ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝູ່ເກາະ Falkland ລົງປະຊາມະຕິ ກ່ຽວກັບເລື້ອງດິນແດນ (ວີດິໂອ)


ໝູ່ເກາະ Falkland ທາງຊາຍຝັ່ງພາກໃຕ້ຂອງປະເທດອາເຈັນຕີນາ
ໝູ່ເກາະ Falkland ທາງຊາຍຝັ່ງພາກໃຕ້ຂອງປະເທດອາເຈັນຕີນາ
ພວກທີ່ອາໄສຢູ່ໝູ່ເກາະ Falkland ທາງຊາຍຝັ່ງພາກໃຕ້ຂອງ
ປະເທດອາ ເຈັນຕີນາ ໄດ້ຈັດໃຫ້ມີການລົງປະຊາມະຕິ ໃນວັນ
ອາທິດມື້ນີ້ ແລະວັນຈັນ ມື້ອື່ນ ກ່ຽວກັບວ່າ ຈະຍັງສືບຕໍ່ເປັນດິນ
ແດນຂອງອັງກິດຫລືບໍ່.

ຜູ້ປ່ອນບັດທີ່ໄດ້ລົງທະບຽນເກືອບຮອດ 1 ພັນ 700 ຄົນ ຢູ່ໃນ
ໝູ່ເກາະນ້ອຍໆແຫ່ງນັ້ນ ຈະໄດ້ຮັບໂອກາດໃຫ້ລົງຄະແນນສຽງ
ແບບປິດລັບວ່າ “ເຫັນດີ” ແລະ “ບໍ່ເຫັນດີ” ຕໍ່ຄໍາຖາມທີ່ວ່າ “ທ່ານ ເຫັນດີທີ່ຈະໃຫ້ໝູ່ເກາະ Falkland ຮັກສາ ສະຖານະພາບທາງ
ການເມືອງປັດຈຸບັນ ໃນຖານະເປັນດິນແດນໂພ້ນທະເລ ຂອງ
ລາດຊະອານາຈັກອັງກິດ ບໍ່?.”

ສ່ວນອາເຈັນຕີນາ ອ້າງວ່າ ອັງກິດໄດ້ລັກເອົາໝູ່ເກາະດັ່ງກ່າວ
ຂອງຕົນໄປ ແລະບໍ່ຍອມຮັບຮູ້ວ່າ ການລົງປະຊາມະຕິດັ່ງກ່າວ
ນັ້ນ ເປັນການຖືກຕ້ອງຕາມ ກົດໝາຍ. ປະເທດທັງສອງໄດ້ສູ້
ລົບກັນ ເພື່ອຍາດເອົາໝູ່ເກາະ ດັ່ງກ່າວທີ່ອາເຈັນຕີນາເອີ້ນວ່າ
Malvinas ນັ້ນ ໃນປີ 1982 ລຸນຫລັງທີ່ມີການຄົ້ນພົບແຫລ່ງ ນໍ້າມັນຢູ່ໃນເຂດດັ່ງກ່າວ.

ຖ້າຫາກວ່າການລົງປະຊາມະຕິ ເຂົ້າຂ້າງທາງອັງກິດ ພວກເຈົ້າໜ້າທີ່ໝູ່ເກາະ Falkland
ມີແຜນທີ່ຈະໃຊ້ມັນເປັນເຫດຜົນໃນການປຸກລະດົມໃຫ້ປະຊາຄົມນາໆຊາດ ສະໜັບສະ
ໜຸນຕົນ ເພື່ອຕ້ານຢັນການອ້າງເອົາກໍາມະສິດຕໍ່ໝູ່ເກາະດັ່ງກ່າວ ໂດຍອາເຈັນຕີນາ.

ທາງດ້ານກຸງວໍຊິງຕັນນັ້ນ ເຖິງແມ່ນວ່າເປັນພັນທະມິດໃກ້ຊິດຂອງອັງກິດກໍຕາມ ແຕ່ກໍ ປະຕິເສດ ທີ່ຈະເຂົ້າຂ້າງຝ່າຍໃດ.

ຈະມີການປະກາດຜົນການລົງປະຊາມະຕິໃຫ້ຮູ້ ໃນຕອນແລງວັນຈັນມື້ອື່ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ການລົງປະຊາມະຕິ ຢູ່ໝູ່ເກາະ Falkland
please wait

No media source currently available

0:00 0:00:36 0:00
XS
SM
MD
LG