ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

65 ຄົນເສຍ​ຊີວິດ ໃນເຫດ ໂຮງງານ​ລະເບີດ ຢູ່ຈີນ (ວີດີໂອ)


ພະນັກງານແພດ ຢູ່ໂຮງໝໍເມືອງ Kunshan ແຂວງ Jiangsuນຳສົ່ງຜູ້ເຄາະຮ້າຍ ຈາກໂຮງງານ​ຜະລິດ​ກອບ​ຕີນລົດ​ ລະເບີດ ໄປຍັງພະແນກຕໍ່ໄປ, ວັນທີ 2 ສິງຫາ 2014.
ພະນັກງານແພດ ຢູ່ໂຮງໝໍເມືອງ Kunshan ແຂວງ Jiangsuນຳສົ່ງຜູ້ເຄາະຮ້າຍ ຈາກໂຮງງານ​ຜະລິດ​ກອບ​ຕີນລົດ​ ລະເບີດ ໄປຍັງພະແນກຕໍ່ໄປ, ວັນທີ 2 ສິງຫາ 2014.

ບັນດາ​ເຈົ້າໜ້າ​ທີ່​ຈີນ ກ່າວ​ວ່າ ມີ 65 ຄົນເສຍ​ຊີວິດ ​ແລະ
ຫຼາຍກວ່າ 100 ຄົນ ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ເຫດ​ລະ​ເບີດ ຢູ່​
ໂຮງງານ​ແຫ່ງ​ນຶ່ງ ​ໃນເມືອງ Kunshan ທາງພາກ​ຕາ​ເວັນ
​ອອກຂອງ​ປະ​ເທດ.

ທາງ​ການ​ກ່າວ​ວ່າ ​ເຫດລະ​ເບີດເກີດ​ຂຶ້ນ​ ​ໃນເວລາ 7 ​ໂມງ​ເຄິ່ງ
ຂອງ ເຊົ້າ​ວັນ​ເສົາ​ມື້​ນີ້ ຢູ່ໃນ​ໂຮງງານ​ຜະລິດ​ກອບ​ຕີນລົດ​ແຫ່ງ​ນຶ່ງ
ທີ່ເປັນ​ຂອງ ບໍລິສັດ​ໄຕ້​ຫວັນ.

ການ​ສືບສວນ​ສອບ​ສວນຂັ້ນຕົ້ນ ສະ​ແດງ​ໃຫ້​ເຫັນວ່າ ​ເຫດລະ​ເບີດ
ອາດ ​ໄດ້ເກີດຂຶ້ນ ເວລາຂີ້​ຝຸ່ນ​ຢູ່ໃນ​ຫ້ອງນຶ່ງທີ່​ປິດ​ອ້ອມ​ໄວ້ ​ໄດ້ຖືກປະກາຍ​ໄຟ ຫຼື​ແປວໄຟ.

ອຳນາດ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ເມືອງກ່າວວ່າ ​ໄດ້​ເກັບ​ກູ້​ຜູ້​ເຄາະ​ຮ້າຍ ຈຳນວນ 45 ຄົນ
ອອກມາ​ຈາກຊາກ​ພັງ ​ແລະອີກ 20 ຄົນ ໄດ້​ໄປ ເສຍ​ຊີວິດ ຢູ່​ໂຮງໝໍ​ຕ່າງໆ​ໃນ​ເວລາຕໍ່​ມາ.
ຫຼາຍໆຄົນ​ ທີ່ໄດ້​ຮັບບາດ​ເຈັບ ​ແມ່ນ​ຖືກ​ໄຟ​ລວກ​ຢ່າງ​ສາຫັດ.

CHINA BLAST UPD VO
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG