ການພົບປະທີ່ໄດ້ມີການວາງແຜນໄວ້ ລະຫວ່າງ ປະທານາທິບໍດີ
ໄນຈີເຣຍ ທ່ານ Goodluck Jonathan ກັບພໍ່ແມ່ ຂອງພວກ
ເດັກນັກຮຽນຍິງ ທີ່ຖືກພວກກໍ່ການຮ້າຍ Boko Harem ຈັບຕົວ
ໄປນັ້ນ ໄດ້ຖືກຍົກເລີກຢ່າງກະທັນຫັນ.
ປະທານາທິບໍດີໄນຈີເຣຍ ແລະ ພໍ່ແມ່ຂອງພວກເດັກນັກຮຽນ
ມີກຳໜົດພົບປະກັນຢູ່ ນະຄອນຫລວງ Abuja ໃນວັນອັງຄານ
ວານນີ້. ແຕ່ເຈົ້າໜ້າທີ່ໄນຈີເຣຍ ກ່າວວ່າ ພວກຄອບຄົວ ຂອງ
ເດັກນັກຮຽນໄດ້ຍົກເລີກ ໃນນາທີສຸດທ້າຍ.
ໂຄສົກຂອງປະທານາທິບໍດີ ທ່ານ Doyin Okupe ໄດ້ອ່ານຄຳ
ຖະແຫລງສະບັບນຶ່ງ ທີ່ເວົ້າວ່າ ທ່ານ Jonathan ໄດ້ຖິ້ມໂທດໃສ່ ທີ່ທ່ານເອີ້ນວ່າ“ກຳລັງ
ທາງການເມືອງ” ຢູ່ພາຍໃນການປຸກລະດົມທາງສື່ສັງຄົມ ພາຍໃຕ້ຫົວຂໍ້“Bring Back
Our Girls” ທີ່ແປວ່າ“ນຳເອົາເດັກຍິງຂອງພວກເຮົາກັບຄືນມາ” ນັ້ນ.
ໂຄສົກ Okupe ໄດ້ກ່າວຫາ ພວກຈັດຕັ້ງການປຸກລະດົມ “Bring Back Our Girls”
ວ່າສະໜັບສະໜຸນພວກຜູ້ນຳຝ່າຍຄ້ານ ທີ່ກຳລັງພະຍາຍາມຈະໂຄ່ນລົ້ມ ທ່ານ Jonathan
ໃນການເລືອກຕັ້ງປີ 2015.
ໂຕຕັ້ງໂຕຕີຄົນນຶ່ງຂອງການປຸກລະດົມ “ນຳເອົາເດັກຍິງຂອງພວກເຮົາກັບຄືນມາ”
ບອກກັບວີໂອເອວ່າ ບັນດາຄອບຄົວຂອງພວກເດັກນ້ອຍ ທີ່ຫາຍສາບສູນ ໄດ້ຕັດສິນ
ໃຈ ຍົກເລີກການພົບປະ ກັບປະທານາທິບໍດີ ຕາມລຳພັງຂອງເຂົາເຈົ້າເອງ. ນາງ Mia
Muna ເວົ້າວ່າ ພວກຄອບຄົວຮູ້ສຶກບໍ່ພໍໃຈ ທີ່ທ່ານປະທານາທິບໍດີ ໄດ້ຕົກລົງຈະພົບກັບ
ພວກເຂົາເຈົ້າ ກໍຕໍ່ເມື່ອໄດ້ຖືກຮ້ອງຂໍໂດຍນາງ Malala Yousafzai ເດັກສາວປາກິສຖານ
ທີ່ຖືກພວກຕາລີບານຍິງເກືອບຕາຍ ແລະເວລານີ້ເປັນໂຕຕັ້ງໂຕຕີໃນການສົ່ງເສີມການ
ສຶກສາຂອງພວກເດັກຍິງນັ້ນ.