ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ແມ່​ຍິງ​ທີ່ນັບ​ຖືສາ​ສະ​ໜາ​ຄ​ຣິ​ສ​ ​ຄົນ​ນຶ່ງໄດ້ຮັບການ​ຕັດ​ສິນ​ ໃຫ້​ພົ້ນ​ໂທດ ແລະຂໍ​ລີ້​ໄພ​ຢູ່​ໃນ​ຢູ​ໂຣບ

​ແມ່​ຍິງ ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ ຊາວປາ​ກິ​ສ​ຖານ ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ ນັ່ງ​ນັບ​ຟັງ​ຄຳ​ຕັດ​ສິນ​ເຈົ້າ​ແຂວງ ແຂວງ ປັນ​ຈາບ ທ່ານ​ແຊ​ລ​ມານ ທາ​ເຊຍ (Salman Taseer), ທີ່​ບໍ່​ເຫັນ​ໃນ​ພາບ, ​ໃນ​ຄຸກ ຊີ​ກູ​ປາ​ຣາ (Sheikhupura) ໃກ້ໆ​ກັບ​ລາ​ຮໍ, 20 ພະ​ຈິກ 2010.

​ສາ​ມີ​ຂອງ​ນາງເອ​ເຊຍ ບີ​ບີ ຊາວປາ​ກິ​ສ​ຖານ ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຄົນ​ນຶ່ງ
ໄດ້​ຮັບການ​ຕັດ​ສິນ​ໃຫ້​ພົ້ນ​ໂທດ ຫຼັງ​ຈາກ​ໄດ້​ຖື​ກ​ຂັງມາ ​ເພື່ອ​ລໍ​ຖ້າໃນບັນ​ຊີ​ປະ​ຫານ​ຊີ​ວິດ​
ເປັນ​ເວ​ລາ 8 ປີ ແລ້ວ​ນັ້ນ ກ່າວ​ວ່າ ມັນ​ບໍ່​ປອດ​ໄພ​ສຳ​ລັບ​ຄອບ​ຄົວ ທີ່​ຍັງ​ຈະ​ອາ​ໄສ​
ຢູ່​ໃນປາ​ກິ​ສ​ຖານ ຈຶ່ງ​ໄດ້​ຂໍ​ລີ້​ໄພ​ຢູ່​ໃນ​ຢູ​ໂຣບ.

​ທ້າວ ອາ​ຊິກ ມາ​ຊີ ໄດ້​ບອກ​ກັບ​ວີ​ໂອ​ເອ​ ພະ​ແນກ​ພາ​ສາ​ອູ​ດູ ວ່າ ຄອບ​ຄົວ​ຂອງ​ລາວ
ໄດ້ຂໍ​ລີ້​ໄພ​ຢູ່​ໃນສເປນ ແລະ​ຝ​ຣັ່ງ ແລະ​ກຳ​ລັງ​ລໍ​ຖ້າການ​ຕອບ​ຮັບ​ຢູ່.

ລາວ​ກ່າວວ່າ ພັນ​ລະ​ຍາ​ຂອງ​ລາວ ​ຍັງ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ກັບ​ຄືນ​ເມືອ​ບ້ານ​ຂອງ​ລາວ
ຫຼັງ​ຈາກ​ການ​ຕັດ​ສິນ​ທີ່​ສຳ​ຄັນ​ຂອງ​ສານ​ສູງ​ສຸດປາ​ກິ​ສ​ຖານ ​ທີ່​ຍົກ​ເລີກ​ການ​ກ່າວ​ໂທດລາວ
ທີ່​ໄດ້​ດູ​ຖູກ​ສາດ​ສະ​ດາ​ຈານ​ ໂມ​ຮຳ​ມັດ​ ຂອງສາ​ສະ​ໜາ​ອິດ​ສ​ລາມ ໃນປີ 2010 ນັ້ນ.

ການ​ພົ້ນ​ໂທດ​ດັ່ງ​ກ່າວ ໄດ້​ຈຸດ​ຂະ​ນວນ​ເປັນ​ເວ​ລາ 3 ມື້ ໃຫ້ມີ​ການ​ປະ​ທ້ວງ​ຢ່າງ​ແຜ່​ຫຼາຍ
ໂດຍ​ພວກ​ນັບ​ຖືສາ​ສະ​ໜາ​ອິດ​ສ​ລາມ ຜູ້​ທີ່​ຕ້ອງ​ການ​ຢາກໃຫ້​ການຮັບ​ໂທດ​ປະ​ຫານ​ຊີ​ວິດ
ຂອງ​ນາງ​ບີ​ບີມີຢູ່. ບັນ​ດາ​ສະ​ມາ​ຊິກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ກຸ່ມ​ເທີ​ຣິກ ອີ-ລັບ​ໄບ​ຄ໌ ຢາ
ຣາ​ໂຊ​ລ ອາ​ລາ ຫຼື (TLYR) ໄດ້​ພາ​ກັນປະ​ທ້ວງ​ໃນ​ຖະ​ໜົນ​ສາຍສຳຄັນ ​ຂອງເມືອງ​ໃຫຍ່​
ສຸດ​ ຂອງປາ​ກິ​ສ​ຖານ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ມີການ​ປະ​ຫານ​ຊີ​ວິດ​ ຕໍ່ບັນ​ດາ​ຜູ້​ພິ​ພາກ
​ສາ​ສານ​ສູງ​ສຸດ​ ພວກ​ຊຶ່ງ​ຕັດ​ສິນ​ພົ້ນ​ໂທດ​ສຳລັບ​ນາງ​ບີ​ບີ ນັ້ນ.

ພວກທີ່ສະໜັບສະໜຸນຊາວປາກິສຖານ ຫົວຮຸນແຮງ ຈູດພາບໂປສເຕີຂອງ ນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ ໃນການຮວມຕົວປະທ້ວງ ເພື່ອປະນາມຂອງສານສູງສຸດ ທີ່ໄດ້ຕັດສິນພົ້ນໂທດຂອງນາງເອເຊຍ ບີບີ ຊາວປາກິສຖານ ທີ່ນັບຖືສາສະໜາຄຣິສຕຽນຄົນນຶ່ງ ຜູ້ຊຶ່ງຕິດຄຸກ ເປັນ​ເວ​ລາ 8 ປີ ໃນບັນຊີປະຫານຊີວິດ ໃນໂທດຖານດູ​ໝິ່ນ​ສາດ​ສະ​ໜາ​ອິ​ສ​ລາມ ໃນເມືອງຄາຣາຈີ, ປາກິສຖານ, 02 ພະຈິກ 2018

ກຸ່ມຂອງ​ລັດ​ຖະ​ບານ ໄດ້ເຈ​ລະ​ຈາ​ເພື່ອ​ສິ້ນ​ສຸດຂອງ​ພວກ​ປະ​ທ້ວງ​ທັງ​ຫຼາຍ, ໂດຍ​ຕົກ​ລົງ
​ເຫັນ​ພ້ອມ “ທີ່​ຈະ​ເອົາ​ມາດ​ຕະ​ການ​ຢ່າງ​ຖືກ​ຕ້ອງ​ເປັນ​ທາງ​ການ” ເພື່ອ​ປ້ອງ​ກັນ​ນາງ​ບີ​ບີ
ບໍ່ໃຫ້ອອກ​ຈາກ​ປະ​ເທດ ໃນ​ຂະ​ນະ​ທີ່​ທາງ​ສານ​ສູງ​ສຸດ ​ຈະຮັບ​ຟັງ​ຄຳຂໍ​ອຸ​ທອນ​ຂອງ​ການ​
ກ່າວ​ໂທດ​ທີ່​ວ່າ​ນີ້ຢູ່.

ທ້າວ​ມາ​ຊີ ກ່າວ​ວ່າ ລາວ​ຍັງ​ບໍ່​ສາ​ມາດ​ຕິດ​ຕໍ່​ກັບ​ພັນ​ລະ​ຍາ​ຂອງ​ລາວ​ໄດ້​ເທື່ອແລະ​ຍັງ​
ໄດ້​ກ່າວ​ອີກວ່າ ລາວ​ບໍ່​ຮູ້​ວ່າ​ນາງ​ຖືກ​ກັກ​ຂັງ​ໄວ້​ໃນ​ແຫ່ງ​ຫົນ​ໃດ​ແທ້.

ລາວ​ໄດ້​ກ່າວ​ວ່າ ເຖິງ​ແມ່ນ​ວ່າ​ການ​ປະ​ທ້ວງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ ກໍ​ຕາມ, ແຕ່​ການ​ສ່ຽງ​ຕໍ່
​ຄວາມ​ປອດ​ໄພຂອງຄອບ​ຄົວ​ຂອງ​ລາວ ແມ່ນ​ຍັງ​ສືບ​ຕໍ່ມີຢູ່​ຢ່າງ​ບໍ່​ຫຼົດ​ລະ. ລາວ​ໄດ້​ກ່າວຕື່ມ​
ອີກ​ວ່າ ພວກ​ລູກໆ​ຂອງ​ລາວ ແມ່ນ​ພາ​ກັນ​ຢ້ານ​ກົວ​ເປັນ​ທີ່​ສຸດ.

ທ້າວ​ມາ​ຊີ ໄດ້​ກ່າວ​ວ່າ ເຖິງ​ແມ່ນ​ວ່າ ​ການ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ຈັດ​ໃຫ້ເວນ​ຍາມ​
ຂ້າງນອກ​ຂອງ​ບ້ານ​ລາວ ຍັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄອບ​ຄົວ​ຂອງ​ລາວຍ້ອນ​ວ່າການ​ມີ​ໜ້າ​ຂອງ​
ພວກ​ເຂົາ​ເຈົ້າ ສາ​ມາດພາໃຫ້ຄົນ​ອື່ນໆ ຮູ້​ວ່າ ບ້ານ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ​ຢູ່​ໃສ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ທະນາຍຄວາມຊາວປາກິສຖານທ່ານ ຊາຍໂຟລ ມູລຸຄ ກ່າວຕໍ່ພວກນັກຂ່າວ ໃນກອງ ປະຊຸມຖະແຫຼງຂ່າວ ໃນນະຄອນ Hague ວັນທີ 5 ພະຈິກ 2018. ຫຼັງຈາກທີ່ທ່ານໄດ້ໂຕນໜີ ຈາກປາກິສຖານ ຍ້ອນການຖືກຂົ່ມຂູ່ ທີ່ມີຂຶ້ນ ຫຼັງຈາກທີ່ໄດ້ຊະນະຄະດີ ໃນສານ ທີ່ແມ່ຍິງຜູ້ນັບຖືສາສະໜາຄຣິສ ຄົນນຶ່ງ ໄດ້ຮັບການຕັດສິນໃຫ້ພົ້ນໂທດ ຈາກການດູໝິ່ນສາດສະໜາອິສລາມ.

XS
SM
MD
LG