ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບໍລິຫານ ເຟສບຸກ ແລະທວີດເຕີ ເຂົ້າຮ່ວມ ການຮັບຟັງ ຄໍາໃຫ້ການ ຢູ່ ລັດຖະສະພາ ສຫລ

ຕັ່ງທີ່ຈັດໄວ້ໃຫ້ບໍລິສັດ Google ນັ້ນ ເປົ່າ ຍ້ອນຫົວໜ້າບໍລິຫານ ຂອງບໍລິສັດດັ່ງກ່າວ ບໍ່ຍອມເຂົ້າຮ່ວມ ໃນການເປີດຮັບຟັງຄໍາໃຫ້ການ ໃນລັດຖະສະພາ ໃນຂະນະທີ່ ທ່ານນາງ ເຊີຣີລ ແຊນດ໌ເບີຣກ໌ (Sheryl Sandberg) ຫົວໜ້າເຈົ້າໜ້າທີ່ບໍລິຫານງານ ຂອງເຟສ໌ບຸກ ແລະທ່ານແຈກຄ໌ ດໍຊີ (Jack Dorsey) ຫົວໜ້າບໍລິຫານຂອງບໍລິສັດທວີດເຕີ ເຂົ້າຮ່ວມການຮັບຟັງ ຄໍາໃຫ້ການ ຂອງລັດຖະສະພາ ສຫລ ໃນວັນທີ 5 ກັນຍາ, 2018 ທີ່ນະຄອນວໍຊິງຕັນ

ຫົວໜ້າບໍລິຫານຂອງບໍລິສັດເຟສບຸກ (Facebook) ແລະທວີດເຕີ (Twitter) ຢືນ
ຢັນຢູ່ໃນການຮັບຟັງຄໍາໃຫ້ການຂອງລັດຖະສະພາສອງຄັ້ງ ໃນວັນພຸດວານນີ້ວ່າ
ພວກເພິ່ນພະຍາຍາມເປັນຢ່າງຍິ່ງ ທີ່ຈະລະບຸໂຕຜູ້ທໍາການເຄື່ອນໄຫວຕ່າງ ຊາດທີ່
ຢາກສ້າງຄວາມເສຍຫາຍໃຫ້ແກ່ສະຫະລັດ ກ່ອນຈະຮອດການເລືອກຕັ້ງກາງສະໄໝ
ໃນເດືອນພະຈິກທີ່ຈະມາເຖິງນີ້.

ທ່ານນາງ ເຊີຣີລ ແຊນດ໌ເບີຣກ໌ (Sheryl Sandberg) ຫົວໜ້າເຈົ້າໜ້າທີ່ບໍລິຫານ ງານຂອງເຟສ໌ບຸກ ກ່າວຕໍ່ຄະນະກໍາມະການດ້ານສືບລັບຂອງສະພາສູງ ສຫລ, ວັນທີ 5 ກັນຍາ 2018
ທ່ານນາງ ເຊີຣີລ ແຊນດ໌ເບີຣກ໌ (Sheryl Sandberg) ຫົວໜ້າເຈົ້າໜ້າທີ່ບໍລິຫານ ງານຂອງເຟສ໌ບຸກ ກ່າວຕໍ່ຄະນະກໍາມະການດ້ານສືບລັບຂອງສະພາສູງ ສຫລ, ວັນທີ 5 ກັນຍາ 2018

ທ່ານນາງ ເຊີຣີລ ແຊນດ໌ເບີຣກ໌ (Sheryl Sandberg) ຫົວໜ້າເຈົ້າໜ້າທີ່ບໍລິຫານ
ງານຂອງເຟສ໌ບຸກ ກ່າວຕໍ່ຄະນະກໍາມະການດ້ານສືບລັບຂອງສະພາສູງວ່າບໍລິສັດ
ຂອງທ່ານນາງດຽວນີ້ “ກໍາລັງຂັດຂວາງຕໍ່ການດໍາເນີນຄວາມພະຍາຍາມລົງທະບຽນ
ແບບຂີ້ຕົວະ ຫລາຍໆລ້ານເທື່ອ ໃນແຕ່ລະມື້ ແລະທຸກໆມື້" ແລະກໍກໍາລັງ "ມີຄວາມ
ກ້າວໜ້າ ໃນການສະກັດກັ້ນຂ່າວບໍ່ຈິງໄວ້." ທ່ານນາງກ່າວວ່າ ການດໍາເນີນຄວາມ
ພະຍາຍາມ ຂອງບໍລິສັດທ່ານນາງເມື່ອມໍ່ໆມານີ້ "ກໍາລັງເລີ້ມຈະເຫັນຜົນແລ້ວ" ແຕ່
ກໍໄດ້ກ່າວເພີ້ມອີກວ່າ "ພວກເຮົາບໍ່ສາມາດລະງັບການແຊກແຊງໂດຍຄົນເຮົາເອງ."

ທ່ານນາງແຊນດ໌ເບີຣກ໌ເວົ້າອີກວ່າ ບໍລິສັດເຟສ໌ບຸກ (Facebook) ກໍາລັງ "ປະຕິບັດ
ງານ ຮ່ວມກັບພວກນັກຊ່ຽວຊານຢູ່ນອກບໍລິສັດ, ພວກທີ່ເປັນພາຄີ ໃນອຸດສາຫະກໍາ
ດັ່ງກ່າວແລະບັນດາລັດຖະບານປະເທດຕ່າງໆລວມທັງຄົນໃນວົງການປະຕິບັດກົດ
ໝາຍ ເພື່ອໃຫ້ພວກເພິ່ນຮູ້ຂໍ້ມູນກ່ຽວກັບພວກທີ່ເປັນໄພຂົ່ມຂູ່ແລະປ້ອງກັນການລະ
ເມີດບໍ່ໃຫ້ເກີດຂຶ້ນ" ເພື່ອເຮັດໃຫ້ການແຊກແຊງເຂົ້າໃນການເລືອກຕັ້ງຂອງອາເມຣິ
ກາຫລຸດຜ່ອນລົງ.

ບໍລິສັດທີ່ໃຫ້ບໍລິການ ດ້ານສື່ສັງຄົມອອນລາຍ ກໍາລັງຖືກກົດດັນ ໃນເລື້ອງຄົນຕ່າງປະ
ເທດເຂົ້າໄປຫຍຸ້ງກ່ຽວໃນການເລືອກຕັ້ງຂອງສະຫະລັດ, ການເຜີຍແຜ່ ຂໍ້ມູນທີ່ບິດເບືອນ,
ຂໍ້ມູນຂອງສ່ວນຕົວແລະການກວດກາທາງອິນເຕີແນັດ. ລັດ ຖະສະພາໄດ້ຕໍາໜິ ບັນ
ດາບໍລິສັດສື່ສັງຄົມອອນລາຍໃນປີກາຍນີ້ ເພາະມັນປາກົດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ
ພວກບໍລິສັດດັ່ງກ່າວຢູ່ໃນແຖວໜ້າ ໃນໄລຍະທີ່ມີການແຊກແຊງຂອງຣັດເຊຍເຂົ້າໃນ
ການເລືອກຕັ້ງປີ 2016 ແລະນອກເໜືອໄປກວ່ານັ້ນອີກ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

Facebook, Twitter, Step Up Defenses Ahead of Midterm Election
please wait

No media source currently available

0:00 0:02:14 0:00

ໄອຍະການພິເສດໂຣເບີດ ມອລເລີ ໄດ້ຟ້ອງຮ້ອງຊາວຣັດເຊຍ 12 ຄົນໃນຕົ້ນປີນີ້ ໃນ
ຂໍ້ຫາທີ່ມາຈາກການວາງແຜນເພື່ອລົບກວນການເລືອກຕັ້ງປີ 2016 ໂດຍການສ້າງ
ບັນຊີລົງທະບຽນປອມ ທີ່ໄດ້ເຜີຍແຜ່ ເລື້ອງທີ່ສ້າງຄວາມແຕກແຍກກັນໃນສື່ສັງຄົມ
ອອນລາຍ. ຊາວຣັດເຊຍທີ່ຖືກຟ້ອງຮ້ອງນັ້ນແມ່ນສະມາຊິກຂອງອົງການກຣູ (GRU)
ຊຶ່ງຫຍໍ້ມາຈາກ Russian federation intelligence agency ແປວ່າ ອົງການສືບລັບ
ຂອງລັດຖະບານກາງຣັດເຊຍ.

ທ່ານແຈກຄ໌ ດໍຊີ (Jack Dorsey) ຫົວໜ້າບໍລິຫານ ບໍລິສັດ ທວີດເຕີ ໃຫ້ການຢູ່ໃນລັດຖະສະພາ ສຫລ ໃນວັນທີ 5 ກັນຍາ 2018
ທ່ານແຈກຄ໌ ດໍຊີ (Jack Dorsey) ຫົວໜ້າບໍລິຫານ ບໍລິສັດ ທວີດເຕີ ໃຫ້ການຢູ່ໃນລັດຖະສະພາ ສຫລ ໃນວັນທີ 5 ກັນຍາ 2018

ທາງດ້ານ ທ່ານແຈກຄ໌ ດໍຊີ (Jack Dorsey) ຫົວໜ້າບໍລິຫານຂອງບໍລິສັດທວີດເຕີ
ນັ້ນເວົ້າວ່າ ບໍລິສັດຂອງທ່ານ "ບໍ່ໄດ້ກຽມພ້ອມແລະຂາດເຄື່ອງມືປ້ອງກັນທີ່ດີ" ຕໍ່ການ
ປຸກລະດົມໃຊ້ອິດທິພົນແຊກແຊງຂອງຕ່າງປະເທດ ແຕ່ກໍເວົ້າວ່າ ບໍລິສັດດັ່ງກ່າວ ໄດ້ເພີ້ມຄວາມພະຍາຍາມຂອງຕົນ ໃນການກໍາຈັດບັນຊີລົງທະ ບຽນປອມ ເພື່ອປ້ອງ
ກັນບໍ່ໃຫ້ມີ "ການແຊກແຊງຂອງຕ່າງປະເທດທີ່ຮ້າຍແຮງ."

ທ່ານກ່າວເພີ້ມອີກວ່າ "ພວກເຮົາກໍາລັງລະບຸໂຕ ແລະທໍາການຕ້ານຕໍ່ 8 ລ້ານບັນຊີ ໃນ
ຈໍານວນບັນຊີ ທີ່ໜ້າສົງໄສທັງໝົດ 10 ລ້ານບັນຊີ ໃນແຕ່ລະອາທິດ ແລະໄດ້ປິດບໍ່ໃຫ້
ຄົນເຂົ້າໄປໃຊ້ບັນຊີໃນທວີດເຕີໄດ້ 5 ແສນບັນຊີໃນແຕ່ລະມື້."

ທ່ານມາກ ວານເນີ, ສະມາຊິກສະພາສູງຈາກລັດເວີຈີເນຍ (ຊ້າຍ), ຮອງປະທານ ແລະທ່ານປະທານ ຣີຊາດ ເບີ (ກາງ) ປະທານກໍາມະການສືບລັບ ປະຈໍາສະພາສູງ ທີ່ເປັນສະມາຊິດສະພາສູງ ຈາກລັດ ຄາໂຣລາຍນາເໜືອ ລົມກັບຜຸ້ບໍລິຫານ ຂອງບໍລິສັດທວີດເຕີ ກ່ອນການຮັບຟັງຄໍາໃຫ້ການຈະເລີ້ມຕົ້ນຂຶ້ນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG