດັ່ງກ່າວ. ອິຕາລີ
ໄດ້ອັນດັບສອງ, ຕາມດ້ວຍ ຣັດເຊຍ, ສວິດເຊີແລນ ແລະ ນໍເວ.

ທ້າວ ລໍ​ເຣັ​ນ​ສ໌ ໄດ້​ກ່າວ, ໃນ​ຂະ​ນະ​ທີ່​ລາວ​ໄດ້​ຮັບ​ຂັນ​ຈາກ​ຜູ້​ຊະ​ນະ​ເລີດ​ຂອງ​ປີ​ກາຍນີ້,
ນາງ ເຮັດຕາ ບາຊິໄລ ຈາກປະເທດ ອິສຣາແອລ ວ່າ "ນີ້​ແມ່ນສຳ​ລັບ​ຄວາມ​ຝັນ​ທີ່​ໃຫຍ່.
ນີ້ແມ່ນສຳລັບເພງກ່ອນອື່ນໝົດ, ຕະຫຼອດໄປ."

ປະ​ຊາ​ຊົນ​ປະ​ມານ 200 ລ້ານ​ຄົນ​ຈາກ​ທົ່ວ​ໂລກ ເຊື່ອ​ວ່າ​ໄດ້​ເບິ່ງ​ການ​ແຂ່ງ​ຂັນ​ຮ້ອງ​ເພງ​
ປະຈຳປີນີ້, ດ້ວຍ 26 ປະເທດ ຕໍ່ສູ້ກັນໃນການແຂ່ງຂັນຮອບສຸດທ້າຍຂອງລາຍການ
Eurovision ຄັ້ງທີ 64.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG