ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄານ້ຳມັນທີ່ຕົກຕ່ຳ ສົ່ງຜົນຕໍ່ເສດຖະກິດ ແລະພາກສ່ວນ ທ່ອງທ່ຽວ ຂອງຫວຽດນາມ


ນັກທ່ອງທ່ຽວ 2 ຄົນ ກຳລັງລອງດື່ມ ກະເຟ ກ່ອນໜ້າ ຈະຊື້ຜະລິດຕະພັນກະເຟ ຢູ່ທີ່ຮ້ານຄ້າແຮ່ງໜຶ່ງ ໃນນະຄອນຮ່າໂນຍ, Aug. 20, 2013.
ນັກທ່ອງທ່ຽວ 2 ຄົນ ກຳລັງລອງດື່ມ ກະເຟ ກ່ອນໜ້າ ຈະຊື້ຜະລິດຕະພັນກະເຟ ຢູ່ທີ່ຮ້ານຄ້າແຮ່ງໜຶ່ງ ໃນນະຄອນຮ່າໂນຍ, Aug. 20, 2013.

ລາຍ​ຮັບ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ຄາດ​ກັນ​ວ່າ​ຈະ​ລຸດລົງ
ຍ້ອນ​ວ່າ ​ລາຄາ​ຂອງ​ນ້ຳມັນ​ຍັງ​ລົດ​ລົງ​ເຊັ່ນ​ກັນ​ນັ້ນ ຊຶ່ງ​ກຳລັງ
​ກົດ​ດັນ​ເຖິງ​ງົບປະມານ​ແຫ່ງ​ຊາດ ທີ່​ກາງ​ຕໍ່​ກຳ​ໄລ​ຈາກ​ການ​ສົ່ງ​
ອອກ​ນ້ຳມັນ ຫຼາຍກວ່າ 10 ​ເປີ​ເຊັນ​ ຂອງ​ງົບປະມານ​ໃຊ້​ຈ່າ​ຍ
ທັງໝົດ.

ລາຄາ​ນ້ຳ​ມັນ ​ໄດ້​ຕົກ​ຕ່ຳລົງ ​ເກືອບ 50 ​ເປີ​ເຊັນ ​ໃນ​ລະຍະ​ສອງ​
ສາມ​ເດືອນ​ຜ່ານ​ມາ ກຳລັງ​ສົ່ງ​ຜົນ​ສະ​ເທືອ​ນເປັນ​ຄື້ນໆ ​ຕໍ່​
ຫວຽດນາມ.

ທ່ານ Le Dang Doanh ນັກ​ເສດຖະສາດ​ຜູ້ມີ​ຊື່​ສຽງ ກ່າວ​ວ່າ
ຫວຽດນາມ​ກຳລັງ​ປະ​ເ​ຊີ​ນໜ້າ​ກັບ ບັນຫາທີ່​ຕັດສິນ​ໃຈ​ຍາກ ​ຂອງ​ ​ລາຄາ​ນ້ຳມັນທີ່​ຕົກຕ່ຳ​ນັ້ນ ຊຶ່ງ​ທ່ານເວົ້າ​ຕື່ມ​ວ່າ “ລັດຖະບານ​ຫວຽດນາມ ​ແມ່ນ​ມີ​ຄວາມ​ກັງວົນຫຼາຍ ວ່າການ​
ລຸດລົງ​ນັ້ນ ຈະ​ເຮັດ​ໃຫ້​ງົບປະມານ​ຂອງ​ລັດ​ໜ້ອຍ​ລົງ. ກະຊວງ​ການ​ເງິນ​ກ່າວ​ວ່າ
ຫວຽດນາມ​ອາດ​ສູນ​ເສຍ ລາຍ​ຮັບຫຼາຍກວ່າ 1 ຕື້​ດອນ​ລາ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ ທ່ານ Doanh ກ່າວ​ອີກ​ວ່າ ການ​ລຸດລົງ​ຂອງ​ລາຄາ​ນ້ຳມັນ ​ແມ່ນຍັງ​ຈະ
ລົດ​ການ​ໃຊ້​ຈ່າຍ​ຂອງ​ຫວຽດນາມ​ ​ໃນ​ການ​ນຳ​ເຂົ້າຜະລິດ​ຕະພັນ​ນ້ຳມັນ ​ແລະ​ຈະ​ຊ່ວຍ​ຜ່ອນ ຄາຍພາວະເງິນ​ເຟີ້​ອີກ​ດ້ວຍ.

ທ່ານ​ກ່າວ​ຕໍ່​ອີກ​ວ່າ ບັນດາ​ຜູ້​ບໍລິ​ໂພ​ກຊາວ​ຫວຽດນາມ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ທີ່ນ້ຳມັນ​ລົດ​
​ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ຂົນ​ສົ່ງຕ່າງໆລຸດລົງ ຊຶ່ງ​ເປັນ​ຜົນ​ເກີດ​ຈາກລາຄາ​ຂອງ​ນ້ຳມັນ
​ທີ່ຕົກຕ່ຳລົງ​ນັ້ນ​ເອງ.

ລວມ​ໄປ​ກັບ​ການ​ສົ່ງ​ອອກ​ຂອງນ້ຳມັນແລ້ວ ການ​ທ່ອງ​ທ່ຽວຂອງ​ຫວຽດ ​ແມ່ນ​ຍັງ​ເປັນ​ອີກ​
ພາກສ່ວນ​ໜຶ່ງ​ທີ່​ສ້າງລາຍ​ຮັບ ນຳ​ເຂົ້າ​ເງິນຕາ​ຈາກ​ຕ່າງປະ​ເທດສູງ. ​ແຕ່​ອຸດສາຫະກຳ​ດັ່ງ
ກ່າວ​ນັ້ນ ​ແມ່ນ​ຍັງ​ຮູ້​ຊຶກ​ວ່າ​ ຖືກ​ກົດ​ໜີ​ບ​ໂດຍ​ລາຄາ​ນ້ຳມັນ​ທີ່​ຕົກ​ຕ່ຳລົງ​ນັ້ນ ​ໃນ​ອີກ​ທາງ​ໜຶ່ງ​
ທີ່​ແຕກ​ຕ່າງ​ກັນ ​ໃນ​ຂະນະ​ທີ່​ ບັນດານັກ​ທ່ອງ​ທ່ຽວ​ຊາວຣັດ​ເຊຍ​ ພາກ​ກັນ​ຢູ່​ເຮືອນ​ ແທນ​ທີ່​ຈະ​ໄປ​ທ່ອງ​ທ່ຽວຫວຽດນາມນັ້ນ.

Falling Oil Prices Reshape Global Economics
please wait

No media source currently available

0:00 0:02:45 0:00

XS
SM
MD
LG