ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທັກໂນໂລຈີຈື່ໃບໜ້າຄົນ ອາດຊ່ວຍແກ້ໄຂ ບັນຫາອາດຊະຍາກໍາໄດ້ ແຕ່ກໍມີຄວາມກັງວົນໃຈ ກ່ຽວກັບຄວາມເປັນສ່ວນຕົວຂອງບຸກຄົນ


ພາບຖ່າຍໃນວັນທີ 22 ກຸມພາ, 2019, ທ່ານ Jeff Talbot ຫົວໜ້າຕໍາຫລວດຂອງເຂດຄາວຕີ ວໍຊິງຕັນ, ລັດອໍເຣກອນສາຖິດໃຫ້ຄົນເບິ່ງກ່ຽວກັບການໃຊ້ຊອຟແວ ຈື່ໃບໜ້າຄົນໄດ້ທີ່ຫ້ອງການຂອງທ່ານໃຊ້ຢູ່ໃນເມືອງ Hillsboro ຂອງລັດອໍເຣກອນ (ພາບໂດຍ AP Photo/Gillian Flaccus)
ພາບຖ່າຍໃນວັນທີ 22 ກຸມພາ, 2019, ທ່ານ Jeff Talbot ຫົວໜ້າຕໍາຫລວດຂອງເຂດຄາວຕີ ວໍຊິງຕັນ, ລັດອໍເຣກອນສາຖິດໃຫ້ຄົນເບິ່ງກ່ຽວກັບການໃຊ້ຊອຟແວ ຈື່ໃບໜ້າຄົນໄດ້ທີ່ຫ້ອງການຂອງທ່ານໃຊ້ຢູ່ໃນເມືອງ Hillsboro ຂອງລັດອໍເຣກອນ (ພາບໂດຍ AP Photo/Gillian Flaccus)

ເທັກໂນໂລຈີ ຈື່ໃບໜ້າຄົນໄດ້ ແມ່ນມີບົດບາດສໍາຄັນຫຼາຍຂຶ້ນນັບມື້ ໃນການຊ່ວຍເຫຼືອພວກບັງຄັບໃຊ້ກົດໝາຍຢູ່ໃນການສືບສວນຄະດີອາຍາ, ອີງຕາມຄໍາເຫັນຂອງຕຳຫຼວດ. ແຕ່ບັນດາຜູ້ສະໜັບ ສະໜູນດ້ານສິດທິພົນລະເຮືອນກຳລັງຍົກເອົາຄວາມເປັນຫ່ວງກ່ຽວກັບອິດທິພົນ ແລະການລ່ວງລະເມີດທີ່ອາດເປັນໄປໄດ້ຂອງມັນ ຕໍ່ຄວາມເປັນສ່ວນຕົວຂອງປະຊາຊົນທົ່ວໄປ. ນັກຂ່າວຂອງວີໂອເອ Julie Taboh ມີລາຍງານເພີ່ມເຕີມ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ:

ເມື່ອສອງປີກ່ອນ, ເຈົ້າໜ້າທີ່ສືບລັບຂອງລັດຖະບານກາງ ໄດ້ຈັບກຸມຜູ້ຊາຍຄົນ ນຶ່ງໃນລັດເນວາດາ (Nevada) ທີ່ສົງໄສວ່າໄດ້ລົງຮູບພາບທີ່ສະແດງເຖິງການລ່ວງລະເມີດທາງເພດຕໍ່ເດັກຍິງອາຍຸ 7 ປີ.

ເຂົາເຈົ້າສາມາດລະບຸຕົວຊາຍຄົນນັ້ນໄດ້ ໂດຍໃຊ້ຮູບໃບດຽວ ແລະເອົາມັນໄປທຽບໃສ່ຮູບທີ່ພົບເຫັນໂດຍປັນຍາປະດິດເຄລຍວີວ ຫລື Clearview AI, ຊຶ່ງ ເປັນການບໍລິການຈື່ໃບໜ້າທີ່ມີຮູບໃບໜ້າຄົນ 3 ຕື້ຮູບທີ່ຖືກດຶງອອກມາຈາກອິນເຕີແນັດ.

ທ່ານ ຮວນ ຕັນທັດ (Hoan Ton-That) ເປັນຫົວໜ້າບໍລິສັດ ຫລື CEO ແລະຜູ້ຮ່ວມກໍ່ຕັ້ງຂອງບໍລິສັດດັ່ງກ່າວໄດ້ໂອ້ລົມກັບວີໂອເອຜ່ານທາງ SKYPE ວ່າ:
“ຮູບລາວແມ່ນເຫັນຢູ່ທາງຫລັງຂອງຮູບຂອງຜູ້ອື່ນຢູ່ບ່ອນອອກກຳລັງກາຍ, ຢູ່ໃນກະຈົກ. ພວກເຂົາເຈົ້າສາມາດລະບຸສະຖານທີ່ ຂອງບ່ອນອອກກຳລັງກາຍນັ້ນ, ສາມາດລະບຸຕົວຄົນນັ້ນໄດ້. (ໃນທີ່ສຸດລາວກໍໄດ້ຕິດຄຸກເຖິງ 35 ປີ ແລະພວກເຂົາເຈົ້າກໍສາມາດໄດ້ຊ່ວຍຊີວິດເດັກອາຍຸເຈັດປີນັ້ນໄວ້ໄດ້). "

ບໍລິສັດກ່າວວ່າ ມີຫຼາຍກວ່າ 3,000 ອົງການບັງຄັບໃຊ້ກົດໝາຍຂອງສະຫະລັດທີ່ໃຊ້ຊອຟແວຂອງຕົນ ເຊິ່ງໃຊ້ລະບົບວິທີການຂັ້ນສູງເພື່ອລະບຸຕົວ ແລະປຽບທຽບໃບໜ້າ.

ຫົວໜ້າຕໍາຫລວດ ເຈຊັນ ເວັບ (Jason Webb) ຜູ້ທີ່ເຮັດວຽກຢູ່ຫ້ອງການຕໍາ ຫລວດ ເມືອງອອກສ໌ຝອດ (Oxford), ລັດອາລາບາມາ ກ່າວວ່າເທັກໂນໂລຈີດັ່ງກ່າວເຮັດໃຫ້ເກີດຄວາມແຕກຕ່າງໄດ້. ທ່ານກ່າວຜ່ານທາງ SKYPE ດັ່ງນີ້:
“ຂ້າພະເຈົ້າຮູ້ກ່ຽວກັບຫລາຍໆຄະດີ ທີ່ໄດ້ຮັບການແກ້ໄຂຍ້ອນໃຊ້ອັນນີ້; ມີພວກເດັກນ້ອຍຫລາຍຄົນ ທີ່ໄດ້ຮັບການປົກປ້ອງຍ້ອນສິ່ງນີ້. "

ແຕ່ທ່ານກ່າວຜ່ານທາງ SKYPE ອີກວ່າ:
“ທ່ານບໍ່ສາມາດໃຊ້ແຕ່ພຽງການກວດພົບຂອງເຄື່ອງຈື່ໃບໜ້ານີ້ເທົ່ານັ້ນ ເພື່ອຈະໃຫ້ມີໝາຍຮຽກຈັບຜູ້ຕ້ອງສົງໄສໄດ້. ສິ່ງທີ່ຂ້າພະເຈົ້າເຮັດ ແມ່ນຈະສຸມໃສ່ການສືບສວນຂອງຂ້າພະເຈົ້າ, ແລະຫຼັງຈາກນັ້ນກໍກວດເບິ່ງ ແລະນຳໃຊ້ເຄື່ອງມືອື່ນໆ ທີ່ພວກເຮົາມີ. ແລະຖ້ານັ້ນແມ່ນລາວ, ພວກເຮົາກໍຈະສາມາດພິສູດໄດ້.”

ບໍລິສັດເວົ້າອີກວ່າ ຊອຟແວດັ່ງກ່າວຍັງໄດ້ຊ່ວຍໃຫ້ຂະແໜງການບັງຄັບໃຊ້ກົດໝາຍສາມາດລະບຸຕົວຜູ້ຕ້ອງສົງໄສທີ່ໄດ້ບຸກໂຈມຕີຫໍລັດຖະສະະພາຂອງສະຫະລັດໃນເດືອນມັງກອນຜ່ານມານັ້ນອີກດ້ວຍ.

ພາບໃນວັນທີ 6 ມັງກອນ, 2021 ພວກກໍ່ຈາລະຈົນບຸກເຂົ້າໄປໃນຫໍລັດຖະສະພາໃນນະຄອນຫລວງວໍຊິງຕັນ
ພາບໃນວັນທີ 6 ມັງກອນ, 2021 ພວກກໍ່ຈາລະຈົນບຸກເຂົ້າໄປໃນຫໍລັດຖະສະພາໃນນະຄອນຫລວງວໍຊິງຕັນ

ທ່ານ ຮວນ ຕັນທັດ (Hoan Ton-That) ກ່າວຜ່ານ SKYPE ວ່າ:
"ສະນັ້ນ ພວກເຂົາເຈົ້າຈຶ່ງສາມາດລະບຸຕົວພວກນີ້ໄດ້ຢ່າງໄວວາ, ແລະຫຼຸດຜ່ອນຄວາມບໍ່ຈິງທີ່ອາດມີໄດ້ຫຼາຍໆຢ່າງ, ແລະຍັງເລັ່ງຂັ້ນຕອນຂອງການສືບສວນໃຫ້ໄວຂຶ້ນໄດ້."

ແຕ່ບໍລິສັດສື່ສັງຄົມອອນລາຍ ແລະຜູ້ສະໜັບສະໜູນດ້ານສິດທິພົນລະເມືອງ ໄດ້ໂຕ້ຖຽງວ່າ ຊອຟແວທີ່ມີປະສິດທິພາບອັນນີ້ ອາດຈະລະເມີດຄວາມເປັນສ່ວນຕົວຂອງບຸກຄົນໄດ້.

ທ່ານນາງ ເຄດ ຣວນ (Kate Ruane) ເປັນທີ່ປຶກສາຂັ້ນສູງດ້ານກົດໝາຍທີ່ສະ ຫະພັນສິດເສລີພາບພົນລະເມືອງອາເມຣິກັນ. ທ່ານນາງໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:"ເຖິງແມ່ນ ໃນຂະນະທີ່ຊອຟແວຈື່ໃບຫນ້າເຮັດວຽກໄດ້ຢ່າງດີເລີດກໍຕາມ, ແຕ່ມັນກໍ່ສ້າງຄວາມກັງວົນທີ່ສຳຄັນຕໍ່ການທີ່ລັດຖະບານສາມາດຕິດຕາມພວກເຮົາຢູ່ໃນທຸກດ້ານຂອງຊີວິດຂອງພວກເຮົາໄດ້."

ທາງອົງການ ACLU ແລະກຸ່ມປົກປ້ອງສິດທິພົນລະເມືອງອື່ນໆມີຄວາມເປັນ ຫ່ວງຕໍ່ການໝູນໃຊ້ເທັກໂນໂລຈີຊະນິດນີ້ ຢູ່ໃນກຳມືຂອງລັດຖະບານ ທີ່ທໍາການກົດຂີ່ຂົ່ມເຫັງ. ທ່ານນາງຣວນ ກ່າວຕໍ່ໄປວ່າ:
"ຍ້ອນວ່າການໝູນໃຊ້ດັ່ງກ່າວແມ່ນໜ້າຢ້ານກົວ, ໂດຍສະເພາະແມ່ນສິ່ງທີ່ກຳລັງເກີດຂຶ້ນຢູ່ໃນຈີນ ທີ່ພະຍາຍາມຕິດຕາມພົນລະເມືອງ ໃນທຸກໆດ້ານຂອງຊີວິດຂອງເຂົາເຈົ້າ."

ທ່ານນາງກ່າວວ່າ ຢ່າງໜ້ອຍສຸດ ມັນຕ້ອງໄດ້ມີການຄວບຄຸມ ແລະ ມີລະບຽບການ. ຕາບໃດຫາກບໍ່ມີສິ່ງນັ້ນແລ້ວ, ທ່ານນາງໃຫ້ການສະຫນັບສະຫນູນຕໍ່ການຫ້າມທັງຫມົດໃນການນໍາໃຊ້ເທັກໂນໂລຈີຈື່ໃບຫນ້າທີ່ວ່ານີ້ຂອງຂະແໜງການບັງຄັບໃຊ້ກົດຫມາຍ.

ທ່ານ ຕັນທັດ (Ton-That) ຂອງບໍລິສັດ Clearview ເວົ້າວ່າ ຊອຟແວຂອງທ່ານ ແມ່ນລວມມີຄຳແນະນຳຢູ່ຫັ້ນອີກດ້ວຍ. ທ່ານຊີ້ແຈງດັ່ງນີ້:
"ມັນມັກຈະມີຂໍ້ຄວາມທີ່ເປັນການສອນແກ່ລູກຄ້າ” ໂດຍເວົ້າວ່າ,"ທ່ານບໍ່ສາມາດໃຊ້ອັນນີ້ເປັນແຫລ່ງດຽວ ສຳລັບທໍາການຈັບກຸມ. " ...

ແລະກໍກ່າວວ່າ ພວກເຂົາເຈົ້າໄດ້ຈຳກັດພື້ນທີ່ລູກຄ້າຂອງຕົນໂດຍເອົາໃຫ້ແຕ່ແກ່ລັດຖະບານ ແລະຂະແໜງບັງຄັບໃຊ້ກົດໝາຍ ໃນສະຫະລັດເທົ່ານັ້ນ ໃນປັດຈຸ ບັນນີ້.

ຜູ້ເຂົ້າຊົມງານວາງສະແດງຖືກຕິດຕາມດ້ວຍເທັກໂນໂລຈີຊ່ວຍຈື່ໜ້າໄດ້ຈາກປຸປະກອນຕິດຕາມເບິ່ງຄົນ Hikvision ຢູ່ງານວາງສະແດງອຸປະກອນຮັກສາຄວາມສະຫງົບຢູ່ມນນະຄອນປັກກິ່ງຂອງຈີນໃນເດືອນຕຸລາ 2018
ຜູ້ເຂົ້າຊົມງານວາງສະແດງຖືກຕິດຕາມດ້ວຍເທັກໂນໂລຈີຊ່ວຍຈື່ໜ້າໄດ້ຈາກປຸປະກອນຕິດຕາມເບິ່ງຄົນ Hikvision ຢູ່ງານວາງສະແດງອຸປະກອນຮັກສາຄວາມສະຫງົບຢູ່ມນນະຄອນປັກກິ່ງຂອງຈີນໃນເດືອນຕຸລາ 2018

ໃນຂະນະທີ່ຍັງມີການໂຕ້ແຍ້ງກັນຢູ່ກ່ຽວກັບການນຳໃຊ້ເທັກໂນໂລຈີຈື່ໃບໜ້າຄົນ ຍັງດໍາເນີນຕໍ່ໄປຢູ່ນີ້, ບາງຄົນໃນຂະແໜງການບັງຄັບໃຊ້ກົດໝາຍຫວັງວ່າເທັກໂນໂລຈີນີ້ຈະຍັງໃຫ້ນໍາໃຊ້ຢູ່.

ຫົວໜ້າຕໍາຫລວດ ເຈຊັນ ເວັບ (Jason Webb) ຈາກພະແນກຕຳຫຼວດຂອງ ເມືອງອອກສ໌ຝອດໃຫ້ຄໍາເຫັນວ່າ:
“ຖ້າທ່ານແກ້ໄຂບັນຫານຶ່ງ ໃນນັ້ນໄດ້; ການລະບຸຕົວຄົນຫາຍສາບສູນ ຫຼືທ່ານກວດພົບຜູ້ກະທຳຜິດທີ່ທຳຮ້າຍເດັກ, ແລ້ວມັນກໍກຸ້ມຄ່າທີ່ຈະໃຊ້ມັນ."

ເບິ່ງວີດິໂອກ່ຽວກັບລາຍງານຂນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG