ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ກວດພົບການຍິງ ລູກສອນໄຟໃນ ເກົາຫຼີເໜືອ


ຜູ້ຊາຍຄົນໜຶ່ງເບິ່ງລາຍການຂ່າວທາງໂທລະພາບ ສະແດງໃຫ້ເຫັນຮູບພາບຂອງການຍິງລູກສອນໄຟ ທີ່ດຳເນີນໂດຍ ເກົາຫຼີເໜືອ ໃນສະຖານີລົດໄຟຂອງ
ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 20 ຕຸລາ, 2016.
ຜູ້ຊາຍຄົນໜຶ່ງເບິ່ງລາຍການຂ່າວທາງໂທລະພາບ ສະແດງໃຫ້ເຫັນຮູບພາບຂອງການຍິງລູກສອນໄຟ ທີ່ດຳເນີນໂດຍ ເກົາຫຼີເໜືອ ໃນສະຖານີລົດໄຟຂອງ ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 20 ຕຸລາ, 2016.

ບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ແລະ ເກົາຫຼີໃຕ້ ກ່າວວ່າ ພວກເຂົາເຈົ້າກວດຈັບໄດ້ ການຍິງລູກສອນໄຟຂີປະນາວຸດທີ່ບໍ່ປະສົບຄວາມສຳເລັດຢູ່ໃກ້ກັບເມືອງ Kusong ຢູ່ ພາກຕາເວັນຕົກສຽງເໜືອຂອງ ເກົາຫຼີເໜືອ.

ໃນຖະແຫຼງການສະບັບໜຶ່ງ, ສູນບັນຊາການປ້ອງກັນບັນຍາກາດ ແລະ ອາວະກາດ ອາເມ ຣິກາເໜືອ ຫຼຶື NORAD ໄດ້ກ່າວວ່າ ເກົາຫຼີເໜືອ ເບິ່ງຄືວ່າໄດ້ຍິງລູກສອນໄຟ Musudan ໄລຍະໄກປານກາງໃນຕອນເຊົ້າຂອງວັນພະຫັດມື້ນີ້. ບັນດານັກສິ້ງຊອມ ສະຫະລັດ ແລະ ເກົາຫຼີໃຕ້ ກ່າວວ່າ ລູກສອນໄຟນັ້ນ ປາກົດວ່າໄດ້ລະເບີດ ບໍ່ດົນຫຼັງຈາກຖືກຍິງຂຶ້ນ ແລະ ດັ່ງນັ້ນມັນຈຶ່ງບໍ່ເປັນໄພຂົ່ມຂູ່ຫຍັງ.

ຫົວໜ້າເສນາທິການຮ່ວມຈາກ ເກົາຫຼີໃຕ້ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນ ພະ ຫັດມື້ນີ້ວ່າ “ພວກເຮົາປະນາມການສືບຕໍ່ປະຕິບັດການລ່ວງລະເມີດທີ່ຜິດກົດໝາຍຂອງ ເກົາຫຼີເໜືອ ແລະ ມີຄວາມພ້ອມຢ່າງເຕັມທີ່ເພື່ອຕອບໂຕ້ ການລ່ວງລະເມີດໃດໆໃນ ຄັ້ງຕໍ່ໄປ.”

ຫົວໜ້າຄະນະລັດຖະມົນຕີ ຍີ່ປຸ່ນ ທ່ານ Yoshihide Suga ໄດ້ກ່າວໃນກອງປະຊຸມຖະ ແຫຼງຂ່າວໃນວັນພະຫັດມື້ນີ້ວ່າ ຍີ່ປຸ່ນ ຮັບຮູ້ເຖິງການຍິງລູກສອນໄຟ ແລະ ຄາດວ່າຈະມີ ລູກສອນໄຟຖືກຍິງອອກມາເພີ່ມຕື່ມຈາກ ເກົາຫຼີເໜືອ ໃນຂະນະທີ່ປະເທດດັ່ງກ່າວຂະ ຫຍາຍໂຄງການພັດທະນາລູກສອນໄຟຂອງພວກເຂົາຢູ່.

ທ່ານໄດ້ກ່າວວ່າ “ລັດຖະບານ ຍີ່ປຸ່ນ, ໄດ້ປະທ້ວງການລ່ວງລະເມີດ ແລະ ກ່າວປະນາມ ການຍິງລູກສອນໄຟດັ່ງກ່າວ,​ ຜ່ານທາງສະຖານ ທູດໃນນະຄອນຫຼວງ ປັກກິ່ງ.”

ນີ້ແມ່ນການຍິງຄັ້ງທີສອງຂອງລູກສອນໄຟ Musudan ໃນຮອບບໍ່ເຖິງໜຶ່ງສັບປະດາ, ເຊິ່ງ ມັນສາມາດຍິງໄປຮອດ ຍີ່ປຸ່ນ ຫຼື ເກົາຫຼີໃຕ້ ໄດ້ຢ່າງງ່າຍດາຍ ແລະ ກໍຍັງເຊື່ອວ່າມັນຈະມີ ຄວາມສາມາດຍິງໄປຮອດເກາະ ກວມ ທີ່ເປັນອານາເຂດຂອງ ສະຫະລັດນັ້ນນຳ. ໃນການ ຍິງໃນວັນເສົາທີ່ຜ່ານມາ, ລູກສອນໄຟດັ່ງກ່າວກໍຈົບລົງດ້ວຍຄວາມລົ້ມແຫຼວ, ເຊິ່ງມັນໄດ້ ລະເບີດຫຼັງຈາກຖືກຍິງຂຶ້ນບໍ່ດົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG