ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

‘ຂ່າວປອມ’ ຍັງຄົງເປັນ ບັນຫາໃຫຍ່ ຢູ່ໃນ ອິນໂດເນເຊຍ

ຜູ້ປະທ້ວງຄົນນຶ່ງ ຊູກຳປັ້ນຂອງລາວຂຶ້ນ ໃນລະຫວ່າງ ການຊຸມນຸມ ປະທ້ວງຕໍ່ຕ້ານຄອມມິວນິສ ຢູ່ນອກ ຫ້ອງການ ສະຖາບັນເພື່ອໃຫ້ການຊ່ອຍເຫຼືອດ້ານກົດໝາຍ ເມື່ອຕົ້ນເດືອນກັນຍາ ວັນທີ 18, 2017.
ຜູ້ປະທ້ວງຄົນນຶ່ງ ຊູກຳປັ້ນຂອງລາວຂຶ້ນ ໃນລະຫວ່າງ ການຊຸມນຸມ ປະທ້ວງຕໍ່ຕ້ານຄອມມິວນິສ ຢູ່ນອກ ຫ້ອງການ ສະຖາບັນເພື່ອໃຫ້ການຊ່ອຍເຫຼືອດ້ານກົດໝາຍ ເມື່ອຕົ້ນເດືອນກັນຍາ ວັນທີ 18, 2017.

ເປັນ​ເວລາ​ຫຼາຍ​ເດືອນຫຼັງຈາກການເລືອກຕັ້ງທີ່ຮ້ອນແຮງ ໃນນະຄອນຫລວງ Jakarta
ທີ່ໄດ້ກໍ່ໃຫ້ເກີດມີຂ່າວລືທີ່ຜິດໆ ທາງອອນລາຍ ຂ່າວປອມ ຍັງຄົງເປັນບັນຫາໃຫຍ່ ຢູ່ໃນ
ອິນໂດເນເຊຍ. ເມື່ອເດືອນແລ້ວນີ້ ຕຳຫຼວດໄດ້ຈັບກຸມ ຜູ້ນຳຂອງອົງການຂ່າວປອມ 3 ຄົນ
ທີ່ຮວມຕົວກັນເປັນກຸ່ມ ເອີ້ນວ່າ Saracen. ອົງການຂ່າວປອມຍັງໄດ້ມີບົດບາດ ໃນການ
ປະທ້ວງຕໍ່ຕ້ານຄອມມິວນິສ ທີ່ໄດ້ຖືກລະງັບສອງຄັ້ງ ເມື່ອບໍ່ດົນມານີ້ ຢູ່ໃນນະຄອນ
Jakarta ທີ່ກ່ຽວພັນ ກັບການຄາດຕະກຳໝູ່ ໃນປີ 1965.

ຕຳຫຼວດ ໃຊ້ປືນສີດນ້ຳ ເພື່ອກະຈາຍພວກຝຸງຄົນ ທີ່ໄດ້ໄປເຕົ້າໂຮມກັນ ຢູ່ນອກ ມູນນິທິ ເພື່ອໃຫ້ການຊ່ອຍເຫຼືອດ້ານກົດໝາຍ ຂອງອິນໂດເນເຊຍ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານຄອມມິວນິສ ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ຕົ້ນເດືອນກັນຍາ ວັນທີ 18, 2017. ພາບຖ່າຍໂດຍ Antara Foto/Muhammad Adimaja/ via Reuters

​ທັງ​ໃນວັນເສົາ ແລະ ວັນອາທິດ ທ້າຍສັບປະດາຜ່ານມານີ້ ພວກປະທ້ວງ ໄດ້ພາກັນເຂົ້າ
ໄປລົບກວນ ການປະຊຸມຕ່າງໆ ຢູ່ທີ່ ສະຖາບັນ​ໃຫ້ການຊ່ອຍເຫຼືອດ້ານກົດໝາຍ ຂອງ
Jakarta ຫຼື LBH. ສະຖາບັນດັ່ງກ່າວ ໄດ້ຖະແຫລງວ່າ “ເລື່ອງຫລອກລວງ” ກ່ຽວກັບ
ລັກສະນະຂອງລາຍການສຳມະນາ ໂດຍມີບັນດາຜູ້ລອດຊີວິດ ໃນປີ 1965 ແລະ ຕິດຕໍ່
ດ້ວຍງານຊຸມຊົນ ໂດຍມີກາບກອນ ແລະ ດົນຕີ ທີ່ໄດ້ກະຕຸ້ນ ພວກທີ່ປະທ້ວງເຫຼົ່ານັ້ນ ຢູ່ດ້ານນອກ LBH.

ຢູ່ໃນຖະແຫລງການສະບັບນຶ່ງ ທີ່ນຳ​ອອກເຜີຍ​ແຜ່ນັ້ນ ​ສະຖາບັນ LBH ໄດ້ຂຽນວ່າ
“ເປັນທີ່ຈະແຈ້ງວ່າ ເປັນເລື່ອງຫລອກລວງຫຼືຂ່າວຜິດໆ ຂອງການໂຄສະນາຊວນເຊື່ອ
ບົນພື້ນຖານ​ໃນ​ການ​ກ່າວ​ຫາ​ ທີ່​ບໍ່​ຖືກຕ້ອງ​ ໄດ້ຖືກອອກອາກາດໄປ ​ແລະ​ຄຳ​ສັ່ງ​ໃຫ້​
ທຳ​ການ​ໂຈມ​ຕີສະ​ຖາ​ບັນ LBH ກໍ​ໄດ້​ແຜ່​ລາມ​ອອກ​ໄປ​ຢ່າງ​ເປັນລະບົບ ​ແລະ​ໃນ​ຂອບ
​ເຂດ​ທີ່​ກວ້າງ​ຂວາງ ບົນພື້ນຖານ​ທີ່​ວ່ານີ້ ​ແມ່ນ​ງານ​ຂອງພັກ​ຄອມ​ມູນິສ ນັ້ນແມ່ນ​ເພງ​
ໂຄສະນາ​ຊວນ​ເຊື່ອ​ຂອງ​ພວກ​ຄອມ​ມູນິສ ​ແລະ​ອື່ນໆ ​ໃນ​ເມື່ອ​ວ່າ ບໍ່​ມີ​ຫຍັງ​ໃນ​ທຳນອງ​
ນັ້ນ​ເລີຍ.”

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ຜູ້​ໃດ​ແທ້​ເປັນ​ຜູ້​ຢູ່​ເບື້ອງຫລັງ​ ໃນ​ການ​ສ້າງ​ຂ່າວ​
ຫລອກ​ລວງ​ ກ່ຽວ​ກັບ​ສະ​ຖາ​ບັນ LBH.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG