ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ເທີກີ ສັງຫານພວກຫົວຮຸນແຮງ ເກືອບ 70 ຄົນໃນພາກເໜືອຂອງ ຊີເຣຍ


ສະມາຊິກຄອບຄົວຮ້ອງໄຫ້ໃນເມືອງ Cayiralan, ແຂວງ Yozgat, ປະເທດ ເທີກີ, ໃນລະຫວ່າງພິທີສົ່ງສະການ
ສຳລັບທະຫານ ເທີກີ ທ່ານ Oktay Durak, 23 ທັນວາ, 2016.
ສະມາຊິກຄອບຄົວຮ້ອງໄຫ້ໃນເມືອງ Cayiralan, ແຂວງ Yozgat, ປະເທດ ເທີກີ, ໃນລະຫວ່າງພິທີສົ່ງສະການ ສຳລັບທະຫານ ເທີກີ ທ່ານ Oktay Durak, 23 ທັນວາ, 2016.

ລັດຖະບານ ເທີກີ ໄດ້ກ່າວໃນວັນເສົາວານນີ້ວ່າ ເຮືອບິນຮົບຂອງພວກເຂົາເຈົ້າໄດ້ສັງຫານ ພວກຫົວຮຸນແຮງລັດອິສລາມ 68 ຄົນ, 20 ກິໂລແມັດທາງພາກຕາເວັນອອກສຽງເໜືອ ຈາກເມືອງ ອາເລັບໂປ ຂອງ ຊີເຣຍ, ໃນຂະນະທີ່ການສູ້ຮົບທີ່ດຸເດືອດໄດ້ດຳເນີນຂຶ້ນໃນ ເມືອງ al-Bab ລະຫວ່າງພວກນັກຮົບຫົວຮຸນແຮງ ແລະ ພວກກະບົດທີ່ໄດ້ຮັບການສະ ໜັບສະໜູນໂດຍກອງກຳລັງ ເທີກີ.

ໂຄສົກກອງທັບ ເທີກີ ໄດ້ກ່າວວ່າ ການໂຈມຕີທາງອາກາດໃນຂ້າມຄືນທີ່ຜ່ານມາ, ເຊິ່ງ ເປັນການປະຕິບັດການປ້ອງກັນແມ່ນຳ Euphrates ນຳໜ້າໂດຍ ເທີກີ, ໄດ້ທຳລາຍເປົ້າ ໝາຍພວກ IS 141 ແຫ່ງ, ລວມທັງຫ້ອງການໃຫຍ່ທະຫານ, ນັບຕັ້ງແຕ່ການໂຈມຕີຄັ້ງ ຫຼ້າສຸດໄດ້ເລີ່ມຂຶ້ນໃນຕອນຄ່ຳຂອງວັນສຸກທີ່ຜ່ານມາ.

ກອງທັບ ເທີກີ ໃຫ້ການສະໜັບສະໜູນ ພວກທີ່ຖືກເອີ້ນວ່າ ກອງທັບ ຊີເຣຍ ເສລີ, ເຊິ່ງ ເປັນກຸ່ມກະບົດທີ່ຫາທາງເອົາຊະນະລັດຖະບານ ດາມາສກັສ ທີ່ພວກເຂົາເຈົ້າກໍໄດ້ປິດ ລ້ອມເມືອງ al-Bab ທີ່ຖືກຄວບຄຸມໂດຍພວກ IS ໃນສັບປະດາທີ່ຜ່ານມາເຊັ່ນກັນ. ເທີກີ ໄດ້ເລີ່ມການປະຕິບັດການເພື່ອຜັກດັນພວກລັດອິສລາມ ແລະ ພວກນັກຮົບຊາວ ເຄີດ ອອກຈາກເຂດຊາຍແດນຕິດກັບ ຊີເຣຍ ຂອງພວກເຂົາເຈົ້າເກືອບ 4 ເດືອນແລ້ວ.

ການຕໍ່ສູ້ຢູ່ອ້ອມເມືອງ al-Bab ໄດ້ມີຄວາມຮຸນແຮງຂຶ້ນໃນສັບປະດານີ້, ດ້ວຍກອງທັບ ເທີກີ ອ້າງວ່າຕົນໄດ້ສັງຫານພວກ ຈີຮາດ ໃນວັນພຸດທີ່ຜ່ານມາມື້ດຽວ ເກືອບ 140 ຄົນ. ບັນດານັກວິເຄາະກ່າວວ່າ ມັນເປັນການຕໍ່ສູ້ມື້ດຽວທີ່ມີຄົນຕາຍຫຼາຍທີ່ສຸດນັບຕັ້ງແຕ່ ເທີກີ ໄດ້ເປີດການໂຈມຕີ ຊີເຣຍ ໃນທ້າຍເດືອນສິງຫາທີ່ຜ່ານມາ, ລຸນຫຼັງການໂຈມຕີລະເບີດ ສະຫຼະຊີບທີ່ເຊື່ອມໂຍງກັບພວກ IS ເຊິ່ງເຮັດໃຫ້ປະຊາຊົນຫຼາຍກວ່າ 50 ຄົນເສຍຊີວິດ ໃນເມືອງ Gaziantep ທີ່ຕັ້ງຢູ່ພາກໃຕ້ຂອງ ເທກີ ໃນວັນທີ 20 ສິງຫາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG