ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Facebook ຈະຂາຍຮຸ້ນ ໃຫ້ມະຫາຊົນ


ຕາໜ່າງສື່ສັງຄົມ Facebook
ຕາໜ່າງສື່ສັງຄົມ Facebook

ຕາໜ່າງ​ເວັບ​ໄຊ​ທ໌ສື່​ສັງຄົມ Facebook ຊຶ່ງ​ມີ​ຜູ້​ຊົມ​ໃຊ້​ຫຼາຍກວ່າ 900 ລ້ານ​ຄົນຢູ່​ໃນ​ທົ່ວ​ໂລກ
​ນັ້ນ ພວມ​ຈະ​ມີ​ການ​ຂາຍ​ຮຸ້ນ​ໃຫ້​ມະຫາຊົນ​ໃນ​ໄວໆ​ນີ້.

ສື່​ສັງຄົມ Facebook ​ໄດ້​ປະກາດ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການສະ​ເໜີ​ຂາຍ​ໃນຂັ້ນຕົ້ນ​ແມ່ນ​
ລະຫວ່າງ 28 ຫາ 35 ​ໂດ​ລາ​ຕໍ່​ຮຸ້ນ. ​ໃນ​ລາຄາ​ດັ່ງກ່າວ​ນີ້ ສື່​ສັງຄົມ Facebook ຈະ​ມີ​ມູນ​ຄ່າ​
ສູງ​ເຖິງ 96 ພັນ​ລ້ານ​ໂດ​ລາ.

ຄະນະ​ບໍລິຫານ​ງານ​ຂອງ​ສື່​ສັງຄົມ Facebook ມີແຜນການ​ ທີ່​ຈະ​ຈັດ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ
​ເອີ້ນວ່າ ການ​ໄປ​ຊີ້​ແຈງ ຢູ່​ໃນ​ຫຼາຍໆ​ຫົວ​ເມືອງ​ທີ່​ສຳຄັ​ນຂອງສະຫະລັດ​ເພື່ອ​ດຶງ​ດູດ​ເອົາ​ພວກ​
ນັກ​ລົງທຶນ. ພວກ​ເຂົາ​ເຈົ້າຄາດ​ວ່າຮຸ້ນຂອງ​ທາງ​ບໍລິ​ສັດຈະ​ມີ​ການ​ຊື້ຂາຍ​ກັນ​ໃນ​ດັດຊະນີ​ NAS-
DAQ ພາຍ​ໃນ​ກາງ​ເດືອນ​ພຶດ ສະພານີ້.

ການສະ​ເໜີ​ຂາຍ​ຮຸ້ນ​ໃຫ້​ມະຫາຊົນ​ໃນ​ຂັ້ນຕົ້ນ​ແມ່ນ​ລາຄາ​ສຳ​ຫຼັບຮຸ້ນໆ​ນຶ່ງ​ເວລາ​ບໍລິສັດ​ເປີດ​ໃຫ້
​ມີ​ການ​ຊື້ຂາຍ​ກັນ​ຢ່າງ​ເປັນ​ທາງ​ການ. ຕາມ​ປົກກະຕິ​ແລ້ວພວກ​ເຈົ້າຂອງ​ບໍລິສັດ​ເປັນ​ຜູ້​ຕັດສິນ
​ໃຈ​ທີ່​ຈະ​ຊອກ​ຫາ​ເງິນທຶນ​ມາ​ຂະຫຍາຍ​ບໍລິສັດ​ຕື່ມ

ທ່ານ Mark Zuckerberg ຫົວໜ້າ​ບໍລິຫານ​ຂອງ​ບໍລິສັດ ໄດ້​ເລິ່ມກໍ​ຕັ້ງ ຕາໜ່າງສື່​ສັງຄົມ
Facebook ຢູ່ຫ້ອງ​ນອນ​ໃນ​ຫໍ​ພັກ​ຂອງ​ທ່ານ ທີ່ມະຫາວິທະຍາ​ໄລ Harvard ​ເມື່ອ 8 ປີ​ກ່ອນ.
ນັບ​ແຕ່​ນັ້ນມາ ​ບໍລິສັດຂອງ​ທ່ານ​ກໍ​ໄດ້​ເຕີບ​ໃຫຍ່​ຂະຫຍາຍ​ໂຕ ​ມີຜູ້​ຊົມ​ໃຊ້​ຫຼາຍກວ່າ 900 ລ້ານ
​ຄົນ. ພວກ​ເຂົາ​ເຈົ້າ​ໄດ້​ໃຊ້​ສື່​ສັງຄົມ Facebook ​ເພື່ອ​ພິມ​ເຜີຍ​ແຜ່​ຮູບ​ພາບ​ ແລະ​ຂຽນ​ກ່ຽວ​ກັບ​
ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ມັກ​ຈະພາ​ໃຫ້​ມີ​ການ​ຕິດ​ຕໍ່​ຫາ​ກັນ​ຄືນ​ໃໝ່​ກັບ​ເພື່ອນ​ຝູງ​ແລະ​ສະມາ
ຊິກ​ໃນ​ຄອບຄົວ​ທີ່​ຫາຍໜ້າ​ຫາຍ​ຕາ​ໄປ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ.

XS
SM
MD
LG