ໃນຂະນະທີ່ ຈີນ ໄດ້ຈັດກອງປະຊຸມນັກການເມືອງລະດັບສູງໃນນະຄອນຫຼວງ ປັກກິ່ງ, ບັນ ດາຄອບຄົວຂອງພວກທະນາຍຄວາມສິດທິມະນຸດທີ່ໄດ້ຖືກຂັງຄຸກຫ້າຄົນ ໄດ້ຂຽນຈົດ ໝາຍເປີດຊອງໄປຫາປາທານາທິບໍດີ ສີ ຈິ່ນຜິງ, ຮຽກຮ້ອງໃຫ້ບັນດາຜູ້ນຳຂັ້ນສູງຢຸດການ ປາບປາມທະນາຍຄວາມໃນທົ່ວປະເທດທີ່ກຳລັງເປັນບັນຫາຢູ່ໃນເວລານີ້.
ແຕ່ມາຮອດດຽວນີ້, ພວກເຂົາເຈົ້າກ່າວວ່າ ທຸກຢ່າງທີ່ພວກເຂົາເຈົ້າໄດ້ຮັບການສະໜອງ ຕອບ ກໍແມ່ນຄວາມເມີນເສີຍທີ່ເຢັນຊາຈາກບັນດາອຳນາດການປົກຄອງ.
ໃນເມື່ອບໍ່ໄດ້ຮັບບຄຳຕອບທີ່ແຕກຕ່າງຫຍັງຂອງລັດຖະບານ ຕໍ່ການຮຽກຮ້ອງເພື່ອຄວາມ ເປັນທຳຂອງພວກເຂົາເຈົ້າ ເຊິ່ງບໍ່ໄດ້ສ້າງຄວາມປະຫລາດໃຈຫຍັງ, ພວກເຂົາເຈົ້າກໍບໍ່ໄດ້ ລົດລະໃນການສະແດງຄວາມບໍ່ພໍໃຈຂອງພວກເຂົາເຈົ້າ ກ່ຽວກັບສິ່ງທີ່ພວກເຂົາເຈົ້າເວົ້າ ວ່າ ເປັນກົນ ລະຍຸດທີ່ໂຫດຮ້າຍ ຂອງອຳນາດການປົກຄອງ ເຊິ່ງນັ້ນລວມມີ ຄວາມຮຸນ ແຮງ ແລະ ການໃຊ້ການກວດສອບເພື່ອຮາວີບັນດາຄອບຄົວ ແລະ ໝູ່ເພື່ອນຂອງພວກ ທະນາຍຄວາມ ຜູ້ທີ່ກ້າທ້າທາຍສິ່ງທີ່ຫຼາຍຄົນກ່າວວ່າ ເປັນການປາບປາມທີ່ເຂັ້ມງວດ.
ນາງ Yuan Shanshan ພັນລະຍາຂອງທະນາຍຄວາມສິດທິມະນຸດ ທ່ານ Xie Yanyi ໄດ້ກ່າວຕໍ່ວີໂອເອວ່າ “ຢູ່ນອກຂັ້ນໄດປະຕູເຮືອນຂອງຂ້ອຍ, ມັນມີພະນັກງານເຈົ້າໜ້າ ທີ່ຢູ່ບໍ່ຂາດ 5 ຫາ 7 ຄົນ ຜູ້ທີ່ເຝົ້າຕິດຕາມຂ້ອຍຕະຫຼອດເວລາ. ພວກເຂົາເຈົ້າຕິດຕາມ ຂ້ອຍໄປທຸກໆບ່ອນ, ໄປຊື້ເຄື່ອງ ຫຼື ບ່ອນອື່ນໆ. ພວກເຂົາເຈົ້າບໍ່ໄດ້ເຮັດຫຍັງໃຫ້ຂ້ອຍ ມີແຕ່ເຝົ້າເບິ່ງຂ້ອຍຊື່ໆ.”
ນາງ Yuan ໄດ້ກ່າວວ່າເພີ່ມເຕີມວ່າ “ການປະພຶດ ທີ່ລະເມີດຕໍ່ກົດໝາຍດັ່ງກ່າວ ບໍ່ພຽງ ແຕ່ມີຜົນກະທົບໃນແງ່ລົບຕໍ່ສຸຂະພາບຈິດຂອງພວກເຮົາ ແລະ ຄົນທີ່ຢູ່ໃນໝູ່ບ້ານຂອງ ຂ້ອຍເທົ່ານັ້ນ, ແຕ່ມັນກໍຍັງໄດ້ເຮັດໃຫ້ພາບພົດຂອງປະເທດເສື່ອມເສຍອີກດ້ວຍ. ແລະ ມັນກໍໄດ້ກະຕຸ້ນໃຫ້ເກີດຄວາມບໍ່ສະຫງົບໃນຊີວິດຂອງປະຊາຊົນ.”
ທ່ານ Xie ແມ່ນໜຶ່ງໃນບັນດາທະນາຍຄວາມສິດທິມະນຸດ 16 ຄົນຜູ້ທີ່ຍັງຖືກກັກຂັງຢູ່ຫຼັງ ຈາກໄດ້ມີການປາບປາມຄັ້ງໃຫຍ່ເມື່ອເດືອນກໍລະກົດ ທີ່ຜ່ານມາ. ມີທະນາຍຄວາມສິດທິ ມະນຸດ ແລະ ນັກເຄື່ອນໄຫວຫຼາຍກວ່າ 300 ຄົນໄດ້ຖືກຈັບກຸມ, ທຸບຕີ, ຮາວີ ຫຼືບໍ່ກໍຖືກຕິດ ຕາມສິ້ງຊອມການປະພຶດ.