ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວລູກເຮືອເກົາຫລີໃຕ້ ທີ່ຖືກໂຈນທະເລຈັບໄປ ຮ້ອງຂໍ ຄວາມຊ່ວຍເຫລືອ


ຮູບຈາກວີດີໂອ ສະແດງໃຫ້ເຫັນລູກເຮືອເກົາຫລີໃຕ້ສອງຄົນ ໃນຈໍານວນສີ່ຄົນ ທີ່ຖືກພວກໂຈນທະເລໂຊມາເລຍ ຈັບໄວ້ເປັນ ໂຕປະກັນ ເພື່ອຮຽກຄ່າໄຖ່ ແລະຕໍ່ຮອງ, ເດືອນມີນາ 2012.
ຮູບຈາກວີດີໂອ ສະແດງໃຫ້ເຫັນລູກເຮືອເກົາຫລີໃຕ້ສອງຄົນ ໃນຈໍານວນສີ່ຄົນ ທີ່ຖືກພວກໂຈນທະເລໂຊມາເລຍ ຈັບໄວ້ເປັນ ໂຕປະກັນ ເພື່ອຮຽກຄ່າໄຖ່ ແລະຕໍ່ຮອງ, ເດືອນມີນາ 2012.
ບັນດາ​ຄອບ​ຄົວ​ຂອງ ພວກ​ລູກເຮືອເກົາຫລີ​ໃຕ້ ​ສີ່​ຄົນ​ ທີ່ໄດ້ຖືກ
ໂຈນ​ທະເລ​ໂຊ​ມາ​ເລຍ ຈັບ​ໄປ​ເປັນ​ໂຕ​ປະກັນ ​ໃນ​ປີແລ້ວ​ນີ້ ໄດ້
ວິ​ງວອນຮ້ອງຂໍ​ຄວາມ​ຊ່ວຍ​ເຫ​ລື​ອ ​ໃຫ້​ມີ​ການ​ໂຕ​ປ່ອຍ​ເຂົາ​ເຈົ້າ.

ລູກ​ເຮືອເກົາຫລີ​ໃຕ້ເຫລົ່າ​ນັ້ນ ​ແມ່ນ​ຮວມ​ຢູ່​ໃນ​ກຸ່ມ​ລູກ​ເຮືອ​ກໍາ​
ປັ່ນ​ບັນທຸກ​ນໍ້າມັນ MT Gemini ​ທີ່​ໄດ້​ຖືກ​ຈັບ​ໄປ​ໃນ​ວັນ​ທີ 30 ​
ເມສາ 2011 ​ໃນ​ຂະນະ​ທີ່ກໍາລັງ​ເດີນ​ທາງ​ຈາກປະ​ເທດ​ເຄັນ​ຢາ ​
ໄປ​ຍັງມາ​ເລ​ເຊຍ. ພວກ​ໂຈນ​ທະ​ເລ ​ໄດ້​ປ່ອຍ​ໂຕ​ລູກ​ເຮືອສ່ວນ​
ໃຫຍ່​ ຫລັງ​ຈາກ​ເຈົ້າ​ຂອງ​ເຮືອ​ບັນທຸກ​ນໍ້າມັນ ຊຶ່ງ​ເປັນ​ຊາວສິງ
ກະໂປ ​ໄດ້​ຈ່າຍ​ຄ່າໄຖ່ ທີ່ມີ​ລາຍ​ງານ​ວ່າ​ ຕົກເປັນ​ຈໍາ​ນວນ​ເງິນ
6 ລ້ານ​ໂດ​ລານັ້ນ.

ບັນດາສະມາຊິກ​ຄອບຄົວຂອງ​ຊາວ​ເກົາຫລີ​ໃຕ້​ທັງ​ສີ່ ​ໄດ້ອອກ​
ມາ​ກ່າວ ຕໍ່​ກອງ​ປະຊຸມນັກ​ຂ່າວ​ ເປັນ​ຄັ້ງ​ທໍາອິດ ​ໃນ​ວັນ​ຈັນມື້​ນີ້
ຫລັງ​ຈາກ​ທີ່​ໄດ້​ມິດ​ງຽບຢູ່ ​ໃນ​ລະຫວ່າງ​ທີ່ ລັດຖະບານ​ແ​ລະ​ເຈົ້າ​ຂອງ​ເຮືອ​ເຮັດ​ວຽກ​ ເພື່ອ​ປົດ​ປ່ອຍ​ຜູ້ທີ່​ຍັງຖືກ​ຈັບ​ໄວ້​ເປັນ​ໂຕ​ປະກັນ​ນັ້ນ. ສື່ມວນ​ຊົນ​ເກົາຫລີ​ໃຕ້ ​ໄດ້​ເປີດ​ເຜີຍຂ່າວ​ນີ້​ອອກ​ມາ​ ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ​ທີ່​ໄດ້​ມິດ​ງຽບ ບໍ່​ໄດ້​ລາຍ​ງານ​ຂ່າວໃດໆ ຕາມ​ຄໍາ​ຂໍ​ຮ້ອງຂອງ​ກະຊວງ​ການ​ຕ່າງປະ​ເທດ ຫລັງ​ຈາກ​ການ​ພະຍາຍາມ​ຊ່ວຍ​ເຫລືອ​ພວກ​ໂຕ​ປະກັນ ໄດ້ປະສົບ​ກັບ​ຄວາມ​ລົ້ມ​ແຫລວ ​ໃນ​ເດືອນ​ພະຈິກ ປີ​ກາຍ​ນີ້.

ບັນດາ​ຄອບຄົວກ່າວ​ໃນ​ຄໍາຖະ​ແຫລ​ງ​ໃນ​ວັນ​ຈັນມື້​ນີ້​ວ່າ ການດໍາ​ເນີນ​ຄວາມ​ພະຍາຍາມເພື່ອປ່ອຍ​ໂຕພວກ​ລູກ​ເຮືອ ​ແມ່ນບໍ່​ໄດ້ຜົນ​ໃດໆ​ເລີຍ ຊຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ໄດ້ທໍາ​ການ​ຕັດສິນ​ໃຈ “ອັນຍາກ​ລໍາບາກ” ​ເພື່ອຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ ລັດຖະບານ ​ແລະ​ປະຊາຊົນເກົາ​ຫລີ​ໃຕ້.

ພວກຄວບ​ຄົວກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄໍາ​ຂ່າວ​ໃດໆ​ເລີຍ ກ່ຽວກັບ​ສະພາບ​ການ​ຂອງ​ພວກລູກ​ເຮືອທັງ​ສີ່. ນາງ Lee Ji-sun ລູກ​ສາວ​ຂອງ​ Lee Sang-hoo ນຶ່ງ​ໃນ​ຈໍານວນ​ນັ້ນ ໄດ້ສະ​ແດງ​ຄວາມໂສກ​ເສົ້າ​ເປັນ​ຫ່ວງ ກ່ຽວ​ກັບ​ສຸຂະ​ພາບຂອງພໍ່​ລາວ ຫລັງ​ຈາກ​ຖືກ​ກັກໂຕ​ມາ​ເປັນ​ເວລາ ປີ​ເຄິ່ງ.
XS
SM
MD
LG