ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກ​ປະ​ຫວັດ​ສາດ ທີ່​ມີ​ຊື່​ສຽງ​ຂອງ ຣັດ​ເຊຍ ຖືກ​ກ່າວ​ຫາ ກ່ຽວ​ກັບ ການຂ້າ ​ຫັ່ນ​ສົບ​ຄົ​ນ​ຮັກ


ທ່ານ ໂອ​ເລັກ ໂຊ​ໂຄ​ລອ​ຟ, ອາ​ຈານ​ສອນ​ປະ​ຫ​ວັດ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ເຊັ້ນ ປີ​ເຕີ​ສ​ເບີກ, ໃສ່​ຊຸດ​ນາຍ​ພົນ​ທະ​ຫານ ຝ​ຣັ່ງ ຍຸກປີ 1812 ໃນ​ລະ​ຫວ່າງ​ການຈຳ​ລອງ​ການ​ຕໍ່​ສູ້ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 200 ປີ​ຂອງການ​ຕໍ່​ສູ້ ໂບ​ໂຣ​ດີ​ໂນ, ວັນ​ທີ 16 ກັນ​ຍາ 2012.
ທ່ານ ໂອ​ເລັກ ໂຊ​ໂຄ​ລອ​ຟ, ອາ​ຈານ​ສອນ​ປະ​ຫ​ວັດ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ເຊັ້ນ ປີ​ເຕີ​ສ​ເບີກ, ໃສ່​ຊຸດ​ນາຍ​ພົນ​ທະ​ຫານ ຝ​ຣັ່ງ ຍຸກປີ 1812 ໃນ​ລະ​ຫວ່າງ​ການຈຳ​ລອງ​ການ​ຕໍ່​ສູ້ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 200 ປີ​ຂອງການ​ຕໍ່​ສູ້ ໂບ​ໂຣ​ດີ​ໂນ, ວັນ​ທີ 16 ກັນ​ຍາ 2012.

ນັກ​ປະ​ຫວັດ​ສາດ ຣັດ​ເຊຍ ທີ່​ມີ​ຊື່​ສຽງ​ທ່າ​ນ​ນຶ່ງ ຜູ້​ມັກ​ທີ່​ຈະ​ແຕ່ງ​ຕົວ​ເປັນ​ເທບ​ພະ​ບຸດ, ນາ​ໂປ​ລີ​ອົງ ນັ້ນ, ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ຄາດ​ຕະ​ກຳ ຫຼັງ​ຈາກ​ຕຳຫຼວດ​ໄດ້​ນຳ​ຕົວ​ຂອງ​ລາວ​ອອກ​ມາ​ຈາກ​ແມ່​ນ້ຳ ມອຍ​ກາ ພ້ອມ​ກັບ​ກະ​ເປົາ​ເປ້​ທີ່ບັນ​ຈຸແຂນ​ທີ່​ຖືກ​ຕັດ​ຂອງ​ແມ່​ຍິງ​ຄົນ​ນຶ່ງ.

ທະ​ນາຍ​ຄວາມ​ຂອງ​ທ່ານ ໂອ​ເລັກ ໂຊ​ໂຄ​ລອ​ຟ ກ່າວ​ວ່າ ທ່ານ​ໄດ້​ສາ​ລະ​ພາບ​ວ່າ​ໄດ້​ຂ້າ​ຄົນ​ຮັກ​ຂອງ​ລາວ ແລະ ໄດ້​ຮ່ວມ​ມື​ກັບ​ຕຳຫຼວດ.

​ທະ​ນາຍ​ຄວາມໄດ້​ອະ​ທິ​ບາຍ​ວ່າ ລູກ​ຄວາມ​ຂອງ​ລາວ​ເປັນ​ຄົນ​ສູງ​ອາ​ຍຸ ແລະ ເປັນ​ຄົນ​ຜູ້​ທີ່ມີ​ບັນ​ຫາ​ທາງ​ອາ​ລົມ ແລະ ມີ​ຄວາມ​ກົດ​ດັນ. ລາວ​ໄດ້​ຖືກ​ນຳ​ຕົວ​ມາ​ສອບ​ປາກ​ຄຳ ຫຼັງ​ຈາກ​ໄດ້​ໃຊ້​ຄ່ຳ​ຄືນ​ຂອງວັນ​ເສົາ​ທີ່​ຜ່ານ​ມາ​ ປິ່ນ​ປົວ​ສຳ​ລັບ​ອຸນ​ຫະ​ພູມ​ໃນ​ຮ່າງ​ກາຍ​ຕ່ຳ.

ຕຳຫຼວດ​ໄດ້​ລະ​ບຸ​ຕົວ​ຜູ້​ເຄາະ​ຮ້າຍ​ວ່າ​ແມ່ນ​ນາງ ອາ​ນາ​ສ​ຕາ​ເຊຍ ເຢ​ຊ​ເຈັນ​ໂກ (Anastasia Yeshchenko), ນຶ່ງ​ໃນ​ນັກ​ສຶກ​ສາ​ຂອງ​ທ່ານ ໂຊ​ໂຄ​ລອ​ຟ ຜູ້​ທີ່​ໄດ້​ຮ່ວມ​ງານ ກ່ຽວ​ກັບ ບົດ​ຂຽນ​ຂອງ​ທ່ານ ກ່ຽວ​ກັບ ນາ​ໂປ​ລີ​ອົງ. ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ສົບ​ທີ່​ຖືກ​ຕັດ​ຂອງ​ລາວ​ໃນ​ອາ​ພາດ​ເມັ້ນ​ຂອງ​ທ່ານ ໂຊ​ໂຄ​ລອ​ຟ ໃນ​ເມືອງ ເຊັ້ນ ປີ​ເຕີ​ສ​ເບີກ, ໃກ້​ກັບ​ບ່ອນ​ທີ່​ລາວ​ຖືກ​ດຶງ​ອອກ​ມາ​ຈາກ​ແມ່​ນ້ຳ.

ລາຍ​ງານ​ເບື້ອງ​ຕົ້ນ​ເວົ້າ​ວ່າ ທ່ານ ໂຊ​ໂຄ​ລອ​ຟ ຖື​ກ​ກ່າວ​ຫາ​ວ່າ​ໄດ້​ຍິງ​ປືນ​ໃສ່​ຜູ້​ຍິງ​ຄົນ​ນັ້ນ​ດ້ວຍ​ຄວາມ​ໂມ​ໂຫ ໃນ​ຕອນ​ຄ່ຳ​ຂອງວັນ​ພະ​ຫັດ​ແລ້ວນີ້ ແລະ ໄດ້​ປົກ​ປິດ​ສົບ​ຂອງ​ລາວ​ຈາກ​ແຂກ​ທີ່​ມາ​ຢາມ​ເປັນ​ເວ​ລາ​ສອງວັນ ກ່ອນ​ທີ່​ລາວ​ປາ​ກົດ​ວ່າ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ກຳ​ຈັດ​ຊິ້ນ​ສ່ວນ​ສົບ​ຂອງ​ນາງ.

ມັນ​ບໍ່​ເປັນ​ທີ່​ແນ່ນອນ​ວ່າ ການ​ທີ່​ທ່ານ​ໂດດ​ເຂົ້າ​ໄປ​ໃນ​ແມ່​ນ້ຳ ມອຍ​ກາ ທີ່​ເຢນ​ຈັດ​ນັ້ນ​ເປັນ​ກາ​ນ​ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ ຫຼື ໄດ້​ຕົກ​ລົງ​ໄປ​ເວ​ລາ​ທີ່​ລາວ​ເມົາ​ເຫຼົ້າ ຕອນ​ທີ່​ລາວ​ພະ​ຍາ​ຍາມ​ທີ່​ຈະ​ຖິ້ມ​ກະ​ເປົາ​ເປ້​ນັ້ນ.

ນັກ​ສຶກ​ສາ​ຂອງ​ທ່ານ ໂຊ​ໂຄ​ລອ​ຟ ໄດ້​ອະ​ທິ​ບາຍ​ລາວ​ວ່າ​ເປັນ​ຄົນ​ແປກ ແລະ ເປັນ​ອາ​ຈານ​ທີ່​ຜິດ​ປົກ​ກະ​ຕິ ຜູ້​ທີ່​ມັກ​ນຸ່ງ​ເຄືອງ​ເປັນ ນາ​ໂປ​ລີ​ອົງ ແລະ ຮຽນ​ແບບ​ການ​ຕໍ່​ສູ້​ຂອງ​ຈັກ​ກະ​ພັດ​ຂອງ ຝ​ຣັ່ງ ຢູ່​ເທິງຫຼັງ​ມ້າ.

ຄົນ​ອື່ນໆ​ເວົ້າ​ວ່າ​ມັນ​ເປັນ​ການ​ດູ​ໝິ່ນ, ບາງ​ຄັ້ງ​ກໍທຳ​ຮ້າຍ​ຮ່າງ​ກາຍ​ຮັກ​ສຶກ​ສາ, ແລະ ເປັນ​ຂີ້​ເຫຼົ້າ​ຜູ້​ທີ່​ມັກ​ຈະ​ເວົ້າ​ເປັນ​ພາ​ສາ ຝ​ຣັ່ງ ອອກ​ມາ.

ເຂົາ​ເຈົ້າ​ຍັງ​ໄດ້​ກ່າວ​ຫາ​ມະ​ຫາ​ວິ​ທະ​ຍາ​ໄລລັດ ເຊັ້ນ ປີ​ເຕີ​ສ​ເບີກ ກ່ຽວ​ກັບ ການບໍ່​ເຮັດ​ຫຍັງ​ເພື່ອ​ຄວບ​ຄຸ​ມ​ທ່ານ ໂຊ​ໂຄ​ລອ​ຟ, ແຕ່​ເວົ້າ​ວ່າ​ເຂົາ​ເຈົ້າ​ຕົກ​ໃຈ​ກັບ​ການ​ກ່າວ​ຫາ​ວ່າ​ລາວ​ໄດ້​ຂ້າ​ຄົນ​ຮັກ​ຂອງ​ລາວ.

ທ່ານ ໂຊ​ໂຄ​ລອ​ຟ ໄດ້​ເປັນ​ທີ່​ເຄົາ​ລົບ​ຢ່າງ​ສູງ​ໃນ​ວົງ​ການ​ສຶກ​ສາ ຣັດ​ເຊຍ ແລະ ໃນ​ປີ 2013 ລາວ​ໄດ້​ຮັບ​ລາງວັນ​ກອງ​ພັນ​ກຽດ​ຕິ​ຍົດ ຝ​ຣັ່ງ, ເຊິ່ງ​ແມ່ນ​ລາງວັນ​ທີ່​ເປັນ​ກຽດ​ສູງ​ສຸດ​ຂອງ​ພົນ​ລະ​ເຮືອນຂອງ ຝ​ຣັ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG