ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ບໍ​ລິ​ຫານ​ໃ​ຫຍ່ຂອງ Facebook ພະ​ຍາ​ຍາມ ເຮັດ​ໃຫ້​ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ເຫັນ​ດີ​ໃຫ້​ເລີ້ມໃຊ້ ເງິນ​ຕາທາງ ດິ​ຈິ​ຕອນ


ທ່ານ Mark Zuckerberg ຜູ້​ບໍ​ລິ​ຫານ​ໃ​ຫຍ່ ຂອງ​ບໍ​ລິ​ສັດ Facebook ​ໃຫ້​ການ​ຢູ່ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ດ້ານການ​ເງິນໃນ​ສະ​ພາ​ຕ່ຳ ສ​ຫລ ໃນ​ວັນ​ທີ 23 ຕຸ​ລາ 2019 ໃນ​ການ​ພະ​ຍາ​ຍາມ ໃຫ້​ໄດ້​ຮັບ​ອະນຸມັດໃຫ້ເປີດໃຊ້​ເງິນ​ຕາ​ທາງ​ດິ​ຈິ​ຕອ​ລ​ຂອງ​ໂລກ​
ທ່ານ Mark Zuckerberg ຜູ້​ບໍ​ລິ​ຫານ​ໃ​ຫຍ່ ຂອງ​ບໍ​ລິ​ສັດ Facebook ​ໃຫ້​ການ​ຢູ່ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ດ້ານການ​ເງິນໃນ​ສະ​ພາ​ຕ່ຳ ສ​ຫລ ໃນ​ວັນ​ທີ 23 ຕຸ​ລາ 2019 ໃນ​ການ​ພະ​ຍາ​ຍາມ ໃຫ້​ໄດ້​ຮັບ​ອະນຸມັດໃຫ້ເປີດໃຊ້​ເງິນ​ຕາ​ທາງ​ດິ​ຈິ​ຕອ​ລ​ຂອງ​ໂລກ​

ໃນ​ຂະ​ນະ​ທີ່ທ່ານມາກ ຈ​ຊັກ​ເກີ​ເບີກ (Mark Zuckerberg) ຜູ້​ບໍ​ລິ​ຫານ​ໃ​ຫຍ່ ຂອງ​ບໍ​ລິ​ສັດ Facebook ​ຫາ​ທາງ​ທີ່​ຈ​ະ​ເຮັດ​ໃຫ້​ຄວາມ​ເປັນ​ຫ່ວງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຫລຸດ​ຜ່ອນ​ລົງ​ຢູ່ ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ​ການ​ຈະ​ເລີ້ມເປີດ​ໃຫ້​ໃຊ້​ເງິນ​ຕາ​ທາງ​ດິ​ຈິ​ຕອ​ລ​ ຂອງ​ໂລກ​ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້ນັ້ນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ດ້ານ​ການ​ເງິນໃນ​ສະ​ພາ​ຕ່ຳ, ທ່ານ​ນາງ ແມັກ​ຊິມ ວໍ​ເທີ​ສ໌ (Maxine Waters) ໄດ້​ຮຽກ​ຮ້ອງ​ໃຫ້​ໂຈະ​ການ​ເລີ້ມ​ຕົ້ນ​ໃຊ້​ເງິນຕານັ້ນໄວ້ ອີກ​ຄັ້ງ​ນຶ່ງ ແລະ​ກະ​ທັ້ງ​ໄດ້​ສະ​ເໜີ​ວ່າ ບໍ​ລິ​ສັດ​ດັ່ງ​ກ່າວຄວນແຍກ​ຕົວ​ອອກຈາກ​ກັນ.

ໃນ​ໄລ​ຍະ​ທີ່​ໃຫ້​ຄຳ​ໃຫ້​ການ​ຢູ່ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ຢູ່ນັ້ນ, ທ່ານ ຈ​ຊັກ​ເກີ​ເບີກ (Zuckerberg) ຮັບ​ຮູ້​ວ່າ ການເປີດ​ໃຫ້​ເລີ້ມ​ໃຊ້​ເງິນ​ຕາ​ທີ່​ວ່ານີ້ ໃນ​ປີ 2020 ຕາມທີ່ໄດ້​ວາງ​ແຜນ​ໄວ້​ນັ້ນ "ເປັນ​ໂຄງ​ການ​ທີ່​ມີ​ຄວາມ​ສ່ຽງ," ແຕ່​ທ່ານ​ກໍ​ເວົ້າ​ວ່າ ເງິນ​ຕາ​ທີ່ໃຊ້​ລະ​ຫັດ​ລັບ​ດັ່ງ​ກ່າວ ຈະ​ສະ​ໜອງວິ​ທີ​ການ​ທີ່​ມີ​ການ​ຮັບ​ປະ​ກັນ​ໃຫ້​ແກ່​ຄົນ​ອາ​ເມ​ຣິ​ກັນ​ຫລາຍ​ລ້ານ​ຄົນ ທີ່ບໍ່​ມີ​ບັນ​ຊີ​ໃນ​ທະ​ນາ​ຄານ ໃຫ້​ສາ​ມາດ​ທຳ​ການ​ໂອນ​ເງິນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຕ່ຳ​ໄດ້.

"ຄົນ​ພາ​ກັນ​ຈ່າຍ​ຄ່າ​ສູງ​ເກີນ​ໄປ​ຫລາຍໂພດ ແລະ​ຕ້ອງ​ລໍ​ຖ້າ​ດົນ​ເກີນ​ໄປ​ຫລາຍ​ໂພດ ເພື່ອ​ຈະ​ສົ່ງ​ເງິນ​ໄປ​ໃຫ້​ຄອບ​ຄົວ​ຂອງ​ເຂົາ​ເຈົ້າຢູ່​ຕ່າງ​ປະ​ເທດ. ລະ​ບົບ​ນີ້ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຜົນ​ສຳ​ເລັດ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ຈ​ຊັກ​ເກີ​ເບີກ (Zuckerberg) ທີ່​ກ່າວ​ຢູ່​ໃນ​ຄຳ​ໃຫ້​ການ​ທີ່​ໄດ້​ກຽມ​ໄວ້​ແລ້ວ.

ບັນ​ດາ​ຜູ້​ອອກ​ລະ​ບຽບ​ການ​ດ້ານ​ການ​ເງິນ ແລະ ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ຈາກ​ທັງ​ສອງ​ພັກ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ ວ່າເງິນ​ຕາ​ທີ່ໃຊ້​ລະ​ຫັດ​ລັບ​ດັ່ງ​ກ່າວ ສາ​ມາດ​ທີ່​ຈະ​ຖືກ​ນຳ​ໃຊ້​ຢູ່​ໃນ​ການ​ເຄື່ອນ​ໄຫວ​ທີ່ຜິດ​ກົດ​ໝາຍ​ກໍ​ເປັນ​ໄດ້ ເຊັ່ນ ການ​ຟອກ​ເງິນ ແລະ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດເປັນ​ຕົ້ນ.

​ຜູ້​ອອກ​ລະ​ບຽບ​ການບາງ​ຄົນຍັງ​ມີ​ຄວາມ​ເປັນ​ຫ່ວງ​ອີກວ່າ ຄັງ​ສະ​ສົມ​ທີ່​ໃຫຍ່​ໂຕ ມະ​ໂຫ​ຖານ​ທີ່​ສ້າງ​ຂຶ້ນ​ມາ​ພ້ອມ​ກັບ​ເງິນ​ທີ່​ໃຊ້​ຊື້​ເງິນ​ຕາ​ທາງ​ດິ​ຈິ​ຕອ​ລນີ້ ສາ​ມາດ​ທີ່​ຈະເຂົ້າ​ໄປ​ແທນທີ່​ຂອງ​ລະ​ບົບ​ທະ​ນາ​ຄານ​ກາງ​ຂອງ​ສະ​ຫະ​ລັດ​ໄດ້ ແລະ​ກໍ​ຈະ​ເຮັດ​ໃຫ້​ລະ​ບົບ​ການ​ເງິນ​ຂອງ​ໂລກ​ອ່ອນແອລົງ.

ທ່ານ ຈ​ຊັກ​ເກີ​ເບີກ (Zuckerberg) ໄດ້​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ເຫລົ່າ​ນັ້ນ ດ້ວຍ​ການ​ຮັບ​ປະ​ກັນ​ວ່າ ເງິນ​ຕາ​ທີ່ໃຊ້​ລະ​ຫັດ​ລັບທີ່ເອີ້ນ​ວ່າ ລີບ​ຣາ (Libra) ນີ້ ຈະ​ບໍ່​ເອົາ​ໄປ​ນຳ​ສະ​ເໜີ​ໃຫ້​ໃຊ້​ຢູ່​ແຫ່ງ​ໃດ​ໃນ​ໂລກ "ເວັ້ນ​ເສຍ​ແຕ່​ວ່າພວກ​ອອກ​ລະ​ບຽບ​ການຈະອະ​ນຸ​ມັດ ໃຫ້​ເຮັດ​ແນວນັ້ນ​ໄດ້.”

ແຕ່​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ ວໍ​ເທີ​ສ໌ (Waters) ໄດ້​ຮຽກ​ຮ້ອງ​ໃຫ້ ທ່ານ ຈ​ຊັກ​ເກີ​ເບີກ (Zuckerberg) ຍຸ​ຕິ​ແຜນ​ການ​ເລີ້ມໃຊ້​ເງິນ​ລີບ​ຣາ​ນີ້​ໄວ້ ຈົນ​ກວ່າ​ວ່າ ບໍ​ລິ​ສັດ ​ຈະ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ຫລາຍ​ອັນ ທີ່​ບັນ​ດາ​ຜູ້​ຊົມ​ໃຊ້ ແລະ​ລະ​ບົບ​ການ​ເມືອງ​ຂອງ​ສະ​ຫະ​ລັດ​ຈະ​ປະ​ເຊີນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG