ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການຄວບຄຸມ ຂອງ Facebook ເຫັນພ້ອມ ໃນການຫ້າມ ທ່ານ ທຣຳ ທີ່ພົວພັນກັບການບຸກຫໍລັດຖະສະພາ


ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນການຊຸມນຸມໃນນະຄອນຫຼວງ ວໍຊິງຕັນ, 6 ມັງກອນ 2016.
ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນການຊຸມນຸມໃນນະຄອນຫຼວງ ວໍຊິງຕັນ, 6 ມັງກອນ 2016.

ຄະນະກຳມະການການຄວບຄຸມຂອງ ເຟສບຸກ ໃນວັນພຸດວານນີ້ໄດ້ສະໜັບສະໜູນການຕັດສິນ ຂອງບໍລິສັດດັ່ງກ່າວເພື່ອຫ້າມອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ບໍ່ໃຫ້ລົງຄວາມເຫັນຕ່າງໆໃນບັນຊີ ເຟສບຸກ ແລະ ອິນສຕາແກຣມ ຂອງທ່ານ, ເປັນມາດຕະການທີ່ຖືກກຳນົດຫຼັງ ຈາກທ່ານໄດ້ລົງຄຳເຫັນປຸກລະດົມ ໃນຂະນະທີ່ຜູ້ສະໜັບສະໜູນຂອງທ່ານຫຼາຍຮ້ອຍຄົນ ໄດ້ບຸກໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນທີ່ຜ່ານມາ.

ຄະນະກຳມະການເຄິ່ງອິດສະຫຼະສ່ວນນຶ່ງນັ້ນ, ແນວໃດກໍຕາມ, ໄດ້ເປີດຄວາມເປັນໄປໄດ້ທີ່ວ່າ ທ່ານ ທຣຳ ອາດກັບຄືນສູ່ເວັບໄຊ້ ທີ່ໄດ້ຮັບຄວາມນິຍົມນັ້ນໃນທີ່ສຸດ, ໂດຍເວົ້າວ່າມັນ “ບໍ່ຖືກຕ້ອງສຳລັບ ເຟສບຸກ ທີ່ຈະກຳນົດໂທດຫ້າມຢ່າງຖາວອນທີ່ບໍ່ສາມາດປ່ຽນແປງໄດ້ ແລະ ບໍ່ມີມາດຕະ ຖານ.”

ກຸ່ມຄວບຄຸມດັ່ງກ່າວໄດ້ໃຫ້ເວລາບັນດາຜູ້ບໍລິຫານງານຂອງ ເຟສບຸກ 6 ເດືອນ ເພື່ອພິຈາລະນາຄືນ “ໂທດທີ່ຖືກກຳນົດເອງ” ທີ່ເຂົາເຈົ້າວາງອອກນຶ່ງວັນ ຫຼັງຈາກການກໍ່ຈະລາຈົນ, ເວລາທີ່ທ່ານ ທຣຳ ໄດ້ຮຽກຮ້ອງຜູ້ຕິດຕາມຂອງທ່ານ ໃຫ້ໄປປະເຊີນໜ້າກັບບັນດາສະມາຊິກສະພາ ໃນຂະນະທີ່ເຂົາເຈົ້າຢັ້ງຢືນໄຊຊະນະການເລືອກຕັ້ງຂອງທ່ານ ໂຈ ໄບເດັນ.

ການທົບທວນທີ່ວ່ານັ້ນໄດ້ກ່າວວ່າ ບັນດາຜູ້ບໍລິຫານງານຂອງ ເຟສບຸກ ຄວນຕັດສິນ ກ່ຽວກັບ ໂທດອີກອັນນຶ່ງທີ່ສົ່ງຜົນກະທົບຕໍ່ “ແນວໂນ້ມຂອງການລ່ວງລະເມີດ ແລະ ໂອກາດຂອງອັນຕະ ລາຍໃນອະນາຄົດ.”

ຄະນະບໍລິຫານຂອງ ເຟສບຸກ ໄດ້ຕອບໂດຍເວົ້າວ່າ ເຂົາເຈົ້າ “ຈະພິຈາລະນາການຕັດສິນຂອງຄະ ນະກຳມະການ ແລະ ພິຈາລະນາການກະທຳທີ່ຈະແຈ້ງ ແລະ ສົມຄວນ. ໃນຂະນະນີ້, ບັນຊີຂອງທ່ານ ທຣຳ ຍັງຄົງຖືກຫ້າມຢູ່.”

ທ່ານ ທຣຳ ໄດ້ຕອບໂຕ້ຢ່າງໂມໂຫຕໍ່ການຕັດສິນໃຈຂອງຄະນະກຳມະການຄວບຄຸມດັ່ງກ່າວ.

ທ່ານໄດ້ກ່າວວ່າ “ເສລີພາບໃນການປາກເວົ້າໄດ້ຖືກຍາດອອກໄປຈາກປະທານາທິບໍດີ ສະຫະລັດ ເພາະວ່າ ພວກນິຍົມຊ້າຍຫົວຮຸນແຮງທີ່ເສຍສະຕິ ຢ້ານຄວາມຈິງ, ແຕ່ຈັ່ງໃດກໍຕາມຄວາມຈິງມັນກໍຈະອອກມາ, ໃຫຍ່ກວ່າ ແລະ ແຂງແກ່ນກວ່າແຕ່ກ່ອນ.

ທ່ານອະດີດປະທານາທິບໍດີໄດ້ກ່າວວ່າ “ປະຊາຊົນຂອງປະເທດພວກເຮົາຈະບໍ່ຍອມຮັບມັນ. ພວກບໍລິສັດສື່ສັງຄົມທີ່ສໍ້ໂກງພວກນີ້ ຕ້ອງໄດ້ຮັບກຳ ແລະ ຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ທຳລາຍ ແລະ ພັງຂະບວນການເລືອກຕັ້ງຂອງພວກເຮົາ. ທ່ານຍັງໄດ້ກ່າວວ່າ “ສິ່ງທີ່ ເຟສບຸກ, ທວິດເຕີ ແລະ ກູໂກລ ໄດ້ເຮັດແມ່ນຄວາມເສື່ອມເສຍ ແລະ ໜ້າອັບອາຍຕໍ່ປະເທດຂອງພວກເຮົາຢ່າງສິ້ນເຊີງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG