ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ ​ອິນ​ເຕີ​ແນັດ ​ເປີດເຜີຍ​​​ ຂໍ້​ມູນ​ ການຮ້ອງຂໍ ຂອງ ລັດຖະບານ (ວີດີໂອ)


ບໍລິສັດ​ອິນ​ເຕີ​ແນັດ​ຈໍານວນ​ນຶ່ງ ​ໄດ້​ຕົກລົງ​ກັບລັດຖະບານສະ
ຫະລັດ ທີ່​ຈະເປີດ ເຜີຍ​ຂໍ້​ມູນ​ໃນ​ຂອບເຂດ​ຈໍາກັດ ກ່ຽວ​ກັບຈໍາ
ນວນ​ການ​ຮ້ອງ​ຂໍ ​ໃຫ້​ມີ​ການ​ເຝົ້າຕິດ ຕາມ​ລັບ ທີ່​ເຂົາ​ເຈົ້າ​ໄດ້​
ຮັບ​ນັ້ນ.

Facebook ​ໄດ້​ກາຍ​ມາ​ເປັນບໍລິສັດ​ທໍາ​ອິດທີ່​ເປີດເຜີ​ຍ​ຍອດ​
ຮວມກ່ຽວ​ກັບ​ຈຳນວນ​ການຮ້ອງຂໍ ​ໂດຍ​ກ່າວໃນ​ການ​ຖະແຫຼງ
ຜ່ານ​ທາງ​ເວັບ​ໄຊ ​ຂອງ​ຕົນ​ວ່າ ​ໄດ້​ຮັບ​ການ​ຮ້ອງ​ຂໍ ລະ​ຫວ່າງ
9,000 ​ຫາ 10,000 ຂອງຈຳນວນ​ຜູ້​ໃຊ້​ຂໍ້​ມູນ ໃນເຄິ່ງ​ທີສອງ
ຂອງ​ປີ 2012 ຊຶ່ງ​ກວມ​ເອົາພວກ​ຜູ້​ໃຊ້ລະຫວ່າງ 18,000 ຫາ
19,000 ບັນຊີ.

ບໍລິສັດ Microsolf ກ່າວ​ວ່າ ຕົນ​ໄດ້​ຮັບການ​ຮ້ອງ​ຂໍ ​ລະຫວ່າງ 6,000 ຫາ 7,000 ສະບັບ ຢູ່​ໃນໄລຍະ​ເວລາ​ດຽວ​ກັນ ຊຶ່ງມີຜົນ​ກະທົບ​ຕໍ່ບັນຊີ​ຜູ້​ຊົມ​ໃຊ້​ລະ ຫວ່າງ 31,000 ​ຫາ ​32,000 ບັນຊີ​.

ຈໍານວນ​ດັ່ງກ່າວ ​ແມ່ນ​ຮວມທັງ​ການ​ຮ້ອງ​ຂໍ​ຈາກ ລັດ ​ແລະລັດຖະບານ​ທ້ອງ​ຖິ່ນ ພ້ອມທັງ
ຈາກອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດຫຼື NSA.

ບັນດາ​ບໍລິສັດເຫຼົ່ານີ້ ຊຶ່ງ​ຮວມທັງ Apple, Google ​ແລະ Yahoo ​ຕ່າງ​ກໍໄດ້ ​ປະຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ທີ່ວ່າ ອົງການ NSA ອາດ​ສາມ​າດເຂົ້າໄປ​ກວດກາ ​ໂດຍ​ກົງ​ເບິ່ງຄອມ​ພິວ​ເຕີ້ຂອງ​ເຂົາ​ເຈົ້າໄດ້.

​ບໍລິສັດ​ເຫຼົ່ານີ້​ພວມ​ກົດ​ດັນ​ໃຫ້ລັດຖະບານທ່ານ Obama ຜ່ອນຜັນ​ການຫ້າມທີ່​ບໍ່​ໃຫ້​ເຂົາ​ເຈົ້າ​ເປີດ​ເຜີຍຂໍ້​ມູນກ່ຽວກັບ​ຄໍາ​ສັ່ງຂອງໂຄງການ​ເຝົ້າຕິດຕາມ​ລັບຂອງ​ລັດ ຖະບານ.

ບໍລິສັດ​ເຫຼົ່ານີ້ພວມພາກັນ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ຢູ່​ຫ່າງ​ໄກຈາກ​ໂຄງການ​ທີ່ມີ​ລະຫັດ​ວ່າ “PRISM” ທີ່ໄດ້​ມີ​ການ​ເປີດ​ເຜີຍ ​ໃນ​ຂ່າວ​ຮົ່ວ​ໄຫວອາທິດ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ​ໂຄງການ​ດັ່ງກ່າວ​ໄດ້​ຊ່ວຍ​ປ້ອງ​ກັນ ການ​ໂຈມຕີ​ຂອງ​ພວກ​ກໍ່​ການ​ຮ້າຍ.

ເບິ່ງວີດີໂອກ່ຽວຂ້ອງ:

ລິງໂດຍກົງ
XS
SM
MD
LG