ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສົບທະຫານ ອອສ​ເຕຣ​ເລຍ ປາງສົງຄາມ ຫວຽດນາມ ຖືກສົ່ງ ກັບຄືນປະເທດ


Australia Vietnam War
please wait
Embed

No media source currently available

0:00 0:01:44 0:00

ຊາກ​ກະ​ດູກທະຫານ​ອອສ​ເຕຣ​ເລຍ 33 ຄົນ ທີ່​ເສຍ​ຊີວິດ​ໃນ​ປາງ​ສົງຄາມ​ຫວຽດນາມ ໄດ້​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ ​ໃນ​ວັນ​ພະຫັດ​ມື້ນີ້​ 50 ກວ່າ​ປີ​ຫລັງ​ຈາກໄດ້​ຖືກ​ຝັງ​ຢູ່​ໃນ​ຕ່າງປະ​ເທດ.

ທ່ານ Peter Cosgrove ຜູ້ສຳ​ເລັດ​ຣາຊະ​ການ​ປະ​ເທດ​ເຄືອ​ຈັກກະ​ພົບປະຈຳ​ອອ​ສ​ເຕຣ​ເລຍ ພ້ອມ​ດ້ວຍ​ບັນດາ​ນັກ​ລົບ​ເກົ່າ ​ສະ​ໄໝ​ສົງຄາມ​ຫວຽດນາມ ພ້ອມ​ດ້ວຍ ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ໄປ​ໃຫ້ການ​ຕ້ອນຮັບເວລາ​ເຮືອບິນ​ຂົນ​ສົ່ງ​ກອງທັບ 2 ທີ່​ບັນທຸກ​ຫີບ​ສົບ​ຂອງ​ພວກ​ທະຫານ​ທີ່​ເສຍ​ຊີວິດ ​ເດີນທາງ​ໄປ​ເຖິງ​ຖານ​ທັບ​ອາ ກາດ​ແຫ່ງ​ນຶ່ງ​ໃກ້ໆ​ນະຄອນ​ຊິດ​ນີ.

ຕົ້ນຕໍ​ແລ້ວ ພວກ​ທະຫານ​ເຫລົ່ານີ້ ​ໄດ້​ຖືກ​ຝັງ​ຢູ່​ທີ່​ປະ​ເທດ​ມາ​ເລ​ເຊຍ​ແລະ​ສິງກະ​ໂປ ​ແລະ​ການຈັດ​ສົ່ງ​ຊາກ​ກະ​ດູກພວກ​ທະຫານ​ດັ່ງກ່າວ​ກັບ​ຄືນ​ປະ​ເທດແມ່ນ​ຂີດ​ໝາຍ​ນຶ່ງ ​ໃນ​ການຈັດ​ສົ່ງ​ສົບ​ທະຫານ​ທີ່​ເສຍ​ຊີວິດ​ໃນ​ການ​ສູ້​ລົບ​ກັບ​ຄືນ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ.

ມີ​ທະຫານ​ອອສ​ເຕຣ​ເລຍ​ປະມານ 60,000 ຄົນ ​ເຂົ້າຮ່ວມ​ການ​ປະຕິບັດ​ງານ​ໃນ ລະຫວ່າງ​ສົງຄາມ​ຫວຽດນາມ​ບ່ອນ​ທີ່​ລັດຖະບານ​ຫວຽດນາມ​ໃຕ້​ໄດ້​ທຳ​ການ​ສູ້​ລົບ ກັບຫວຽດນາມ​ເໜືອ ​ທີ່​ໄດ້​ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ​ສະຫະພາບ​ໂຊ​ຫວຽດ​ໃນຕົ້ນຊຸມ​ປີ 1960 ຈົນ​ຮອດ​ປີ 1975​ ​ເວລາ​ນະຄອນຫລວງ​ໄຊ​ງ່ອນ ຂອງ​ຫວຽດນາມ​ໃຕ້​ແຕກ.

ທະຫານ 33 ຄົນ​ດັ່ງກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ທະຫານ​ອອສ​ເຕຣ​ເລຍ 500 ກວ່າ​ຄົນ​ທີ່​ໄດ້​ເສຍ​ຊີວິດ​ຢູ່​ໃນ​ບັນຫາ​ຂັດ​ແຍ້​ງຫວຽດນາມ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG