ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີຜູ້ໃດ ເຂົ້າສະຫະລັດ ດ້ວຍວີຊາ ທີ່ອອກໃຫ້ ໂດຍ ສະຖານທູດ ປອມ ໃນປະເທດ ການາ


ບາງສ່ວນຂອງໜັງສືເດີນທາງທີ່ຍຶດໄດ້ 150 ຫົວ ໃນລະຫວ່າງ ການກວດຄົ້ນ ທີ່ສະແດງໃຫ້ເຫັນຢູ່ດ້ານຊ້າຍ. ແລະຢູ່ດ້ານຂວາ ແມ່ນບາງສ່ວນຂອງເອກະສານ ທະນາຄານ ສຶກສາ ແລະ ເອກະສານ ທີ່ລະບຸໂຕອື່ນໆອີກ ຈຳນວນໜຶ່ງ. (Photos courtesy of U.S. Department of State)
ບາງສ່ວນຂອງໜັງສືເດີນທາງທີ່ຍຶດໄດ້ 150 ຫົວ ໃນລະຫວ່າງ ການກວດຄົ້ນ ທີ່ສະແດງໃຫ້ເຫັນຢູ່ດ້ານຊ້າຍ. ແລະຢູ່ດ້ານຂວາ ແມ່ນບາງສ່ວນຂອງເອກະສານ ທະນາຄານ ສຶກສາ ແລະ ເອກະສານ ທີ່ລະບຸໂຕອື່ນໆອີກ ຈຳນວນໜຶ່ງ. (Photos courtesy of U.S. Department of State)

ກະຊວງການຕ່າງປະເທດ ສະຫະລັດ ໃນວັນຈັນວານນີ້ ໄດ້ກ່າວວ່າ ບໍ່ມີຜູ້ໃດ ທີ່ທາງ ການຮູ້ວ່າ ໄດ້ເຂົ້າມາໃນສະຫະລັດ ດ້ວຍວີຊາ ທີ່ອອກໃຫ້ ໂດຍສະຖານທູດ ສະຫະລັດ ປອມ ທີ່ດຳເນີນການມາໄດ້ຫຼາຍສິບປີ ຢູ່ໃນນະຄອນຫຼວງ Accra ຂອງປະເທດການາ.

“ພວກເຂົາເຈົ້າຖືກຕົວະຕົ້ມ ພວກເຂົາເຈົ້າ ຖືກຫລອກລວງ” ນັ້ນແມ່ນຄຳເວົ້າ ຂອງ ຮອງໂຄສົກກະຊວງການຕ່າງປະເທດ ທ່ານ Mark Toner ທີ່ໄດ້ກ່າວເຖິງ ພວກຄົນ ຜູ້ທີ່ໄດ້ຈ່າຍເງິນຫຼາຍພັນໂດລາ ສຳລັບເອກະສານຕ່າງໆ.

ກຸ່ມອາຊະຍາກຳ ຊາວການາ ແລະ ຊາວເທີກີ ໄດ້ສົມຮູ້ຮ່ວມຄິດ ປະຕິບັດການຮ່ວມ
ກັນກັບທະນາຍຄວາມ ດ້ານຄົນເຂົ້າເມືອງ ແລະ ກົດໝາຍອາຍາ ຂອງການາ ອີງຕາມ ບັນດາເຈົ້າໜ້າທີ່ ໃນວໍຊິງຕັນ.

ດ້ານນອກ ຂອງສະຖານທູດ ສະຫະລັດ ປອມ ໃນນະຄອນຫຼວງ ອັກກຣາ ຂອງການາ. (Photo courtesy of U.S. Department of State)
ດ້ານນອກ ຂອງສະຖານທູດ ສະຫະລັດ ປອມ ໃນນະຄອນຫຼວງ ອັກກຣາ ຂອງການາ. (Photo courtesy of U.S. Department of State)


ທ່ານ Toner ກ່າວຕໍ່ບັນດານັກຂ່າວ ວ່າ “ພວກເຮົາໄດ້ຮຽນຮູ້ ກ່ຽວກັບເລື່ອງນີ້ ໃນ
ປີນີ້”
ເຖິງແມ່ນວ່າ ສະຖານທູດປອມດັ່ງກ່າວ ຕັ້ງຂຶ້ນມາໄດ້ 10 ປີແລ້ວ.

ທຸງຊາດຂອງອາເມຣິກາ ປິວສະ​ບັດຢູ່ນອກຕຶກອາຄານສີບົວ ທີ່ຊຸດໂຊມ ທຸກໆ ວັນຈັນ ອັງຄານ ແລະ ສຸກ ​ແຕ່ 7 ໂມງ 30 ຕອນເຊົ້າ ຈົນເຖິງຕອນທ່ຽງ. ມີປ້າຍຂອງ ສະຖານ
ທູດ ສະຫະລັດ ປະຈຳ ການາ ແລະ ຮູບພາບ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ໄດ້ຕິດໄວ້ໃຫ້ເຫັນ ຢູ່ດ້ານໃນ. ຜູ້ປອມໂຕເປັນເຈົ້າໜ້າທີ່ກົງສຸນ ສະຫະລັດ ທີ່ເວົ້າ ພາສາອັງກິດ ແລະ​ໂຮນລັງ ແມ່ນເປັນພົນລະເມືອງຂອງເທີກີ ອີງຕາມເຈົ້າໜ້າທີ່ ຂອງ ກະຊວງການຕ່າງປະເທດ.

ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເຈົ້າໜ້າທີ່ຂອງທ້ອງຖິ່ນ ທີ່ທຸຈະລິດ ໄດ້ຖືກຊື້ຈ້າງ ບໍ່ໃຫ້ຮູ້ເຫັນ ແລະ ແມ່ນກະທັງ ອັນທີ່ໜ້າເປັນຫ່ວງຫຼາຍ ກໍຄືການທີ່ສະ ຖານທູດ ປອມ ສາມາດນຳເອົາເອກະສານເປົ່າຕ່າງໆ ຂອງທາງການມາໄດ້ນັ້ນ.

ອີງຕາມບົດລາຍງານທີ່ຂຽນໂດຍ ທ່ານນາງ Jennifer Froetschel ​ເຈົ້າໜ້າ​ທີ່ດ້ານ ຄວາມປອດໄພ ທາງການທູດ ຢູ່ໃນຫ້ອງການປະຊາສຳພັນ ຂອງ ກະຊວງການຕ່າງ ປະເທດ ກ່າວວ່າ “ບາງສ່ວນຂອງການບໍລິການ ໃນສະຖານທູດປອມ ທີ່ສະໜອງ ໃຫ້ບັນດາຜູ້ຊົມໃຊ້ ປະກອບດ້ວຍ ການອອກວີຊາ ສະຫະລັດ ທີ່ໄດ້ມາຢ່າງບໍ່ຖືກ
ຕ້ອງ ການປອມແປງວີຊາ ​ເອກ​ກະສາ​ນປອມ ລວມທັງບັນທຶກທະນາຄານ ບັນທຶກ ການສຶກສາ ໃບເກີດ ແລະອື່ນໆເປັນຕົ້ນ ທີ່ບໍ່ຖືກຕ້ອງ ໃນລາຄາ 6,000 ໂດລາ.”

ການປະຕິບັດການດັ່ງກ່າວ ຖືກເປີດເຜີຍເມື່ອສັບປະດາແລ້ວນີ້ວ່າ ເປັນສະຖານທູດ
ປອມ ທີ່ໄດ້ຖືກ ປິດລົງໃນທີ່ສຸດ ເມື່ອຕົ້ນປີນີ້ ອັນເປັນສ່ວນໜຶ່ງ ຂອງ “ປະຕິບັດການ Spartan Vanguard” ທີ່ດຳເນີນການໂດຍ ເຈົ້າໜ້າທີ່ ໜ່ວຍຮັກສາຄວາມປອດໄພ ດ້ານການທູດ ຫຼື DSS ຢູ່ທີ່ ສະຖານທູດສະຫະລັດ ອັນແທ້ຈິງ ໃນນະຄອນຫຼວງ
ອັກກຣາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG