ຄວາມພະຍາຍາມໃນການໃຊ້ອິດທິພົນຕໍ່ບັນດາຜູ້ປ່ອນບັດໃນສະຫະລັດ ກ່ອນການ
ເລືອກຕັ້ງກາງສະໄໝ ປີ 2018 ໃນເດືອນພະຈິກຈະມາເຖິງນີ້ ປາກົດວ່າໄດ້ດຳເນີນມາ
ຕະຫຼອດ ເຖິງແມ່ນວ່າ ພວກເຈົ້າໜ້າທີ່ຂອງບໍລິສັດເອກກະຊົນ ແລະລັດຖະບານພາກັນ
ລັງເລໃຈ ທີ່ຈະກ່າວວ່າແມ່ນໃຜແທ້ຢູ່ເບື້ອງຫຼັງການພົບເຫັນການໂຄສະນາຫາສຽງ
ຫວ່າງມໍ່ໆມານີ້.
ເຟສບຸກໄດ້ປະກາດໃນວັນອັງຄານວນນີ້ ວ່າຕົນໄດ້ປິດເຟສບຸກລົງ 32 ແຫ່ງ ແລະບັນ
ດາບັນຊີອິນສເຕິແກຣມ ເພາະວ່າເຂົາເຈົ້າ “ໄດ້ພົວພັນກັບການປະສານງານໃນການ
ປະພຶດທີ່ບໍ່ຖືກຕ້ອງ.”
ໂດຍສະເພາະຢ່າງຍິງ ບໍລິສັດສື່ສັງຄົມກ່າວວ່າ ຕົນໄດ້ປິດເຟສບຸກລົງແປດໜ້າ ທີ່ີເປັນ
ເຈົ້າຂອງຟສບຸກ 17 ອັນ ແລະເຈັດບັນຊີອິນສເຕີແກຣມ ທີ່ເກົ່າແກ່ທີ່ສຸດທີ່ໄດ້ຕັ້ງຂຶ້ນມາ
ໃນເດືອນມີນາປີ 2017.
ເຟສບຸກກ່າວວ່າ ບັນດາບຸກຄົນທີ່ຢູ່ເບື້ອງຫຼັງບັນຊີດັ່ງກ່າວ ໄດ້ໂຄສະນາຈຳນວນ 150
ຢ່າງ ປະມານ 11,000 ໂດລາ ຢູ່ເຟສບຸກ ແລະອິນສເຕີແກຣມ ໂດຍຈ່າຍເປັນເງິນໂດລາສະຫະລັດ ແລະເງິນການາດາ.
ເຟສບຸກກ່າວຢູ່ໃນບົດຂຽນທີ່ໄດ້ເຜີຍແຜ່ວ່າ “ພວກເຮົາຍັງຢູ່ໃນຂັ້ນເລີ້ມຕົ້ນຂອງການສືບ
ສວນ ແລະຍັງບໍ່ທັນໄດ້ຄວາມຈິງທັງໝົດ ຮ່ວມທັງ ວ່າໃຜຢູ່ເບື້ອງຫຼັງ. ມັນເປັນທີ່ແຈ້ງຂາວ
ຢູ່ວ່າ ຜູ້ໃດທີ່ໄດ້ຕັ້ງບັນຊີດັ່ງກ່າວນີ້ ໄດ້ເຮັດເກີນຂອບເຂດຂອງຄວາມລຶກລັບໂຕຈິງຂອງ
ເຂົາເຈົ້າກວ່າ ອົງການຄົ້ນຄວ້າອິນເຕີແນັດ ຣັດເຊຍ (IRA) ມີເທົ່າທີ່ຜ່ານມາ.”
ຢ່າງໜ້ອຍ 290,000 ບັນຊີ ໄດ້ຕິດຕາມໜ້າຕົວະຕົ້ມດັ່ງກ່າວນີ້ ຊຶ່ງສ່ວນໃຫຍ່ໄດ້ແນໃສ່
ບັນດາປະຊາຄົມອາຣິກັນຝ່າຍຊ້າຍ ໃນຄວາມພະຍາຍາມເຮັດໃຫ້ເກີດການປະເຊີນໜ້າ
ກັນກັບຝ່າຍຂວາຈັດ ອີງຕາມການວິໃຈຂອງຫ້ອງທົດລອງ ຄົ້ນຄວ້າຫາຫລັກຖານສະພາ
ອັດແລນຕິກ (Atlantic Council’s Digital Forensic Research Lab) ນັ້ນ.