ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດລະຄອນເພງ ສະຫະລັດ ສັ່ງຢຸດງານ ຜູ້ນຳວົງດົນຕີ ກ່ຽວກັບ ການກ່າວຫາ ລ່ວງລະເມີດ ທາງເພດ


ຜູ້ນຳພາວົງດົນຕີ ທ່ານ ເຈມສ໌ ເລີວີນຂອບໃຈຜູ້ຊົມໃນໂຮງສະ
ແດງລະຄອນ ໃນນະຄອນ ບອສຕັນ, ລັດ ແມັສຊາຈູເຊັດສ໌.
2 ຕຸລາ, 2010.
ຜູ້ນຳພາວົງດົນຕີ ທ່ານ ເຈມສ໌ ເລີວີນຂອບໃຈຜູ້ຊົມໃນໂຮງສະ ແດງລະຄອນ ໃນນະຄອນ ບອສຕັນ, ລັດ ແມັສຊາຈູເຊັດສ໌. 2 ຕຸລາ, 2010.

ຫຼັງຈາກການສະເທືອນວົງການການເມືອງໃນລັດຖະສະພາ, ເຄືອຂ່າຍຫ້ອງຂ່າວ ແລະ
ວົງການຮໍລີຫວູດ ມາຫຼາຍແລ້ວ, ຂ່າວນອງນັນ ກ່ຽວກັບ ການລ່ວງລະເມີດທາງເພດ
ຕອນນີ້ ກໍໄດ້ໄປຮອດບຸກຄົນຕົວຢ່າງດ້ານວັດທະນະທຳ ຄື ການສະແດງລະຄອນເພງ.

ບໍລິສັດລະຄອນເພງມະຫານຄອນ ນິວຢອກ ໄດ້ສັ່ງຢຸດງານຜູ້ນຳວົງດົນຕີທີ່ມີຊື່ສຽງມາ
ດົນນານ ທ່ານ ເຈມສ໌ ເລີວີນ ຍ້ອນການກ່າວຫາວ່າ ລາວໄດ້ລ່ວງລະເມີດທາງເພດ
ຜູ້ຊາຍໄວໜຸ່ມຫຼາຍເຖິງ 3 ຄົນ, ດົນກວ່າ 30 ປີມາແລ້ວ.

ຜູ້ບໍລິຫານໃຫຍ່ ຂອງບໍລິສັດລະຄອນເພງເມືອງຫຼວງ ທ່ານ ປີເຕີ ແກລບ໌ (Peter Gelb)
ກ່າວໃນວັນອາທິດວານນີ້ວ່າ “ມັນແມ່ນເລື່ອງທີ່ໜ້າໂສກເສົ້າສຳລັບຊີວິດຂອງຜູ້ທີ່ໄດ້
ຮັບຜົນກະທົບ.”

ທ່ານ ແກລບ໌ ກ່າວວ່າ ບໍລິສັດລະຄອນເພງ ໄດ້ຈ້າງອະດີດທະນາຍ ຄວາມ ສະຫະລັດ
ທ່ານ ໂຣເບີດ ເຈ ເຄຼຍຣີ ເພື່ອນຳພາ ໃນການສືບສວນສອບສວນຂອງເຂົາເຈົ້າ ແລະ
ວ່າ ທ່ານ ເລີວີນ ໄດ້ປະຕິເສດການກ່າວຫາຕ່າງໆ.

ໜັງສືພິມ ນິວຢອກ ໄດ້ລາຍງານຄັ້ງທຳອິດ ກ່ຽວກັບ ການກ່າວຫາຕໍ່ທ່ານ ເລີວີນ.
ໜັງສືພິມນັ້ນກ່າວວ່າ ອີງຕາມລາຍງານຂອງຕຳຫຼວດເມືອງ ເລກ ຟໍເຣັສຕ໌ ລັດ ອີລີ
ນອຍ, ຜູ້ນຳວົງດົນຕີຄົນນັ້ນ ໄດ້ຖືກກ່າວຫາ ວ່າລວນລາມເດັກຊາຍອາຍຸ 15 ປີ ໃນປີ
1985 ເມື່ອທ່ານ Levine ໄດ້ເປັນຜູ້ນຳວົງດົນຕີ ໃນບຸນເພງລະດູຮ້ອນໃນນະຄອນ
ຊິຄາໂກ້.

ອີງຕາມໜັງສືພິມ, ຜູ້ເຄາະຮ້າຍ ທີ່ບໍ່ບອກຊື່ ໄດ້ກ່າວຕໍ່ຕຳຫຼວດວ່າ ການປະເຊີນໜ້າ
ກັບທ່ານ ເລີວີນ “ເກືອບທຳລາຍຄອບຄົວຂອງຂ້າພະເຈົ້າ ແລະ ເກືອບເຮັດໃຫ້ຂ້າ
ພະເຈົ້າຂ້າຕົວຕາຍ.”

ໜັງສືພິມ ນິວຢອກ ໄທມສ໌ ໄດ້ລາຍງານວ່າ ຜູ້ຊາຍອີກສອງຄົນກໍກ່າວຫາວ່າ ທ່ານ
ເລີວີນ ໄດ້ລວນລາມເຂົາເຈົ້າ ຕອນທີ່ເຂົາເຈົ້າຍັງເປັນເດັກນ້ອຍຢູ່ ກໍລະນີນຶ່ງ ໃນປີ
1968 ແລະ ອີກຄັ້ງນຶ່ງ ໃນປີ 1986.

ທ່ານ ເລີວີນ ອາຍຸ 74 ປີິ ເປັນທີ່ຮູ້ຈັກກັນວ່າ ຮ່າງກາຍ ເຕ້ຍໃຫຍ່ ແລະ ຊົງຜົມຫົວຟູ
ຂອງລາວ ແລະ ເປັນໜ້າເປັນຕາ ໃຫ້ກັບບໍລິສັດລະຄອນເພງເມືອງຫຼວງເປັນເວລາ
ຫຼາຍທົດສະວັດຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG