ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຫລອກລວງໃນເລືອກຕັ້ງ ແລະຈຳນວນຜູ້ໄປເລືອກຕັ້ງ ໃນເຂດທີ່ມີສົງຄາມ


ຜູ້​ຊາຍ​ສອງ​ຄົນ ຢືນ​ຢູ່​ຕໍ່​ໜ້າ​ກະ​ດານ​ຂໍ້​ມູນ ທີ່​​ສູນ​ກາງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 8 ກັນ​ຍາ 2023. (Photo by AFP)
ຜູ້​ຊາຍ​ສອງ​ຄົນ ຢືນ​ຢູ່​ຕໍ່​ໜ້າ​ກະ​ດານ​ຂໍ້​ມູນ ທີ່​​ສູນ​ກາງ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 8 ກັນ​ຍາ 2023. (Photo by AFP)
ທ່ານນາງມາຣີນາ ຊັກຄາໂຣວາ

ທ່ານນາງມາຣີນາ ຊັກຄາໂຣວາ

ປະທານກໍາມາທິການເລືອກຕັ້ງ ໃນເຂດເຄີຊອນຂອງຢູເຄຣນ ທີ່ຍຶດຄອງໂດຍຣັດເຊຍ

"ທັງຫມົດ ມີ 65.14 ເປີເຊັນ ຂອງຜູ້ມີສິດລົງຄະແນນໃນເຂດເຄີຊອນໄດ້ໄປປ່ອນບັດ."

ພາ​ໃຫ້​ສັງ​ຄົມ​ເຂົ້າ​ໃຈ​ຜິດ

ເມື່ອວັນ​ທີ 8-10 ກັນຍາຜ່ານມາ​ ຣັດ​ເຊຍອ້າງ​ວ່າ ໄດ້ຈັດໃຫ້ມີ "ການ​ເລືອກ​ຕັ້ງ" ຂຶ້ນຢູ່ໃນ 5 ​ເຂດ​ຂອງ​ຢູເຄຣນ ທີ່ຖືກ​ຍຶດຄອງ​ເປັນບາງສ່ວນ. ການ​ລົງ​ຄະ​ແນນ​ສຽງ​ທີ່​ຜິດ​ກົດ​ໝາຍ ທີ່​ຖືກ​ກ່າວ​ຫາວ່າ ມີ​ຂຶ້ນຢູ່​ໃນ​ເຂດໂດເນັດ, ລູຮານ, ຊາໂປຣິສເຊຍ ແລະເຄີຊອນແມ່ນຈັດຂຶ້ນ​ສຳ​ລັບ​ຜູ້​ສະ​ໝັກ​ເລືອກ​ຕັ້ງ “ສະ​ພາປະຈໍາຂົງເຂດຂອງ​ຣັດ​ເຊຍ.” ຄາດ​ວ່າ ​ຈະ​ມີການເລືອກ​ຕັ້ງເອົາ ສະ​ມາ​ຊິກ ສະພາດູມາ (Duma) ຂອງ​ຣັດ​ເຊຍ ​ໃນ​ການແຫລມໄຄຣເມຍ ທີ່ຖືກຜະ​ໜວກ.

ມົສກູ ປະ​ກາດ​ວ່າ ຈຳນວນ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງເຫລົ່າ​ນີ້ ​ແມ່ນ​ສູງ, ຄາດ​ວ່າ ມີ​ຫຼາຍ​ແສນ​ຄົນ​ໄດ້ໄປ​ປ່ອນ​ບັດ.

ໃນວັນ​ທີ 10 ກັນຍາ​ຜ່ານມາ, ທ່ານນາງມາຣີນາ ຊັກຄາໂຣວາ, ປະທານ​ກໍາມາທິການ​ເລືອກ​ຕັ້ງ​ໃນ​ເຂດເຄີຊອນ ຂອງ​ຢູ​ເຄຣນ ທີ່​ຍຶດຄອງໂດຍ​ຣັດ​ເຊຍ ກ່າວອ້າງວ່າ:

"ທັງຫມົດ ມີ 65.14 ເປີເຊັນ ຂອງຜູ້ມີສິດລົງຄະແນນໃນເຂດເຄີຊອນໄດ້ໄປປ່ອນບັດ."

ນັ້ນ​ແມ່ນ​ບໍ່​ຖືກ​ຕ້ອງ.

ກ່ອນອື່ນໝົດ, ຢູ່ໃນເຂດສົງຄາມເຊັ່ນນັ້ນ “ການເລືອກຕັ້ງ” ແມ່ນຜິດກົດໝາຍ ຢູ່ພາຍໃຕ້ກົດໝາຍສາກົນ.

ໂດຍ​ອ້າງ​ອີງກົດ​ບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະມະຕິ resolution ES-11/4 ທີ່​ຖື​ວ່າ​ຣັດ​ເຊຍ​ຍຶດຄອງ​ຢູ​ເຄຣນ​ແບບ​ຜິດ​ກົດໝາຍນັ້ນ ​ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ທີ 8 ກັນຍາ​ຜ່ານມາ​ວ່າ “ສິ່ງທີ່ເອີ້ນວ່າ ການ​ເລືອກ​ຕັ້ງ” ​ຄັ້ງ​ຫຼ້າ​ສຸດ​ຂອງຣັດ​ເຊຍ “ແມ່ນ​ບໍ່​ມີ​ມູນຖານທາງ​ກົດໝາຍ” ​ແລະບ່ອນ​ທຳລາຍຂະ​ບວນ​ການ​ສັນ​ຕິ​ພາບ​.

ນອກຈາກ​ ​ການກ່າວ​ອ້າງແບບບໍ່​ສາມາດ​ຢືນຢັນ​ໄດ້ແລ້ວວ່າ ຕົນຈັດ​ການ​ເລືອກ​ຕັ້ງຂຶ້ນ​ ຣັດ​ເຊຍ​ຍັງກ່າວອ້າງອີກ​ວ່າ ​ຈຳນວນ​ຜູ້​ໄປ​ປ່ອນ​ບັດ ​ທີ່​ເກີນ​ຈຳນວນ​ປະຊາກອນ​ທັງ​ໝົດ​ ຂອງ​ບັນດາ​ຫົວເມືອງນ້ອຍ ​ແລະ​ເມືອງໃຫຍ່ຂອງ​ຢູ​ເຄຣນ ທີ່​ຖືກຍຶດຄອງນັ້ນ.

ຫນ້ອຍກວ່າ 63 ເປີເຊັນຂອງປະຊາກອນຂົງເຂດເຄີຊອນ ແມ່ນອາໄສຢູ່ໃນເຂດທີ່ຖືກຍຶດຄອງ ໂດຍຣັດເຊຍໃນປັດຈຸບັນ ຊຶ່ງເຮັດໃຫ້ເປັນໄປບໍ່ໄດ້ຫລາຍທີ່ສຸດວ່າ ຈະມີ 65.14 ເປີເຊັນຂອງ ຜູ້ມີສິດລົງຄະແນນໃນຂົງເຂດນີ້ ໄປປ່ອນບັດ.

ອີງຕາມ ພະແນກສະຖິຕິໃຫຍ່ຂອງຂົງເຂດ (ເຄີຊອນ region's main department of statistics) ຮອດ ວັນທີ 1 ມັງກອນ 2022, ປະຊາກອນອາໄສຢ່າງຖາວອນ ໃນຂົງເຂດແມ່ນ 1,000,166 ຄົນ.

ໃນຕົ້ນເດືອນກັນຍາ 2023 ນີ້ ຢູເຄຣນໄດ້ຄວບຄຸມ ເມືອງເບຣິສລາຟສກີ (Berislavsky) ຂອງຂົງເຂດ ເຄີຊອນ ຢ່າງເຕັມສ່ວນ ໂດຍມີປະຊາກອນ 94,940 ຄົນ ເຊັ່ນດຽວກັນ ເມືອງເຄີຊອນ ມີປະຊາກອນ 275,529 ຄົນ -ສະນັ້ນຈໍານວນທັງຫມົດແມ່ນ 370,469 ຄົນ, ຫຼື 37 ເປີເຊັນຂອງປະຊາກອນໃນຂົງເຂດນັ້ນ.

ນອກຈາກນັ້ນ, ຢູເຄຣນຄວບຄຸມ ປະມານນຶ່ງສ່ວນສາມ ຂອງດິນແດນໃນເຂດຂອງເມືອງເຄີຊອນ ແມ່ນມີປະຊາກອນ 170,325 ຄົນໂດຍບໍ່ນັບຄົນຢູ່ໃນເມືອງເຄີຊັນ ຫລື Kherson city.

ສະນັ້ນ, ອີງຕາມການຄາດຄະເນແບບຕໍ່າໆໄວ້ ກໍຄືຫຼາຍກວ່າ 37 ເປີເຊັນ ຂອງຄົນຢູ່ໃນຂົງເຂດເຄີຊອນ ແມ່ນອາໄສຢູ່ໃນເຂດທີ່ຄວບຄຸມໂດຍຢູເຄຣນ ຂະນະທີ່ຫນ້ອຍກວ່າ 63 ເປີເຊັນ ແມ່ນອາໄສຢູ່ໃນອານາເຂດ ທີ່ຖືກຄວບຄຸມໂດຍຣັດເຊຍ.

ອົງການຂ່າວບີບີຊີ ລາຍງານວ່າ ຜົນການເລືອກຕັ້ງ ແລະຈໍານວນຄົນໄປລົງ ຄະແນນສຽງໃນ “ການເລືອກຕັ້ງ” ຂອງຣັດເຊຍໃນດິນແດນຢູເຄຣນທີ່ຖືກຍຶດຄອງນັ້ນ ບໍ່ສາມາດກວດສອບໄດ້ ເພາະບໍ່ມີນັກສັງເກດການອິດສະຫລະ ແລະຜູ້ລົງຄະແນນສຽງ ໄດ້ໄປ ປ່ອນບັດແບບຖືກປືນຈີ້ໃຫ້ເຮັດ:

ຮູບພາບສະແດງໃຫ້ເຫັນວ່າຜູ້ລົງຄະແນນສຽງປ່ອນບັດລົງໃນຫີບທີ່ເບິ່ງແລ້ວຄືວ່າຢູ່ພາຍໃຕ້ສາຍຕາຈັບຈ້ອງເບິ່ງບໍ່ຂາດຂອງທະຫານທີ່ປະກອບອາວຸດຢ່າງແໜ້ນໜາ ໃສ່ຜ້າຄຸມໜ້າໄວ້. ບາງຮູບກໍສະແດງໃຫ້ເຫັນວ່າ ບັດລົງຄະແນນສຽງຖືກປ່ອນໃສ່ຫີບພລາສຕິກໃສໆດຍທີ່ບັດຄະແນນສຽງສາມາດເຫັນໄດ້ຢ່າງຊັດເຈນ.”

ທ່ານແອນດຣີ ແມັກເກຣາ (Andriy Magera), ອະດີດສະມາຊິກກຳມາທິການເລືອກຕັ້ງສູນ ກາງຂອງຢູເຄຣນ ໄດ້ພົສວິດີໂອລົງໃນ Facebook ທີ່ສະແດງໃຫ້ເຫັນວ່າມີ ຊາຍທະຫານຜູ້ນຶ່ງ ໃສ່ຜ້າຄຸມໜ້າ ແລະແມ່ຍິງນຸ່ງເຄື່ອງພົນລະເຮືອນຍ່າງໄປຕາມຖະໜົນໃນບ້ານແຫ່ງນຶ່ງ ທີ່ຖືກຍຶດຄອງໃນເຂດເຄີຊອນ, ກໍາລັງເຄາະປະຕູ ແລະຮຽກຮ້ອງໃຫ້ຊາວເມືອງໄປປ່ອນບັດ.

ຜູ້ອາໄສຢູ່ໃນເຂດເຄີຊັນຄົນນຶ່ງທີ່ຖືກຍຶດຄອງໂດຍຣັດເຊຍບອກກັບ ອົງການຂ່າວ BBC ພະແນກພາສາຢູເຄຣນ ໂດຍບໍ່ປະສົງອອກນາມວ່າ "ຜູ້ຮ່ວມມືກັບເຂົາໃນທ້ອງຖິ່ນ ແລະທະຫານຣັດເຊຍໄດ້ຍ່າງອ້ອມໂດຍຖືປືນກົນ ແລະຫີບປ່ອນບັດຢູ່ໃນມືຂອງພວກເຂົາ."

ຢູ​ເຄ​ຣນ ແລະ ປະ​ເທດ​ຕາ​ເວັນ​ຕົກ​ ໄດ້​ປະ​ນາມ​ ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ ທີ່ຈະເຮັດໃຫ້ ການຍຶດ​ຄອງ​ຢູ​ເຄຣນຂອງຕົນ​ວ່າຖືກ​ຕ້ອງຊອບທໍາ, ລວມ​ທັງເຮັດການເລືອກຕັ້ງແບບ​ຫຼອກລວງ faking elections.

ໃນວັນ​ທີ 8 ກັນຍາ​ນີ້, ​ລັດຖະມົນ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານແອນໂທນີ ບລິງເຄັນ ກ່າວ​ວ່າ "ອັນ​ທີ່​ເອີ້ນ​ວ່າ" ​ ການ​ເລືອກ​ຕັ້ງ “ແບບ​ຫຼອກ​ລວງ” ​ຂອງຣັດ​ເຊຍ "ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມບໍ່ສົນ​ໃຈຢ່າງແຮງ​ຕໍ່​ຫຼັກການຂອງ​ກົດ​ບັດສະຫະ​ປະຊາ​ຊາດ, ​ເຊັ່ນ​ການ​ເຄົາລົບ​ອະທິປະ​ໄຕ​ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະເທດທີ່ຄໍ້າຊູຍູ້ໜູນຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຂອງ​ໂລກນັ້ນ.”

ສະຫະລັດ "ຈະບໍ່ມີວັນຮັບຮູ້ການກ່າວອ້າງຂອງສະຫະພັນຣັດເຊຍ ເພື່ອເອົາດິນແດນໃດໆ ຂອງຢູເຄຣນ," ນັ້ນ ຄືຄໍາເວົ້າຂອງທ່ານບລິງເຄັນ ໂດຍເຕືອນ "ຜູ້ສະຫນັບສະຫນູນສາກົນ" ທີ່ເປັນໄປໄດ້ຕໍ່ການກະທໍາຂອງຣັດເຊຍວ່າ ເຂົາເຈົ້າອາດຈະຖືກລົງໂທດ ແລະຈໍາກັດວີຊາ.

ລັດຖະມົນຕີ​ການ​ຕ່າງປະ​ເທດຂອງກຸ່ມ ຈີ7 (G7) ໂດຍມີ​ສະຫະລັດ, ຍີ່ປຸ່ນ, ​ເຢຍຣະ​ມັນ, ອັງກິດ, ຝຣັ່ງ, ອີ​ຕາ​ລີ, ກາ​ນາ​ດາ, ​ແລະ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ຢູໂຣບ​ ​ເອີ້ນ​ການ​ເລືອກ​ຕັ້ງນັ້ນວ່າ ​ເປັນ​ການ​ຫຼອກ​ລວງ ​ແລະ ​ເປັນ​ການ​ລະ​ເມີດ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນອັນຄົບຖ້ວນຂອງຢູເຄຣນ ແລະກົດບັດສະຫະປະຊາຊາດ.”

ທີ່​ມາ ພະ​ແນກ Polygraph ຂອງວີ​ໂອ​ເອ

XS
SM
MD
LG