ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ໄພອຶດຢາກ ອາດເປັນເຫດ ພາໃຫ້ມີການປຸ້ນ ກຳປັ່ນ ເພີ່ມຂຶ້ນ ນອກຝັ່ງ ໂຊມາເລຍ

ພວກລູກເຮືອ ຢູ່ເທິງກຳປັ່ນບັນທຸກນ້ຳມັນ Aris 13 ພາກັນໂບກມື ຫຼັງຈາກຖືກປ່ອຍໂຕ ໂດຍພວກໂຈນທະເລ ລຸນຫຼັງການເຈລະຈາ ກັບບັນດາເຈົ້າໜ້າທີ່ ແລະ ຜູ້ເຖົ້າຜູ້ແກ່ ໃນທ້ອງຖິ່ນ ເຂດປົກຄອງຕົນເອງ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງລັດ Puntland ຂອງໂຊມາເລຍ, ວັນທີ 19 ມີນາ 2017.

ບັນດາເຈົ້າໜ້າທີ່ ຂອງສະຫະລັດ ກຳລັງລັງເລໃຈ ທີ່ຈະຖືວ່າການປຸ້ນກຳປັ່ນໂດຍໂຈນ
ທະ​ເລ ຢູ່​ໃນ​ເຂດນ່ານນ້ຳນອກຝັ່ງໂຊມາເລຍ ທີ່ເພີ່ມຫຼາຍຂຶ້ນນັ້ນ ວ່າຈະເປັນແນວໂນ້ມ
ທີ່ເກີດຂຶ້ນ.

ນາຍພົນທະຫານນາວິກະໂຍທິນ Thomas Waldhauser ໄດ້ກ່າວໃນວັນອາທິດ
ວານນີ້ ທີ່ກອງປະຊຸມຖະແຫລງຂ່າວ ຢູ່ຖານທັບໃນ Djibouti ຊຶ່ງ​ເປັນ​ປະ​ເທດ​ນ້ອຍໆ
​ໃນອາຟຣິກາ ບ່ອນທີ່ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ໄດ້
ໄປຢ້ຽມຢາມ ວ່າ “ພວກເຮົາຍັງບໍ່ພ້ອມເທື່ອ ທີ່ຈະກ່າວວ່າ ມັນ​ເປັນແນວໂນ້ມ ​ໃນ​
ເຂດ​ດັ່ງກ່າວ​ ແຕ່ພວກເຮົາກໍຈະສືບຕໍ່ຕິດຕາມເບິ່ງ.”

ພາບຖ່າຍນີ້ ເມື່ອປີ 2012, ສະແດງໃຫ້ເຫັນ ໂຈນທະເລ ຊາວໂຊມາເລຍ ຄົນນຶ່ງ ຢືນຢູ່ໃກ້ກັບ ກຳປັ່ນຫາປາ ຂອງໄຕ້ຫວັນ ທີ່ຖືກຄື້ນຟອງທະເລຊັດຂຶ້ນຝັ່ງ ຫຼັງຈາກພວກໂຈນທະເລ ໄດ້ຮັບເງິນຄ່າໄຖ່ໂຕ ຂອງພວກລູກເຮືອ ທີ່ໄດ້ຖືກປ້ອຍໂຕໄປ. ashore after the pirates were paid a ransom and the crew were released.

ນາຍພົນ Waldhauser ໄດ້ສະເໜີແນະວ່າ ໄພແຫ້ງແລ້ງ ແລະ ໄພອຶດຢາກ ຢູ່ໃນ
ຂົງເຂດ ໄດ້ເຮັດໃຫ້ພວກໂຈນທະ​ເລ ພາກັນໂຈມຕີ ກຳປັ່ນພານິດ ທີ່ບັນທຸກອາຫານ
ແລະ ນ້ຳມັນ 6 ເທື່ອ ເມື່ອບໍ່ດົນມານີ້.

ປະຊາຊົນ ຈາກໂຊມາເລຍ ຊູດານໃຕ້ ໄນຈີເຣຍ ແລະ ເຢເມນ ຫຼາຍກວ່າ 20 ລ້ານຄົນ
ຕົກຢູ່ໃນອັນຕະລາຍ ທີ່ຈະເສຍຊີວິດ ຍ້ອນຄວາມອຶດຫິວ ພາຍໃນ​ໄລຍະ 6 ເດືອນ ຕໍ່
ໜ້ານີ້ ອີງຕາມອົງການອາຫານໂລກ ຂອງສະຫະປະຊາຊາດ.

ການໂຈມຕີປຸ້ນກຳປັ່ນ ໄດ້ເກີດຂຶ້ນ ຫຼັງຈາກ​ທີ່​ໄດ້ຫລຸດລົງ ໃນໄລຍະ 5 ປີຜ່ານມາ ຊຶ່ງ
ໃນຊ່ວງ ປີ 2010 ຫາ 2012 ໄດ້ເກີດເຫດການໂຈມຕີ ໃນອັດຕາສ່ວນທີ່ຫຼາຍຂຶ້ນ ຈົນ
ກາຍເປັນວິກິດການ.

ພົນເອກກອງທັບເຮືອ ສະຫະລັດ Richard Rodriguez ໄດ້ກ່າວວ່າ ການປຸ້ນກຳປັ່ນ
“ແນ່ນອນແລ້ວ ໄດ້ເພີ່ມຫຼາຍຂຶ້ນ.” ທ່ານກ່າວຕື່ມວ່າ ແຕ່ຫາກວ່າ ການຮັບມືກັບ ການ
ປຸ້ນກຳປັ່ນ ບໍ່ແມ່ນພາລະກິດ ຂອງພວກທະຫານຂອງທ່ານ ຜູ້ທີ່ສຸມໃສ່ ການຕໍ່ຕ້ານ ການກໍ່ການຮ້າຍ ໃນແຫລມອາຟຣິກາ ແລະ ການພັດທະນາ ຄວາມອາດສາມາດຕ່າງໆ
ໃຫ້ແກ່ກອງທັບແຫ່ງຊາດ ໃນໂຊມາເລຍ ແລະ ແຫ່ງອື່ນໆ ຢູ່ໃນຂົງເຂດ.

US Somalia Pirates
please wait
Embed

No media source currently available

0:00 0:01:01 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG