ເມື່ອວັນທີ 23 ກໍລະກົດ ຣັດເຊຍໄດ້ຍິງລູກສອນໄຟ ແລະສົ່ງເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຈຳນວນນຶ່ງ ໂຈມຕີເມືອງໂອເດຊາຂອງຢູເຄຣນ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍນຶ່ງຄົນ ແລະໄດ້ຮັບບາດເຈັບອີກ 22 ຄົນ. ມີອາຄານບ້ານເຮືອນຫຼາຍສິບຫຼັງ ຮວມທັງພະວິຫານແທຣນສ໌ຟິວກູເຣຊັ່ນ (Transfiguration Cathedral) ຊຶ່ງເປັນສ່ວນນຶ່ງຂອງສະຖານທີ່ມໍລະດົກໂລກ ຂອງອົງການຢູແນັສໂກ ໄດ້ຮັບຄວາມເສຍຫາຍ ໃນການໂຈມຕີດັ່ງກ່າວ.
ມັນເປັນເທື່ອຫຼ້າສຸດໃນການໂຈມຕີທີ່ມີມາເປັນລຳດັບຕໍ່ເມືອງທ່າ ທີ່ຕັ້ງຢູ່ໃນພາກໃຕ້ແຫ່ງນີ້ ຫຼັງຈາກຢູເຄຣນໄດ້ທຳການໂຈມຕີຕໍ່ຂົວເຄີຣ໌ສ - ຊຶ່ງເຊື່ອມໂຍງ ແຫຼມໄຄຣເມຍທີ່ຖືກຢຶດຄອງຂອງຢູເຄຣນ ກັບຣັດເຊຍ - ເມື່ອວັນທີ 17 ກໍລະກົດ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.
ຣັດເຊຍ ຊຶ່ງໄດ້ປະກາດວ່າຈະທຳການຕອບໂຕ້ຕໍ່ການໂຈມຕີຂົວ ຍັງສືບຕໍ່ປະຕິເສດວ່າ ຕົນບໍ່ໄດ້ໂຈມຕີພື້ນຖານໂຄງລ່າງ ຂອງພົນລະເຮືອນຢູເຄຣນ.
“ສະຖານທີ່ທັງໝົດແມ່ນແນໃສ່ເພື່ອເອົາຊະນະ ແລະທຳລາຍ ເມື່ອຄືນວັນທີ 23 ກໍລະກົດປີນີ້ ບ່ອນທີ່ອຳນາດການປົກຄອງກີຢິບ ພ້ອມກັບນັກຊ່ຽວຊານຕ່າງປະເທດ ໄດ້ກະກຽມກໍ່ການຮ້າຍຕໍ່ສະຫະພັນຣັດເຊຍ ຊຶ່ງຕັ້ງຢູ່ໃນໄລຍະຫ່າງໄກທີ່ປອດໄພຈາກພະວິຫານແທຣນສ໌ຟິວກູເຣຊັ່ນ” ກະຊວງປ້ອງກັນປະເທດຣັດເຊຍກ່າວ ໃນການພິມເຜີຍແຜ່ ທາງເຕເລກຣາມເມື່ອວັນທີ 23 ກໍລະກົດ.
“ແຜນການໂຈມຕີດ້ວຍອາວຸດທີ່ມີຄວາມແມ່ນຢຳ ຕໍ່ສະຖານທີ່ທາງທະຫານ ແລະພື້ນຖານໂຄງລ່າງ ຂອງອຳນາດການປົກຄອງກີຢິບ ໄດ້ມີຂຶ້ນບົນພື້ນຖານຂອງຂໍ້ມູນຂ່າວສານ ທີ່ໄດ້ມີການກວດກາຢ່າງລະມັດລະວັງ ແລະໄດ້ຮັບການຢືນຢັນຜ່ານຫຼາຍໆຊ່ອງທາງ ໂດຍຮູ້ວ່າໄດ້ຍົກເວັ້ນ ສະຖານທີ່ທາງພົນລະເຮືອນ ຕະຫຼອດທັງສະຖານທີ່ທາງວັດທະນະທຳ ແລະມູນມໍລະດົກປະຫວັດສາດຕ່າງໆ.”
ນັ້ນແມ່ນບໍ່ຖືກຕ້ອງ.
ການໂຈມຕີຂອງຣັດເຊຍຕໍ່ເມືອງໂອເດຊາ ເມື່ອວັນທີ 23 ກໍລະກົດ ໄດ້ທຳລາຍແລະສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານ 44 ຫຼັງ ແລະສະຖານທີ່ສຳຄັນທາງດ້ານວັດທະນະທຳ. ຣັດເຊຍບໍ່ໄດ້ສະໜອງຫຼັກຖານໃດໆເພື່ອໃຫ້ການສະໜັບສະໜຸນຕໍ່ການກ່າວອ້າງທີ່ວ່າ ຕຶກອາຄານຂອງພົນລະເຮືອນທີ່ຖືກທຳລາຍ ໃນການໂຈມຕີນັ້ນ ແມ່ນໄດ້ຖືກໃຊ້ເພື່ອ “ກະກຽມທຳການໂຈມຕີຕໍ່ການຮ້າຍ.”
ການໂຈມຕີເມືອງໂອເດຊາໃນວັນທີ 23 ກໍລະກົດ ແມ່ນສອດຄ່ອງກັບການໂຈມຕີໃນຂອບເຂດທີ່ກວ້າງຂວາງຂອງຣັດເຊຍຕໍ່ພື້ນຖານໂຄງລ່າງທາງພົນລະເຮືອນຂອງຢູເຄຣນ ຊຶ່ງປະທານາທິບໍດີໂວໂລດີເມຍ ເຊເລນສກີ ເມື່ອນຶ່ງປີກ່ອນນັ້ນ ຮ້ອງວ່າ “ລູກສອນໄຟທີ່ໜ້າຢ້ານ.”
ກຳລັງຂອງຣັດເຊຍໄດ້ທຳການໂຈມຕີພື້ນຖານໂຄງລ່າງຂອງເມືອງທ່າໂອເດຊາ ແລະສະຖານທີ່ສົ່ງອອກອາຫານ ນັບຕັ້ງແຕ່ ມົສກູໄດ້ຖອນໂຕ ອອກຈາກຂໍ້ຕົກລົງ ທີ່ອະນຸຍາດໃຫ້ຢູເຄຣນສົ່ງອອກອາຫານປະເພດເມັດຈາກທ່າກຳປັ່ນ ໃນທະເລດຳ ເພື່ອຊ່ວຍຫຼີກເວັ້ນບໍ່ໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານອາຫານຂອງໂລກ.
ສະຖານທີ່ທາງພົນລະເຮືອນແລະວັດທະນະທຳກໍໄດ້ຖືກໂຈມຕີເຊັ່ນດຽວກັນ. ອົງການປົກຄອງເຂດໂອເດຊາກ່າວວ່າ ມີຕຶກອາຄານ 44 ຫຼັງ ຮວມທັງພິພິດທະພັນທາງດ້ານວັດທະນະທຳ 25 ຫຼັງ ທີ່ສ້າງໃນສັດຕະວັດທີ 19 ແລະ 20 ແມ່ນໄດ້ຮັບຄວາມເສຍຫາຍ ໃນການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ເມື່ອວັນທີ 23 ກໍລະກົດ.
ອົງການຢູແນັສໂກ ໄດ້ປະນາມຢ່າງແຮງ ໃນ “ການໂຈມຕີຊ້ຳແລ້ວຊ້ຳອີກ” ຂອງຣັດເຊຍຕໍ່ສະຖານທີ່ທາງດ້ານວັດທະນະທຳ ແລະສະຖານທີ່ມໍລະດົກໂລກຂອງຢູເຄຣນ.
“ການທຳລາຍທີ່ຊົ່ວຮ້າຍນີ້ ແມ່ນຂີດໝາຍຂອງການເພີ້ມທະວີຄວາມຮຸນແຮງຕໍ່ມູນເຊື້ອທາງດ້ານວັດທະນະທຳຂອງຢູເຄຣນ. ຂ້າພະເຈົ້າຂໍປະນາມຢ່າງແຮງໃນການໂຈມຕີຄັ້ງນີ້ຕໍ່ວັດທະນະທຳ ແລະຂ້າພະເຈົ້າຂໍຮຽກຮ້ອງໃຫ້ສະຫະພັນຣັດເຊຍ ເອົາບາດກ້າວທີ່ມີຄວາມໝາຍ ເພື່ອປະຕິບັດຕາມພັນທະຂອງຕົນ ພາຍໃຕ້ກົດໝາຍລະຫວ່າງປະເທດ” ຜູ້ອຳນວຍການໃຫຍ່ອົງການຢູແນັສໂກ ທ່ານນາງອໍເດຣ ອາຊູລາຍ ໄດ້ກ່າວ.
ມາຮອດວັນທີ 20 ກໍລະກົດ ອົງການຢູແນັສໂກ ໄດ້ໃຫ້ການພິສູດ ໃນຄວາມເສຍຫາຍຕໍ່ຊັບສິນທາງດ້ານວັດທະນະທຳ 270 ແຫ່ງຢູ່ໃນຢູເຄຣນ ນັບຕັ້ງແຕ່ຣັດເຊຍໄດ້ຮຸກຮານຢູເຄຣນ ເມື່ອວັນທີ 24 ກຸມພາ 2022.
ຊັບສິນທາງດ້ານວັດທະນະທຳທີ່ຖືກໂຈມຕີໃນເຂດໂອເດຊາ ແມ່ນຮວມທັງພິພິດທະພັນສິນລະປະໂອເດຊາ ພິພິດທະພັນໂບຮານຄະດີໂອເດຊາ ພິພິດທະພັນເຂດແຄມຝັ່ງທະເລໂອເດຊາ ພິພິດທະພັນວັນນະກຳໂອເດຊາ ແລະວັດເຊນນິໂກລາສ.
ໃນເດືອນມັງກອນ ອົງການຢູແນັສໂກປະກາດໃຫ້ສະຖານທີ່ປະຫວັດສາດ ໃນເຂດໃຈກາງເມືອງໂອເດຊາ ບ່ອນທີ່ພະວິຫານແທຣນສ໌ຟິວກູເຣຊັ່ນຕັ້ງຢູ່ນັ້ນ ໃຫ້ເປັນ ສະຖານທີ່ມໍລະດົກໂລກ ຂອງອົງການຢູແນັສໂກ.
ລາຍງານຂ່າວສະແດງໃຫ້ເຫັນວ່າ ລູກສອນໄຟລູກນຶ່ງ ໄດ້ຕົກໃສ່ແທ່ນປະກອບພິທີທາງສາສະໜາຂອງພະວິຫານແທຣນສ໌ຟິວກູເຣຊັ່ນ ຊຶ່ງ ໄດ້ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ຕຶກອາຄານພະວິຫານ.
ດັ່ງທີ່ເຄີຍໄດ້ກະທຳມາຊ້ຳແລ້ວຊ້ຳອີກ ຫຼັງຈາກແນເປົ້າໝາຍການໂຈມຕີໃສ່ພື້ນຖານໂຄງລ່າງທາງດ້ານພົນລະເຮືອນໃນຢູເຄຣນແລ້ວ ມົສກູໄດ້ຖິ້ມໂທດໃສ່ກີຢິບໃນການໂຈມຕີຂອງຕົນຕໍ່ພະວິຫານ ໂດຍກ່າວອ້າງວ່າ ມັນຖືກລູກສອນໄຟຕໍ່ຕ້ານອາກາດຍານຂອງຢູເຄຣນ.
ທັງໆທີ່ຣັດເຊຍໄດ້ກ່າວອ້າງວ່າ ຕົນໄດ້ໃຊ້ “ອາວຸດທີ່ມີຄວາມແມ່ນຢຳ” ໃນການໂຈມຕີຕໍ່ເມືອງໂອເດຊາ ປະທານາທິບໍດີເຊເລນສກີ ກ່າວວ່າ ພະວິຫານແທຣນສ໌ຟິວກູເຣຊັ່ນ ໄດ້ຖືກ ລູກສອນໄຟ KH-22 ຊຶ່ງເປັນລູກສອນໄຟຄວາມໄວສູງທີ່ໄດ້ອອກແບບເພື່ອຈົມກຳປັ່ນບັນທຸກເຮືອບິນ. ກະຊວງປ້ອງກັນປະເທດຂອງອັງກິດກ່າວວ່າ ລູກສອນໄຟ KH-22 ແມ່ນມີ “ຊື່ສຽງທີ່ບໍ່ດີໃນເລື້ອງຄວາມແມ່ນຢຳ” ເວລາແນເປົ້າໝາຍທີ່ຕັ້ງຢູ່ເທິງພາກພື້ນດິນ.
ໃນເດືອນມັງກອນ ຣັດເຊຍໄດ້ຍິງໂຈມຕີຕຶກອາພາດເມັນຫຼັງນຶ່ງ ທີ່ເມືອງດນິບໂປຣ ໃນເຂດພາກກາງຂອງຢູເຄຣນ ດ້ວຍລູກສອນໄຟ KH-22 ທີ່ເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ.
ໂຄສົກຂອງວັງເຄຣັມລິນ ດມີຕຣີ ເປັສຄອບ ໄດ້ຖິ້ມໂທດ ໃນການໂຈມຕີດັ່ງກ່າວ ໃສ່ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ.
ການໂຈມຕີເມື່ອວັນທີ 23 ກໍລະກົດ ທີ່ແນເປົ້າໝາຍໃສ່ເຂດໂອເດຊານັ້ນ ຢູເຄຣນກ່າວວ່າ ຕົນໄດ້ຍິງທຳລາຍລູກສອນໄຟ 19 ລູກ ທີ່ມີລາຍງານວ່າຣັດເຊຍໄດ້ຍິງມາ.
ຢູເຄຣນກ່າວວ່າ ຣັດເຊຍໄດ້ຍິງໂຈມຕີເມືອງໂອເດຊາໃນມື້ນັ້ນ ດ້ວຍລູກສອນໄຟຢ່າງໜ້ອຍ 5 ຊະນິດດ້ວຍກັນ ສ່ວນນຶ່ງແມ່ນເພື່ອຫາທາງຫຼີກລ່ຽງຕໍ່ຄວາມສາມາດໃນການສະກັດກັ້ນຂອງຢູເຄຣນ.
ລະບົບປ້ອງກັນໄພທາງອາກາດ ແລະປ້ອງກັນລູກສອນໄຟຊະນິດດຽວທີ່ຢູເຄຣນມີ ຊຶ່ງສາມາດຍິງທຳລາຍລູກສອນໄຟ KH-22 ກໍແມ່ນ ລູກສອນໄຟແພທຣິອອດ ຂອງສະຫະລັດ ຊຶ່ງຢູເຄຣນມີແຕ່ພຽງສອງລະບົບ. ນອກນັ້ນ ຢູເຄຣນຍັງຂາດເຂີນລະບົບປ້ອງກັນໄພທາງອາກາດທີ່ຈຳເປັນອື່ນໆຢູ່ໃນຂົງເຂດ ເພື່ອຍິງທຳລາຍລູກສອນໄຟນຳວິຖີ ສຳລັບໂຈມຕີກຳປັ່ນໂອນິກ (Oniks) ຊຶ່ງກຳລັງຂອງຣັດເຊຍ ກໍໄດ້ໃຊ້ໂຈມຕີເມືອງໂອເດຊາເຊັ່ນດຽວກັນ.
ການໂຈມຕີໃນວັນທີ 23 ກໍລະກົດ ບໍ່ແມ່ນເທື່ອທຳອິດທີ່ຣັດເຊຍໄດ້ແນເປົ້າໝາຍໃສ່ພື້ນຖານໂຄງລ່າງດ້ານພົນລະເຮືອນ ເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີຂົງຂ້າມຊ່ອງແຄບເຄີຣ໌ສ ຊຶ່ງເປັນເສັ້ນທາງລໍຈິດຕິກສຳລັບຣັດເຊຍ ໃນການສົ່ງຍຸດທະປັດໄຈສົງຄາມໄປສະໜັບສະໜຸນໃນຢູເຄຣນ.
ເມື່ອວັນທີ 10 ຕຸລາ 2022 ຣັດເຊຍໄດ້ຍິງລູກສອນໄຟຫຼາຍສິບລູກ ໂຈມຕີຫົວເມືອງຕ່າງໆຂອງຢູເຄຣນ ເພື່ອຕອບໂຕ້ຕໍ່ການໂຈມຕີຂົວ ສອງມື້ກ່ອນໜ້ານັ້ນ. ທີ່ນະຄອນຫຼວງກີຢິບຂອງຢູເຄຣນ ຣັດເຊຍໄດ້ໂຈມຕີພິພິດທະພັນ ຕຶກອາຄານຫ້ອງກັນ ຂົວສຳລັບພວກຄົນຍ່າງ ສວນສາທາລະນະ ແລະທາງແຍກທີ່ສຳຄັນແຫ່ງນຶ່ງ ແລະເປົ້າໝາຍພົນລະເຮືອນອື່ນໆ.
ໃນເວລານັ້ນ ຣັດເຊຍຍັງໄດ້ກ່າວອ້າງຢ່າງຜິດພາດວ່າ ຕົນໄດ້ໂຈມຕີຄ້າຍທະຫານ ແລະພື້ນຖານໂຄງລ່າງດ້ານພະລັງງງານ “ເພື່ອຕອບໂຕຕໍ່ການໂຈມຕີກໍ່ການຮ້າຍກີຢິບ.”
Polygraph.info ໄດ້ຈົດບັນທຶກການປະຕິເສດຊ້ຳແລ້ວຊ້ຳອີກ ແລະການບິດເບືອນຂໍ້ມູນ ຂອງຣັດເຊຍ ຫຼັງຈາກໄດ້ມີການໂຈມຕີເປົ້າໝາຍທາງພົນລະເຮືອນ ໂດຍໃຫ້ຂໍ້ສັງເກດວ່າ ມົສກູໄດ້ຖິ້ມໂທດຢ້ອນຄືນໃສ່ຢູເຄຣນ ທັງໆທີ່ມີຫຼັກຖານຢ່າງຫຼວງຫຼາຍໃນທາງກົງກັນຂ້າມ.
ທີ່ມາ ພະແນກ Polygraph ຂອງວີໂອເອ