ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເກາະ Falkland ຂໍເປັນດິນແດນ ຂອງອັງກິດ ຕໍ່ໄປ (ວີດິໂອ)


ຊາວເກາະ Falkland ສະແດງຄວາມດີໃຈ ທີ່ໄດ້ຍິນຂ່າວຜົນລົງຄະແນນສຽງຢ່າງ
ຖ້ວມລົ້ນວ່າ ຢາກສືບຕໍ່ເປັນດິນແດນສ່ວນນຶ່ງຂອງອັງກິດ ຢູ່ ໃນການລົງປະຊາມະຕິໃນວັນຈັນວານນີ້ ໃນວັນທີ 11 ມີນາ 2013.
ຊາວເກາະ Falkland ສະແດງຄວາມດີໃຈ ທີ່ໄດ້ຍິນຂ່າວຜົນລົງຄະແນນສຽງຢ່າງ ຖ້ວມລົ້ນວ່າ ຢາກສືບຕໍ່ເປັນດິນແດນສ່ວນນຶ່ງຂອງອັງກິດ ຢູ່ ໃນການລົງປະຊາມະຕິໃນວັນຈັນວານນີ້ ໃນວັນທີ 11 ມີນາ 2013.
ພວກທີ່ອາໄສຢູ່ໝູ່ເກາະ Falkland ໄດ້ລົງຄະແນນສຽງຢ່າງ
ຖ້ວມລົ້ນວ່າ ຢາກສືບຕໍ່ເປັນດິນແດນສ່ວນນຶ່ງຂອງອັງກິດ ຢູ່ ໃນການລົງປະຊາມະຕິໃນວັນຈັນວານນີ້ ຊຶ່ງໄດ້ເພີ້ມຄວາມ
ຟົດເດືອດ ຕໍ່ການຜິດຖຽງກັນດ້ານດິນແດນລະຫວ່າງ ອາ
ເຈັນຕີນາ ແລະອັງກິດກ່ຽວກັບໝູ່ເກາະ ທີ່ຢູ່ໃນເຂດຫ່າງໄກ
ດັ່ງກ່າວນັ້ນ.

ການນັບບັດທີ່ເປັນທາງການສະແດງໃຫ້ເຫັນວ່າ ເກືອບຮອດ
100% ຂອງ ການລົງຄະແນນສຽງທັງໝົດ ແມ່ນເຫັນດີຕໍ່ຄໍາ
ຖາມທີ່ວ່າ ໝູ່ເກາະທີ່ປົກຄອງຕົນເອງດັ່ງກ່າວ ຢາກສືບຕໍ່
ເປັນດິນແດນໂພ້ນທະເລຂອງລາດຊະອານາຈັກອັງກິດ ຊຶ່ງ
ມີແຕ່ສາມສຽງເທົ່ານັ້ນທີ່ຕອບວ່າ ບໍ່. ພວກເຈົ້າໜ້າທີ່ເວົ້າວ່າ
92% ຂອງຜູ້ມີສິດປ່ອນບັດທັງໝົດ 1 ພັນ 650 ຄົນ ໄດ້ໄປ ປ່ອນບັດໃນການລົງປະ ຊາມະຕິດັ່ງກ່າວ.

ການລົງຄະແນນສຽງແມ່ນບໍ່ເຄີຍເປັນທີ່ສົງໄສກັນ ໂດຍທີ່ມີ
ພວກຢູ່ອາໄສທີ່ນັ້ນນຸ່ງຊຸດທີ່ຄືທຸງ Union Jack ຂອງລາດຊະ ອານາຈັກອັງກິດທີ່ມີສີແດງ, ຂາວ ແລະຟ້ານັ້ນ ຢູ່ໃນນະຄອນຫລວງ Stanley. ພວກ
ທີ່ອາໄສຢູ່ໝູ່ເກາະດັ່ງກ່າວຫວັງວ່າ ການລົງຄະແນນສຽງຂອງພວກເຂົາເຈົ້າຈະ ເປັນສັນຍານບອກໃຫ້ບໍ່ພຽງແຕ່ຕໍ່ກຸງ Buenos Aires ແຕ່ຍັງຕໍ່ສ່ວນທີ່ເຫລືອຂອງ ໂລກອີກ ກ່ຽວກັບຄວາມມຸ້ງຫວັງຂອງເຂົາເຈົ້າ ທີ່ຈະຍັງສືບຕໍ່ຢູ່ພາຍໃຕ້ການປົກຄອງ
ຂອງອັງກິດຄືເກົ່າ.
ທ່ານ Nigel Haywood ຜູ້ປົກຄອງເກາະ Falkland ເວົ້າວ່າ:
“ມີຄົນໄປລົງຄະແນນສຽງໃນຈໍານວນສູງສຸດຂີດ ແລະຜົນອອກມາຂອງ
ການ ລົງຄະແນນ ກໍເປັນໜ້າແປກໃຈ ແມ່ນແຕ່ຕໍ່ຂ້າພະເຈົ້າເອງ. ຄໍາຕອບ ແມ່ນເປັນ ທາງບວກໂດຍສິ້ນເຊີງ ແລະຂ້າພະເຈົ້າຄິດວ່າມັນສົ່ງສັນຍານໃຫ້
ບັນດາປະເທດຕ່າງໆ ຢູ່ທົ່ວໂລກຮູ້ວ່າ ເມື່ອອາເຈັນຕີນາ ມາລົມກັບເຮົາ ແລະ
ເວົ້າວ່າ “ ເບິ່ງດຸ, ພວກເຮົາໄດ້ອ້າງເອົາເກາະດັ່ງກ່າວແລ້ວ.”


ບັນດາປະເໂດຍ ລະເບີດຄວັນທີ່ໃຊ້ຄວບຄຸມຝູງຊົນທດເຫລົ່ານັ້ນ ສາມາດທີ່ຈະ ເວົ້າວ່າ ‘ຢຸດ’ ດຽວນີ້.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG