ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ບໍລິສັດ Facebook ເລີ້ມຂາຍຮຸ້ນ ໃຫ້ມະຫາຊົນແລ້ວ (ວີດີໂອ)


ທ່ານ Mark Zuckerberg ຜູ້ກໍ່ຕັ້ງແລະຫົວໜ້າບໍລິຫານ ຂອງບໍລິສັດ Facebook ບີບກະດິງຕະຫຼາດຮຸ້ນ Nasdaq ທີ່ນະຄອນນິວຢອກ ຈາກສຳນັກງານໃຫຍ່ບໍລິສັດ Facebook ທີ່ລັດຄາລີຟໍເນຍ (18 ພຶດສະພາ 2012)

Facebook ຊຶ່ງ​ເປັນ​ເວັບ​ໄຊ​ທ໌ສື່​ສັງຄົມ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ໄດ້​ເລີ່​ມຂາຍ​ຮຸ້ນ​ຂອງ​ຕົນ​ໃຫ້
​ແກ່​ມະຫາຊົນ​ແລ້ວ ​ໃນ​ມື້ວັນ​ສຸກ​ວານ​ນີ້ ​ໂດຍ​ລາຄາ​ຮຸ້ນ​ໃນ​ຂັ້ນຕົ້ນ​ແມ່ນ 38 ​ໂດ​ລາ.

​ແຕ່ກົງກັນຂ້າມ​ກັບ​ຄວາມ​ຄາດ​ຫວັງ​ຂອງ​ພວກ​ນັກ​ລົງທຶນ​ບາງ​ຄົນ ຄື​ລາຄາຮຸ້ນ​ຂອງ​
Facebook ບໍ່​ໄດ້​ຖີບ​ໂຕສູງ​ຂຶ້ນ​ໃນ​ການ​ຊື້ຂາຍມື້ທຳ​ອິດ. ຫຼັງຈາກ​ໄດ້​ໂດດ​ຂຶ້ນ 10 ກວ່າ
​ເປີ​ເຊັນ ​ໃນ​ໄລຍະ​ສອງ​ສາມ​ນາທີ​ທຳ​ອິ​ດ​ຂອງ​ການ​ຊື້ຂາຍ​ແລ້ວ ຮຸ້ນ​ຂອງ Facebook ກໍ
​ມີລາຄາ​ແຕ່​ພຽງ 38 ​ໂດ​ລາ​ກັບ 23 ​ເຊັນ​ທໍ່​ນັ້ນ ​ໃນ​ຕອນ​ອັດ​ຕະຫຼາດ.

​ເຖິງ​ແມ່ນ​ວ່າ​ການ​ເລີ່​ມຕົ້ນ ​ໄດ້​ດຳ​ເນີນ​ໄປ​ບໍ່​ຄ່ອຍ​ດີ​ປານ​ໃດ ​ແຕ່​ພວກ​ນັກວິ​ເຄາະກ່າວ​ວ່າ
ຈຳນວນ​ຮຸ້ນ​ທີ່​ຊື້ຂາຍ​ກັນ​ແມ່ນ​ຢູ່​ໃນ​ປະລິມານ​ທີ່​ສູງ. ຮຸ້ນ​ຂອງ Facebook ​ໄດ້​ຊື້ຂາຍ​ກັນ
​ພາຍ​ໃຕ້​ສັນຍາ​ລັກ FB.

ທ່ານ Mark Zuckerberg ຫົວໜ້າ​ບໍລິຫານ​ຂອງ​ບໍລິສັດ Facebook ​ໄດ້​ໃຫ້ສັນຍານ​ເລີ່ມ
ການ​ຊື້ຂາຍຜ່ານ​ຕະຫຼາດຮຸ້ນ Nasdaq ທີ່ນະຄອນ​ນິວຢອກ​ດ້ວຍການບີບກະດິງທີ່​ຄວບຄຸມ
ຈາກ​ສຳນັກງານ​ໃຫຍ່​ຂອງ​ບໍລິສັດທີ່​ຕັ້ງຂ້າມ​ທະວີບ​ຢູ່ ທີ່​ລັດ​ຄາ​ລີ​ຟໍ​ເນຍ.

​ເວັບ​ໄຊ​ທ໌ຕາໜ່າງສື່​ສັງຄົມ ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ ຊຶ່ງ​ມີ​ຜູ້​ຊົມ​ໃຊ້ 900 ລ້ານຄົນ ຢູ່​ໃນ​ທົ່ວ​
ໂລກ​ນັ້ນ ​ໄດ້​ຮັບ​ເງິນ​ຫຼາຍກວ່າ 16 ພັນ​ລ້ານ​ໂດ​ລາ​ຈາກ​ການ​ຂາຍ​ຮຸ້ນ. ນີ້​ແມ່ນ​ນຶ່ງ​ໃນ​ການ
​ເປີດ​ຕົວກ່ຽວ​ກັບຂາຍ​ຮຸ້ນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ບໍລິ​ສັດ​ສະຫະລັດ ແລະມີ​ແຕ່​ບໍ
ລິສັດ​ໃຫ້​ບໍລິການ​ດ້ານ​ການ​ເງິນ​ Visa ​ແລະ​ ບໍລິສັດຜະລິດ​ລົດ​ໂອ​ໂຕ General Motors
ທໍ່​ນັ້ນທີ່ເປັນ​ຄູ່​ແຂ່ງ. ການສະ​ເໜີ​ຂາຍຮຸ້ນ ​ເຮັດ​ໃຫ້​ມູນ​ຄ່າຂອງ​ບໍລິສັດ Facebook ມີ​ຢ່າງ​
ນ້ອຍ 104 ພັນ​ລ້ານ​ໂດ​ລາ ຊຶ່ງ​ເຮັດ​ໃຫ້​ບໍລິສັດ​ນີ້ກາຍ​ເປັນ​ນຶ່ງ​ ໃນ​ບັນດາ​ບໍລິສັດ​ທີ່​ມີ​ມູນ​ຄ່າ​
ສູງ​ທີ່​ສຸດ​ຢູ່​ໃນ​ສະຫະລັດ.

XS
SM
MD
LG