ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມລົ້ມແຫຼວ ໃນນະໂຍບາຍ ເກົາຫຼີເໜືອ ຖືກຕ້ອງຕິ ທັງໃນ ສຫລ ແລະ ຈີນ


ກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອ ພວມຟັງ ການໂອ້ລົມ ຂອງກອງປະຊຸມໃຫຍ່ພັກ ທີ່ນະຄອນພຽງຢາງ
ກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອ ພວມຟັງ ການໂອ້ລົມ ຂອງກອງປະຊຸມໃຫຍ່ພັກ ທີ່ນະຄອນພຽງຢາງ

ການດຳ​ເນີນ​ການ​ແບບ​ບໍ່​ຢຸດ​ຢ່ອນ​ໃນ​ດ້ານ​ອາວຸດ​ນິວ​ເຄລຍຂອງເກົາຫຼີ​ເໜືອ​ກຳ ລັງ​ບັງຄັບ​ໃຫ້​ທັງ​ພັນທະ​ມິດ​ແລະ​ປະ​ເທດ ​ທີ່​ເປັນສັດຕູ​ຂອງ​ຕົນທົບ​ທວນຄືນຍຸດ​ທະ​ສາດ ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຢູ່​ໃນ​ພາກພື້ນ.

​ໃນ​ວັນ​ພະຫັດ​ວານ​ນີ້ ສື່​ມວນ​ຊົນ​ຂອງທາງ​ການ​ເກົາຫຼີ​ເໜືອ ​ໄດ້​ປະນາມນະ​ໂຍບາຍ​ “ຍຸດ​ທະ​ສາດ​ແຫ່ງ​ຄວາມ​ອົດທົນ” ຂອງປະທານາທິບໍດີ​ບາຣັກ ​ໂອ​ບາ​ມານັ້ນວ່າ ບໍ່​ໄດ້ຜົນ. ນະ​ໂຍບາຍ​ດັ່ງກ່າວ​ແມ່ນ​ຮວມທັງ​ການ​ສ້າງ​ຄວາມ​ໂດດດ່ຽວແລະ​ເພີ້ມການ​ລົງ​ໂທດ​ທາງ​ດ້ານ​ເສ​ດຖະກິດ​ ເພື່ອ​ກົດດັນ​ໃຫ້​ລັດຖະບານ ກິມຈົງອຸນ ຍຸຕິ​ໂຄງການ​ນິວ​ເຄລຍ​ ແລະ​ຕົກລົງ​ຟື້ນຟູ​ການ​ເຈລະຈາ ​ເພື່ອ​ປົດອາວຸດ​ນິວ​ເຄລຍ ທີ່​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມານັ້ນ.

ຜູ້ປະກາດ​ລາຍການ​ໂທລະພາບ​ຂອງ​ອົງການ​ຂ່າວ​ສູນ​ກາງ KCNA ກ່າວ​ວ່າ “ມັນ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ພວກ​ເຮົາ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ທາງ​ດ້ານ​ອາວຸດ​ນິວ​ເຄລຍຂອງ​ພວກ​ເຮົາ​ແລະ​ເປັນ​ລັດມະຫາ​ອຳນາດ​ນິວ​ເຄລຍທີ່​ມີ​ຄວາມ​ໝັ້ນໃຈ​ຫຼາຍຂຶ້ນ ທີ່​ມີ​ຄວາມ​ສາມາດ​ໃນ​ການ​ໂຈມ​ຕີ​ດ້ານ​ນິວ​ເຄລຍຮ້າຍ​ແຮງ​ທີ່ສຸດ.”

​ໃນ​ວັນ​ສຸກ ​ມື້ນີ້ ​ເວັບ​ໄຊ 38​ North ຊຶ່ງ​ເປັນ​ກຸ່ມ ​ທີ່​ຕິດຕາມ​ເບິ່ງ​ພາບ​ຖ່າຍ​ ຈາກດາວ​ທຽມ ກ່ຽວ​ກັບ​ກິດຈະກຳ​ດ້ານ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອກ່າວ​ວ່າ ​ໃນ​ເວລານີ້ພວມ​ມີ​ການ​ເຄື່ອນ​ໄຫວຢູ່​ໃນ​ທັງ​ສາມ​ອຸ​ໂມງທີ່​ບ່ອນ​ທົດ​ລອງອາວຸດ​ນິວ​ເຄລຍ Pungrye-ri ຊຶ່ງ​ມີ​ການ​ພົວພັນ​ກັບ​ລົດ​ຂະໜາດ​ໃຫຍ່​ແລະ​ເຈົ້າໜ້າ​ທີ່ຢູ່​ທີ່​ນັ້ນ.

ພວກ​ນັກວິ​ເຄາະ​ຂອງ​ກຸ່ມ ຊຶ່ງ​ມີ​ຄວາມ​ສຳພັນ​ ກັບ​ສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດ ທີ່​ກ້າວ ໜ້າ​ຂອງ​ມະຫາວິທະຍາ​ໄລ Johns Hopkins ຄາດ​ວ່າ ການ​ມີ​ກິດຈະກຳເພີ້ມຂຶ້ນຢູ່​ທີ່​ນັ້ນ ອາດ​ເປັນ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ກະກຽມ​ເພື່ອຈະ​ທົດ​ລອງ​ນິວ​ເຄລຍຄັ້ງ​ໃໝ່ ຫລື​ອາດ​ຈະ​ເປັນ​ວຽກກ​ານ​ທີ່​ຕິດຕາມ​ມາ​ໃນ​ການ​ທົດລອງ​ເທື່ອ​ຫລ້າ​ສຸດ ຊຶ່ງ​ມີ​ຂຶ້ນ​ໃນ​ວັນ​ທີ 9 ກັນຍາ​ຜ່ານ​ມາ.

ນອກເໜືອ​ໄປ​ຈາກ​ການ​ທົດ​ລອງ​ນິວ​ເຄລຍສອງ​ຄັ້ງ ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ໃນ​ປີນີ້​ແລ້ວ ພຽງ​ຢາງ​ຍັງ​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຍິງຈາກ​ພາກພື້ນດິນ​ແລະ​ເຮືອ​ດຳ​ນ້ຳຂອງ​ຕົນ ​ໂດຍ​ໄດ້​ທຳ​ການ​ທົດ​ລອງ​ຫຼາຍໆ​ຄັ້ງ ​ໃນ​ຮອບ​ຫົກ​ເດືອນ​ທີ່​ຜ່ານ​ມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG