ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງພາຍໃນ ຂອງປາກິສຖານ ກ່າວວ່າ ມີຫຼາຍຄອບຄົວ ຂອງກຸ່ມຕາລີບານ ອາໄສຢູ່ໃນປາກິສຖານ


ລັດຖະມົນຕີກະຊວງພາຍໃນຂອງປາກິສຖານ ທ່ານເຊກ ຣາຊີດ ອາເມັດ ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ສະຖານທູດ ປາກິສຖານ ໃນຄະນອນ ຄູເວດ, ວັນທີ 31 ມິຖຸນາ 2021.
ລັດຖະມົນຕີກະຊວງພາຍໃນຂອງປາກິສຖານ ທ່ານເຊກ ຣາຊີດ ອາເມັດ ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ສະຖານທູດ ປາກິສຖານ ໃນຄະນອນ ຄູເວດ, ວັນທີ 31 ມິຖຸນາ 2021.

ລັດຖະມົນຕີກະຊວງພາຍໃນຂອງປາກິສຖານ ໄດ້ກ່າວໃນວັນອາທິດວານນີ້ ວ່າ ພວກຄອບຄົວຂອງກຸ່ມຕາລີບານ ທີ່ອາໄສຢູ່ໃນປະເທດຂອງຕົນນັ້ນ ລວມທັງໃນພື້ນທີ່ອ້ອມແອ້ມນະຄອນຫຼວງ ອິສລາມາບັດ ແລະພວກສະມາຊິກກຸ່ມກະບົດໄດ້ ຮັບການປິ່ນປົວທາງການແພດ ໃນໂຮງໝໍຂອງທ້ອງຖິ່ນແຫ່ງຕ່າງໆຂອງຕົນ.

ການຍອມຮັບໂດຍທ່ານເຊກ ຣາຊີດ ອາເມັດ ໄດ້ມີຂຶ້ນ ໃນລະຫວ່າງການໃຫ້ສຳພາດທີ່ອອກອາກາດໂດຍຊ່ອງໂທລະພາບເອກະຊົນຂອງປາກິສຖານ ຊື່ວ່າ Geo News.

ມັນເປັນການປະຕິບັດທີ່ຕ່າງໄປຈາກການປະຕິເສດຢູ່ຕໍ່ເນື່ອງຂອງອິສລາມາບັດ ໃນຂໍ້ກ່າວຫາໂດຍບັນດາຜູ້ນຳຂອງອັຟການິສຖານ ທີ່ວ່າ ກຸ່ມຕາລີບານ ນຳໃຊ້ດິນແດນຂອງປາກິສຖານເພື່ອຊີ້ນຳ ແລະດຳເນີນກິດຈະກຳການກໍ່ກະບົດຢ່າງຕໍ່ເນື່ອງຢູ່ໃນອັຟການິສຖານ.

ທ່ານຣາຊີດ ໄດ້ກ່າວຕໍ່ເຄືອຂ່າຍອົງການຂ່າວພາສາເອີດູ ໂດຍອ້າງອີງຊື່ຂອງຊານເມືອງຕ່າງໆ ຂອງອິສລາມາບັດ ວ່າ “ພວກຄອບຄົວກຸ່ມຕາລີບານອາໄສຢູ່ທີ່ແຫ່ງນີ້ ໃນປາກິສຖານ ໃນເມືອງຣາວັດ, ລອຍ ເບີ, ບາຣາ ກາຮູ ແລະຕາໂນລ.” ທ່ານກ່າວຕໍ່ໄປວ່າ “ບາງຄັ້ງສົບຂອງພວກເຂົາຖືກສົ່ງກັບຄືນມາ ແລະບາງເທື່ອພວກເຂົາມາໃນໂຮງໝໍແຫ່ງຕ່າງໆນີ້ ເພື່ອຮັກສາປິ່ນປົວດ້ານການແພດ.”

ປາກິສຖານ ໄດ້ຖືກຖິ້ມໂທດໃສ່ມາຍາວນານວ່າ ເຂດຊາຍແດນທີ່ເປີດກວ້າງເກືອບ 2,600 ກິໂລແມັດຂອງຕົນ ຕິດກັບອັຟການິສຖານນັ້ນ ເປັນສະຖານທີ່ອຳນວຍຄວາມສະດວກໃຫ້ແກ່ພວກຫົວຮຸນແຮງແລະການເຄື່ອນໄຫວທີ່ຜິດກົດ ໝາຍອື່ນໆ ລະຫວ່າງສອງປະເທດ.

ນອກຈາກນັ້ນແລ້ວ ບັນດາເຈົ້າໜ້າທີ່ຂອງປາກິສຖານ ກ່າວວ່າ ມີພວກອົບພະ ຍົບຊາວອັຟການິສຖານປະມານສາມລ້ານຄົນອາໄສຢູ່ໃນປະເທດນຳດ້ວຍ ຊຶ່ງບາງຄັ້ງກໍເປັນບ່ອນຫລົບລີ້ໃຫ້ແກ່ພວກກະບົດຕາລີບານ. ຄອບຄົວຊາວອັຟການິສຖານຫຼາຍຄົນ ຕ້ອງໄດ້ພາກັນອົບພະຍົບຫລົບໜີຈາກສົງຄາມແລະຄວາມວຸ້ນວາຍມາຫຼາຍປີ ຢູ່ໃນປະເທດທີ່ທຸກຍາກລຳບາກຂອງພວກເຂົາ.

ໃນອີກພາກສ່ວນນຶ່ງຕ່າງຫາກ ລັດຖະມົນຕີກະຊວງການຕ່າງປະເທດຂອງປາກິສຖານ ທ່ານຊາ ມາມູດ ຄູເຣຊີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້ ວ່າ ຄວາມຮຸນແຮງແລະຄວາມບໍ່ສະຫງົບອາດຄອບງຳອັຟການິສຖານ ຫຼັງຈາກທີ່ສະຫະລັດແລະພັນທະມິດທັງຫຼາຍໃນອົງການເນໂຕ້ ຖອນກຳລັງທະຫານທັງໝົດອອກຈາກອັຟການິສຖານ ພາຍໃນວັນເສັ້ນຕາຍ ທີ 11 ກັນຍາ.

“ຄວາມຮຸນແຮງກໍາລັງເພີ້ມຂຶ້ນຢູ່ທີ່ນັ້ນ ແລະແນ່ນອນປາກິສຖານ ກໍມີຄວາມເປັນຫ່ວງກ່ຽວກັບມັນ” ທ່ານຄູເຣຊີ ໄດ້ກ່າວໄປຢູ່ໃນເມືອງມູລຖານ ຊຶ່ງເປັນເມືອງເກີດຂອງທ່ານ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງປາກິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG