Facebook ຊຶ່ງເປັນບໍລິສັດທີ່ມີຊື່ສຽງໂດ່ງດັງແລະໃຫຍ່ທີ່ສຸດ
ທາງຕາໜ່າງສື່ສັງຄົມສະຫຼອງຄົບຮອບ 10 ປີ ໃນການສ້າງຕັ້ງ
ໃນວັນອັງຄານມື້ນີ້ ຊຶ່ງເລີ່ມຕົ້ນ ມາຈາກການເປັນແວັບໄຊ້ໃນ
ມະຫາວິທະຍາໄລ ຈົນກ້າວເຂົ້າສູ່ລະດັບເວທີໂລກທີ່ມີສະມາ
ຊິກຊົມໃຊ້ 1.230 ລ້ານຄົນ ໃນເວລານີ້.
ຜູ້ສ້າງຕັ້ງ ແລະປະທານບໍລິຫານບໍລິສັດ Facebook ທ່ານ
Mark Zuckerberg ໄດ້ອອກຖະແຫຼງຂ່າວສະບັບນຶ່ງ ຜ່ານ
ທາງ Facebook ຂອງບໍລິສັດ ໂດຍເວົ້າວ່າ ທ່ານຫວັງວ່າ
ໄລຍະ10 ປີຕໍ່ໜ້ານີ້ ຈະອຳນວຍໃຫ້ທາງບໍລິສັດ ຂະຫຍາຍ
ຄວາມສາມາດຂອງຕົນອອກຕື່ມ ແລະວ່າ ທ່ານຕ້ອງການຢາກໃຫ້ບໍລິສັດ Facebook
ຊ່ອຍປະຊາຊົນ ແກ້ໄຂບັນຫາທີ່ໃຫຍ່ ແລະມີຄວາມສຳຄັນ ຫລາຍກວ່າແຕ່ກ່ອນ.
ທາງບໍລິສັດບໍ່ໄດ້ປະກາດ ວ່າມີແຜນການສະຫຼອງແຕ່ຢ່າງໃດ ແຕ່ວ່າໂອກາດແບບນີ້
ໄດ້ເຮັດໃຫ້ພວກນັກສັງເກດການ ລໍາລຶກເຖິງການເຕີບໂຕຢ່າງວ່ອງໄວຂອງແວັບໄຊ້
ແລະອິດທິພົນທີ່ມີຕໍ່ຕາໜ່າງສື່ສັງຄົມອື່ນໆເຊັ່ນ Twitter, Instagram and Snapchat ເປັນຕົ້ນ.
Facebook ໄດ້ສະເໜີຂາຍຮຸ້ນຂອງຕົນ IPO ຄັ້ງທໍາອິດ ໃນປີ 2012 ໂດຍທີ່ບໍ່ມີຄົນຊື້
ຢ່າງຫລວງຫລາຍເທົ່າກັບທີ່ໄດ້ຄາດການໄວ້ໃນເວລານັ້ນ ແຕ່ຫລັງຈາກນັ້ນມາ ຮຸ້ນຂອງ
ບໍລິສັດໄດ້ຖີບໂຕສູງຂຶ້ນຢ່າງເປັນປະຫວັດການ. ມີລາຍງານວ່າ ມູນຄ່າຂອງບໍລິສັດແມ່ນ
157 ພັນລ້ານໂດລ່າ ຊຶ່ງສູງກວ່າຫຼາຍໆບໍລິສັດໃຫຍ່ໆຂອງສະຫະລັດ ທີ່ມີປະຫວັດຍາວ
ນານກ່ວາ ຫຼາຍສິບປີ.
ບັນດານັກຊ່ຽວຊານ ກ່າວວ່າ ສິ່ງທ້າທາຍອັນໃຫຍ່ຫຼວງຂອງ Facebook ກໍຄືການສືບຕໍ່
ເຕີບໂຕໂດຍບໍ່ໃຫ້ສູນເສຍຄວາມນິຍົມ ຄືຮັກສາຄວາມສົນໃຈຂອງຜູ້ຊົມໃຊ້ທີ່ອາຍຸນ້ອຍ
ສຸດນັ້ນໄວ້ ຊຶ່ງພວກເຂົາເຫຼົ່ານີ້ກໍາລັງພາກັນຫັນໄປຊົມໃຊ້ເທັກໂນໂລຈີແນວໃໝ່ ແລະໃນ
ຂະນະດຽວ ກັນ ກໍຮັກສາພວກພໍ່ແມ່ຂອງເຂົາເຈົ້າໄວ້ ໃນບັນດາຜູ້ຊົມໃຊ້ຫຼັກຂອງ
Facebook ນັ້ນ.